ຊະນະຄາມເອົາໃຈໃສ່ຮອບດ້ານ ກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

24/04/2024 10:15
Email Print 352
ຂປລ ທ່ານ ແກ້ວ ພິມມະວົງ ເຈົ້າເມືອງຊະນະຄາມ ແຂວງວຽງຈັນ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ໃນການກະກຽມວຽກງານຮອບດ້ານ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

    *ທ່ານ ແກ້ວ ພິມມະວົງ ເຈົ້າເມືອງຊະນະຄາມ ແຂວງວຽງຈັນ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ໃນການກະກຽມວຽກງານຮອບດ້ານໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກວ່າ: ພາຍຫລັງໄດ້ມີຄໍາສັ່ງຂອງຄະນະເລຂາທິການສູນກາງພັກເລກທີ 411/ຄລສພ, ລົງວັນທີ 8 ສິງຫາ2023; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023; ຄຳສັ່ງຂອງຄະນະປະຈຳພັກແຂວງວຽງຈັນເລກທີ 019, ເລກທີ 020/ຄປພ.ວຈ; ຄຳແນະນຳຂອງຄະນະຈັດຕັ້ງແຂວງ ວຽງຈັນ ເລກທີ 785/ຄຈຂ.ວຈ, ລົງວັນທີ 2 ຕຸລາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ໜັງສືແຈ້ງການຂອງຫ້ອງວ່າການແຂວງ ວຽງຈັນ ເລກທີ 889/ຫວຂ.ວຈ, ລົງວັນທີ 22 ທັນວາ 2023 ກ່ຽວກັບແຜນການເຄື່ອນໄຫວລົງຊຸກຍູ້ການກະກຽມດ້ານເນື້ອໃນຮອບດ້ານກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ຄະນະພັກກໍໄດ້ຈັດຕັ້ງຜັນຂະຫຍາຍອອກເປັນຄໍາສັ່ງ ແລະ ມະຕິຕົກລົງຂອງຄະນະປະຈຳພັກເມືອງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ສະໄໝທີ VIII.

    ທ່ານ ແກ້ວ ພິມມະວົງ ໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນເມືອງໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຄະນະອົງການປົກຄອງບ້ານສຳເລັດ 32 ບ້ານ, ຍັງ 1 ບ້ານ ແລະ ກໍາລັງດໍາເນີນກອງປະຊຸມໃຫຍ່ຂອງ ບັນດາໜ່ວຍພັກພາຍໃນສໍານັກງານ, ອົງການ ແລະ ກົມກອງພາຍໃນເມືອງ, ຫລັງຈາກອະນຸກຳມະການເນື້ອໃນ ແລະ ອະນຸກຳມະການດ້ານບຸກຄະລາກອນຂັ້ນແຂວງໄດ້ລົງມາຕິດຕາມກວດກາ ແລະ ຊຸກຍູ້ ການກະກຽມຄວາມພ້ອມຮອບດ້ານ (ຮອບທີ I) ແລ້ວ, ເມືອງໄດ້ເປີດກອງປະຊຸມຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ຄະນະບໍຫານງານພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ອະນຸກຳມະການຮັບຜິດຊອບແຕ່ລະດ້ານໄດ້ຮັບຮູ້ເຂົ້າໃຈ, ກຳແໜ້ນເນື້ອໃນດັ່ງກ່າວ, ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໂດຍມອບໃຫ້ແຕ່ລະອະນຸກຳມະການຈັດຕັ້ງຜັນຂະຫຍາຍເປັນແຜນການ, ແຜນວຽກລະອຽດຕາມຄວາມຮັບຜິດຊອບຂອງຕົນເປັນຕົ້ນ: ການກະກຽມດ້ານເນື້ອໃນບົດຕ່າງໆ, ສັບຊ້ອນຈັດວາງບຸກຄະລາກອນຂຶ້ນແຜນງົບປະມານ-ແຜນອຸປະກອນຮັບໃຊ້ຕ່າງໆ, ແຜນຄາດຄະເນເປົ້າໝາຍເຂົ້າຮ່ວມກອງປະຊຸມໃຫຍ່ສ້າງຂະບວນການ, ພິທີການ, ສະຖານທີ່ຕ່າງໆ, ຂະບວນການປ້ອງກັນຄວາມສະຫງົບເປັນລະບຽບຮ້ອຍໃນທົ່ວເມືອງ ແລະ ເອກະພາບກໍານົດໄລຍະເວລາເປີດກອງປະຊຸມໃຫຍ່ຂັ້ນເມືອງ ສະໄໝທີ VIII.

     ຈາກນັ້ນ, ອະນຸກໍາມະການແຕ່ລະດ້ານໄດ້ເອົາໃຈໃສ່ເຕົ້າໂຮມຄະນະຮັບຜິດຊອບຂອງຕົນເພື່ອປຶກສາຫາລື, ສ້າງຄວາມເປັນເອກະພາບ, ແບ່ງຄວາມຮັບຜິດຊອບຢ່າງລະອຽດໂດຍສະເພາະອະນຸກຳມະການເນື້ອໃນໄດ້ກວດກາຄືນຈຳນວນເອກະສານຕ່າງໆ ທີ່ໃຊ້ເຂົ້າໃນກອງປະຊຸມໃຫຍ່, ກຳນົດຫ້ອງເຮັດວຽກພ້ອມທັງແບ່ງຄວາມຮັບຜິດຊອບ ຢ່າງລະອຽດໃນການກະກຽມບົດຈຳນວນ 24 ບົດ. ໂດຍເບື້ອງຕົ້ນ ແມ່ນເລັ່ງໃສ່ກະກຽມເນື້ອໃນ 4 ບົດ ໃຫຍ່ຄື: ບົດລາຍງານການເມືອງ, ບົດແຜນພັດທະນາເສດຖະກິດ-ສັງຄົມໂດຍໄດ້ແບ່ງອອກ ເປັນ 2 ທີມ ງານຮັບຜິດຊອບ, ມາຮອດປັດຈຸບັນ ການກະກຽມເນື້ອໃນບົດລາຍງານ ການເມືອງແມ່ນສຳເລັດ 30% ແລະ ແຜນພັດທະນາເສດຖະກິດ- ສັງຄົມສຳເລັດ 30% ແລະ ບົດປິ່ນ ອ້ອມຕ່າງໆຄາດວ່າຈະໃຫ້ສຳເລັດ ໃນລະຫວ່າງເດືອນ 4 ຫາເດືອນ 6 ປີ 2024, ສໍາລັບການເປີດກອງປະຊຸມໃຫຍ່ ສະໄໝທີ VIII ຜູ້ແທນອົງ ຄະນະພັກເມືອງຊະນະຄາມ ຄາດວ່າຈະໃຫ້ສໍາເລັດໃນລະຫວ່າງເດືອນ 10 ຫາເດືອນ 12 ປີ 2024.


KPL

ຂ່າວອື່ນໆ

    • ທ່ານ ກາກມາກ ນັກປັດສະຍາ ແລະ ນັກປະຕິວັດທີ່ຍິງໃຫຍ່ບົດ-ສາລະຄະດີ

      ທ່ານ ກາກມາກ ນັກປັດສະຍາ ແລະ ນັກປະຕິວັດທີ່ຍິງໃຫຍ່

      5/6/2024 10:24:36 AM

      ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ ໃຫ້ກໍາເນີດປັດຊະຍາມາກສິດ.

    • ປະຕິບັດ 6 ມີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂ່າວປອມບົດ-ສາລະຄະດີ

      ປະຕິບັດ 6 ມີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂ່າວປອມ

      5/6/2024 10:08:33 AM

      ຫລາຍບົດໃນຄໍລຳສື່ອອນລາຍຜ່ານມາກໍໄດ້ນຳສະເໜີເລື້ອຍໆກ່ຽວ ກັບໄພຮ້າຍໃນການບໍລິໂພກຂ່າວປອມ ຫລື ພາສາອັງກິດເອີ້ນວ່າ: Fake News ໝາຍເຖີງຂ່າວທີ່ມີເນື້ອໃນບໍ່ເປັນຄວາມຈິງ, ຫລອກລວງ ຫລື ຂ່າວສ້າງສະຖານະການຊຶ່ງສ່ວນໃຫຍ່ຖືກເຜີຍແຜ່ໃນສື່ສັງ ຄົມອອນລາຍເພາະປັດຈຸບັນ ຄົນຫັນມາບໍລິໂພກຂໍ້ມູນຂ່າວຜ່ານສື່ປະເພດນ້ີນັບມ້ືຫລາຍຂ້ຶນ ເນ່ືອງຈາກສັງຄົມຍຸກໃໝ່ທີ່ແຂ່ງຂັນກັນດ້ານຄວາມວ່ອງໄວ, ຂ່າວສານຜ່ານສ່ືສັງຄົມອອນລາຍ ແມ່ນສາມາດຕອບສະໜອງໄດ້ດີເພາະມີຄວາມສະດວກ, ວ່ອງໄວ ແລະ ຕົ້ນທຶນກໍ່ຕໍ່າໃນການເຂົ້າເຖິງ.

    • ຜູ້ດຽວເຮັດໃຫ້ຫລາຍຄົນຫຍຸ້ງບົດ-ສາລະຄະດີ

      ຜູ້ດຽວເຮັດໃຫ້ຫລາຍຄົນຫຍຸ້ງ

      5/6/2024 9:46:06 AM

      ບັນຫາໄຟໄໝ້ລາມປ່າໃນປະເທດລາວເຮົາ ແມ່ນໄດ້ເກີດຂຶ້ນທຸກປີຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ປ່າອື່ນໆອັນສ້າງຄວາມເສຍຫາຍບໍ່ໜ້ອຍຕໍ່ຄວາມອຸດົມສົມບູນຂອງຊີວະນາໆພັນ.

    • ສາມແຍກກໍ່ນ່ອຍ ເສັ້ນທາງຍຸດທະສາດ ໃນບັ້ນຮົມດຽນບຽນຟູບົດ-ສາລະຄະດີ

      ສາມແຍກກໍ່ນ່ອຍ ເສັ້ນທາງຍຸດທະສາດ ໃນບັ້ນຮົມດຽນບຽນຟູ

      5/6/2024 9:37:58 AM

      ໃນບົດກ່ອນໄດ້ນຳສະເໜີໄປແລ້ວກ່ຽວກັບການນຳໃຊ້ລົດຖີບ ເຂົ້າໃນການລຳລຽງຂົນສົ່ງໃນບັນຮົບດຽນບຽນຟູ ໄປແລ້ວມາບົດນີ້ ສືບຕໍ່ນຳສະເໜີ ເສັ້ນທາງຍຸດທະສາດສຳຄັນໃນການລຳລຽງຂົນສົ່ງ ໃນບັ້ນຮົບດັ່ງກ່າວນັ້ນກໍແມ່ນເຂດທາງແຍກກໍ່ນ່ອຍຢູ່ເຂດເມືອງມາຍເຊີນ ແຂວງເຊີນລາ ຊຶ່ງແມ່ນຊ່ວງທາງຄົມມະນະຄົມທ່ີເປັນຈຸດສຸມຂອງການສູ້ຮົບທີ່ດຸເດືອດ.

    • ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບບົດ-ສາລະຄະດີ

      ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບ

      5/2/2024 4:06:11 PM

      * ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ໃຫ້ກໍາເນີດປັດຊະຍາມາກສິດ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ ເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ໃນສອງສາມວັນນີ້, ໜັງສືພິມປະເທດລາວ ຂໍນຳເອົາປະຫວັດສາດ ແຫ່ງຊີວິດ ແລະ ການເຄື່ອນໄຫວຂອງທ່ານ ກາກມາກ ມານໍາສະເໜີໃຫ້ທຸກທ່ານ ພ້ອມກັນທົບທວນຫວນຄືນນໍາກັນ ຕື່ມອີກເທື່ອໜຶ່ງ.

ads
ads

Top