ລາວສືບຕໍ່ປະຕິບັດວິໄສທັດຫັນເປັນດີຈິຕອນ 20 ປີຕໍ່ໜ້າ

24/04/2024 10:02
Email Print 506
ຂປລ ສັບປະດາດີຈິຕອນ 2024 ຈັດຂຶ້ນໃນຕົ້ນປີນີ້ພາຍໃຕ້ຄໍາຂວັນ “ຫັນເປັນດີຈິຕອນເພື່ອຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ ຫລື Digital Transformation towards the Greater Socio-Economy Development and Resilient Connectivity” ຂະນະທີ່ການຊົມໃຊ້ອິນເຕີເນັດກາຍເປັນປັດໄຈທີ 5 ຂອງມະນຸດທີ່ສໍາຄັນບໍ່ໜ້ອຍກວ່າປັດໄຈທີ 4 ທ່ີເຄີຍຮູ້ກັນມາແຕ່ດົນນານ (ອາຫານ, ເຄື່ອງນຸ່ງຫົ່ມ, ຢາປິ່ນປົວພະຍາດ ແລະ ທີ່ຢູ່ອາໄສ).

   

    *ສັບປະດາດີຈິຕອນ 2024 ຈັດຂຶ້ນໃນຕົ້ນປີນີ້ພາຍໃຕ້ຄໍາຂວັນ “ຫັນເປັນດີຈິຕອນ ເພື່ອຫັນປ່ຽນການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ ຫລື Digital Transformation towards the Greater Socio-Economy Development and Resilient Connectivity” ຂະນະທີ່ ການຊົມໃຊ້ ອິນເຕີເນັດກາຍເປັນປັດໄຈທີ 5 ຂອງ ມະນຸດທີ່ສໍາຄັນບໍ່ໜ້ອຍກວ່າປັດໄຈທີ 4 ທ່ີເຄີຍຮູ້ກັນມາແຕ່ດົນນານ (ອາຫານ, ເຄື່ອງນຸ່ງຫົ່ມ, ຢາປິ່ນປົວພະຍາດ ແລະ ທີ່ຢູ່ອາໄສ).ຫວ່າງບໍ່ດົນມານີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ມີການລາຍງານວ່າ: ປັດຈຸບັນນີ້, ທົ່ວປະເທດລາວມີຜູ້ຊົມໃຊ້ອິນເຕີເນັດປະມານ 4  ລ້ານກວ່າຄົນ ຫລື 62% ຂອງຈໍານວນ ປະຊາກອນທັງໝົດ, ທຽບໃສ່ສະຖິຕິ ປີ 2013 ທີ່ມີຜູ້ຊົມໃຊ້ອິນເຕີເນັດມີພຽງແຕ່ 8 ແສນກວ່າຄົນ ເຊິ່ງໄດ້ເພີ່ມຂຶ້ນເກືອບ 6 ເທົ່າໃນໄລຍະ 10 ປີຜ່ານມາ. ຈາກກໍລະນີດັ່ງກ່າວ, ໄດ້ສົ່ງຜົນທາງບວກ ແລະ ທາງລົບໄປຄວບຄູ່ກັນອັນພົ້ນເດັ່ນດ້ານບວກຄື: ເຮັດໃຫ້ການຄ້າຂາຍ ແລະ ຕິດຕໍ່ພົວພັນດ້ານຂໍ້ມູນຂ່າວສານວ່ອງໄວຂຶ້ນ, ປະຢັດເວລາ, ປະຢັດເງິນ. 

    ນອກຈາກນັ້ນຍັງເຮັດໃຫ້ພໍ່ຄ້າແມ່ຄ້າຫລຸດຜ່ອນຕົ້ນທຶນໃນການ ຄ້າຂາຍໄດ້ຫລາຍຂຶ້ນເກືອບເຄິ່ງໜຶ່ງ ຫລື ປະມານ 50% ເນື່ອງຈາກວ່າບໍ່ໄດ້ເຊ່ົາສະຖານທ່ີຂາຍເຄື່ອງແບບລະບົບຂາຍໜ້າຮ້ານ ແລະ ຫລຸດຜ່ອນຂັ້ນຕອນຕ່າງໆໄດ້ຢ່າງສົມເຫດສົມຜົນພ້ອມກັນນີ້ຍັງເຮັດໃຫ້ຄົນເຂົ້າເຖິງຂໍ້ມູນຂ່າວສານໄດ້ວ່ອງໄວທັນໃຈຈາກສູນກາງສູ່ຊົນນະບົດ ແລະ ຊົນນະບົດສູ່ສູນກາງ ເຊິ່ງເຮັດໃຫ້ເກີດມີການກວດສອບຄວາມບໍ່ໂປ່ງໃສ ແລະ ບໍ່ຍຸຕິທໍາໃນບາງດ້ານໄດ້ ເຖິງແນວໃດກໍຕາມຄຽງຄູ່ດ້ານດີທີ່ເປັນບວກ ແຕ່ກໍມີດ້ານລົບເຊັ່ນກັນ ເຊິ່ງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ, ຄວາມປອດໄພ ແລະ ການສວຍໂອກາດອື່ນໆໂດຍສະເພາະຂ່າວປອມທີ່ເສກສັນປັ້ນແຕ່ງຂຶ້ນໄດ້ງ່າຍ, ການກວດສອບ ແລະ ເກັບພາສີລາຍຈາກໄດ້ການຄ້າຂາຍອອນລາຍອາດມີຄວາມຫຍຸ້ງຍາກເພີ່ມຂຶ້ນ ແລະ ອື່ນໆ. ອີງຕາມຂໍ້ມູນຈາກກິດຈະກໍາສັບປະດາດີຈິຕອນ 2024 (Digital Week) ຈະຈັດຂຶ້ນໃນລະຫວ່າງວັນທີ 10-14 ມັງກອນ 2024, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງງວຽງຈັນ, ພາຍໃຕ້ຄໍາຂວັນ: “ຫັນເປັນດີຈິຕອນເພື່ອຫັນປ່ຽນ ການພັດທະນາເສດຖະ ກິດ-ສັງຄົມ ໄປສູ່ຄຸນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ” ເຊິ່ງມີຈຸດປະສົງເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດດີຈິຕອນຂອງ ສປປ ລາວ; ເພື່ອສົ່ງເສີມການ ນໍາໃຊ້ເຕັກໂນໂລຊີນະວັດຕະກຳ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT), ໂທລະຄົມມະນາຄົມ ແລະ ດີຈິຕອນທ່ີທັນສະໄໝ ເຂ້ົາໃນທຸກຂະແໜງການພັດທະນາເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ; ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫລາກຫລາຍສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນໃນຕະຫລາດພາຍໃນ ແລະ ຕ່າງປະເທດ ແລະ ເພື່ອຄັດເລືອກເອົາຜະລິດຕະພັນໄອຊີທີ ແລະ ດີຈິຕອນຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນ ໃນລະດັບເວທີອາຊຽນ ແລະ ສາກົນເປັນຕົ້ນແມ່ນການແຂ່ງຂັນ ASEAN ICT Award 2024.

    ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ກ່າວວ່າ: ງານສັບປະດາດີຈິຕອນ 2024 ເປັນງານມະຫະກຳດ້ານເຕັກໂນໂລຊີ ແລະ ການສື່ສານພາຍໃນງານມີການວາງສະແດງເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາ ຄົມ ແລະ ນະວັດຕະກຳຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດ ຈຳນວນ 100 ກວ່າຮ້ານວາງສະແດງພ້ອມນັ້ນຍັງປະກອບມີຫລາຍກິດຈະກໍາຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນກອງປະຊຸມລະດັບສູງທີ່ໄດ້ເຊື້ອເຊີນບັນດາ ລັດຖະມົນຕີຈາກປະເທດອ້ອມຂ້າງເຂົ້າຮ່ວມ; ກອງປະຊຸມສຳມະນາເປັນຕົ້ນແມ່ນເຕັກໂນໂລຊີອຸດສາຫະກຳ 4.0, ເສດຖະກິດດີຈິຕອນ, ເຕັກໂນໂລຊີອັດສະລິຍະ ແລະ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain); ເວທີການພົບປະ (Networking) ເພື່ອສົນທະນາປຶກສາຫາລື ແລະ ແລກປ່ຽນຄໍາເຫັນກ່ຽວກັບການຄົ້ນຄວ້າ ແລະ ການລົງທຶນທາງດ້ານເຕັກໂນໂລຊີ ແລະ ການສ່ືສານລະຫວ່າງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ; ກິດຈະກໍາແຂ່ງຂັນ Lao ICT Awards 2024, ການແຂ່ງຂັນຄວາມປອດໄພທາງໄຊເບີ, Start-up  ແລະ ນະວັດຕະກໍາຕ່າງໆ ແລະ ພິເສດ ໃນງານຄັ້ງນ້ີຈະໄດ້ມີພິທີປະກາດວັນດີຈິຕອນຂອງ ສປປ ລາວ ຄື ວັນທີ 10 ມັງກອນເຊິ່ງຈະເປັນເຫດການປະຫວັດສາດ ທີ່ສໍາຄັນໃນການຫັນເປັນທັນສະໄໝແບບດີຈິຕອນ ຂອງ ສປປ ລາວ.

    ພ້ອມນັ້ນ, ຍັງຈະເປັນການເປີດໂອ ກາດ ໃນການຮ່ວມມື ແລະ ດຶງດູດການລົງທຶນ ເພື່ອປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງ, ສົ່ງເສີມ ແລະ ເຜີຍແຜ່ການນໍາໃຊ້ຜົນການຄົ້ນຄວ້າ ວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ນະວັດຕະກຳ, ອຸດສາຫະກໍາການຜະລິດ, ການບໍລິການ ການພັດທະນາ ຊັບພະຍາກອນມະນຸດດ້ານເຕັກໂນໂລ ຊີ ແລະ ການສື່ສານ. ທ່ານ ແກ້ວວີສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດແຫ່ງຊາດ ໄດ້ລາຍງານວ່າລັດຖະບານໄດ້ຮັບຮອງໂດຍ ຫລັກການກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ ຄັ້ງທີ I (2021-2025) ໂດຍ ອີງໃສ່ແນວທາງ ຂອງພັກ ແລະ ແຜນ ນະໂຍບາຍຂອງລັດຖະບານ, ບົດຮຽນ ຈາກສະພາບການພັດທະນາເສດຖະກິດຕົວຈິງ ຢູ່ປະເທດເຮົາໃນໄລຍະຜ່ານມາ ສົມທົບກັບການພັດທະນາເສດຖະກິດດີຈິຕອນຂອງພາກພື້ນ ແລະ ສາກົນ, ໂດຍສະເພາະຈາກປະເທດເພື່ອນມິດຍຸດທະສາດ. ແຜນດັ່ງກ່າວຈະປະກອບເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ IX (2021- 2025), ເພ່ືອໃຫ້ ເສດຖະກິດດີຈິຕອນ ກາຍເປັນສ່ວນໜຶ່ງທີ່ສຳຄັນ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະ ກິດຂອງຊາດ ໃນຊຸມປີຕໍ່ໜ້າ.ທ່ານຫົວໜ້າສູນອິນເຕີເນັດແຫ່ງ ຊາດຍັງກ່າວ ໝາກຜົນຂອງການຄຸ້ມ ຄອງ, ພັດທະນາ ແລະ ນຳໃຊ້ ໄອຊີທີ ກໍຄືເຕັກໂນໂລຊີດີຈິຕອນທີ່ປະກອບສ່ວນ ເຂົ້າໃນການຫັນເປັນທັນສະໄໝ ທີ່ຂະແໜງການ ປທສ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນຕົ້ນການຂະຫຍາຍເຄືອຂ່າຍໂທລະສັບ ແລະ ອິນເຕີເນັດທີ່ມີຄວາມຮັບປະກັນ ແລະ ຄອບຄຸມພື້ນທີ່ຫລາຍກວ່າ 90% ຂອງປະເທດ, ພື້ນຖານໂຄງລ່າງສູນຂໍ້ມູນແຫ່ງຊາດ, ລະຫັດຊື່ອິນເຕີເນັດ ໃນນັ້ນປະກອບມີລາຍເຊັນເອເລັກໂຕຣນິກ, ການຂຶ້ນທະບຽນເລກໝາຍໂທລະສັບ, ລະບົບກອງປະຊຸມທາງໄກ, ລະບົບຫ້ອງການທັນສະໄໝ (e-Office), ລະບົບສື່ສານພາກລັດ (G-Chat), ລະບົບພລັດຟອມເວັບໄຊພາກລັດ (G-Web Platform), ການຈ່າຍເງິນຜ່ານທາງມືຖື  (Mobile Money) ແລະ ຄວາມປອດໄພທາງໄຊເບີ ໃຫ້ແກ່ການສ້າງເສດຖະກິດດີຈິຕອນ ແລະ ອຸດສາຫະກຳ 4.0.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top