ສສ ຫວຽດນາມ - ສ.ອາເມລິກາ ຮ່ວມມືພັດທະນາລະບົບນິເວດເຄິ່ງຊັກນຳໄຟຟ້າ-ປັນຍາປະດິດ

24/04/2024 10:22
Email Print 165
ຂປລ ທ່ານ ຫງວຽນຈີ໋ຢຸ້ງ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ຫວຽດນາມ ມີການເຮັດວຽກຮ່ວມກັບ ທ່ານ ຄິດ ສະໄຕຣ (Keith Strier), ຮອງປະທານ ກຸ່ມບໍລິສັດ NVIDIA (ສ.ອາເມລິກາ).ໃນໂອກາດນີ້, ທ່ານ ຫງວຽນ ຈີ໋ຢຸ້ງ ໄດ້ແບ່ງປັນ ບັນດາ ຂໍ້ມູນ ກ່ຽວກັບ ຍຸດທະສາດ ການພັດທະນາ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳ ໄຟຟ້າ ແລະ ປັນຍາ ປະດິດ (AI) ຢູ່ ສສ ຫວຽດນາມ

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,  ເມື່ອບໍ່ດົນມານີ້, ທ່ານ ຫງວຽນຈີ໋ຢຸ້ງ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ຫວຽດນາມ ມີການເຮັດວຽກຮ່ວມກັບ ທ່ານ ຄິດ ສະໄຕຣ (Keith Strier), ຮອງປະທານ ກຸ່ມບໍລິສັດ NVIDIA (ສ.ອາເມລິກາ).ໃນໂອກາດນີ້, ທ່ານ ຫງວຽນ ຈີ໋ຢຸ້ງ ໄດ້ແບ່ງປັນ ບັນດາ ຂໍ້ມູນ ກ່ຽວກັບ ຍຸດທະສາດ ການພັດທະນາ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳ ໄຟຟ້າ ແລະ ປັນຍາ ປະດິດ (AI) ຢູ່ ສສ ຫວຽດນາມ; ໂຄງການພັດທະນາ ແຫລ່ງຊັບພະຍາກອນ ມະນຸດ ໃຫ້ແກ່ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳ ໄຟຟ້າ; ກ່ຽວກັບ ກົນໄກນະໂຍບາຍ ບຸລິມະສິດ, ການໜູນຊ່ວຍ  ແລະ  ສ້າງເງື່ອນໄຂສະດວກ ໃຫ້ແກ່ ບັນດາໂຄງການ ເຕັກໂນໂລຊີສູງ, ເຄິ່ງຊັກນຳໄຟຟ້າ ແລະ AI ເຂົ້າ ສສ ຫວຽດນາມ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານ ຂອງກຸ່ມບໍລິສັດ NVIDIA ໄດ້ລົງຢ້ຽມຢາມ ສູນນະວັດຕະກຳ ແຫ່ງຊາດ ຢູ່ເຂດອຸດສາຫະກຳ ເຕັກໂນໂລຊີສູງ ຮ່ວາລາກ (NIC ຮ່ວາລາກ). ກ່ອນນັ້ນ, ໃນເດືອນທັນວາ 2023, ທ່ານ ເຈສັນ ຮັງ( Jesen Huang), ປະທານ ກຸ່ມບໍລິສັດ NVIDIA ກໍ່ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ພ້ອມທັງ ໄດ້ຕີລາຄາສູງ ຄວາມສາມາດ ບົ່ມຊ້ອນ ແລະ ກາລະໂອກາດຂອງ ສສ  ຫວຽດນາມ ໃນຂົງເຂດ ອຸດສາຫະກຳ ເຄິ່ງຊັກນຳ ໄຟຟ້າ ແລະ AI, ພິເສດ ແມ່ນແຫລ່ງ ຊັບພະຍາກອນມະນຸດຂອງ ສສ ຫວຽດນາມ ໃນຂົງເຂດນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top