ກຳປູເຈຍ ສົ່ງອອກລົດຖີບ ຫລຸດລົງ 43%

19/04/2024 13:58
Email Print 276
ຂປລ ການສົ່ງອອກ ລົດຖີບ ຂອງ ກຳປູເຈຍ ໃນໄຕມາດທຳອິດ (ເດືອນມັງກອນ-ເດືອນມີນາ) ຂອງ ປີນີ້ ຫລຸດລົງ 43% ເມື່ອທຽບໃສ່ປີຕໍ່ປີ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ສຳນັກງານ ພາສີ ທົ່ວໄປຂອງ ກຳປູເຈຍ ລາຍງານວ່າ:  ການສົ່ງອອກ ລົດຖີບ ຂອງ ກຳປູເຈຍ ໃນໄຕມາດທຳອິດ (ເດືອນມັງກອນ-ເດືອນມີນາ) ຂອງ ປີນີ້ ຫລຸດລົງ 43% ເມື່ອທຽບໃສ່ປີຕໍ່ປີ. ໃນນັ້ນ ລວມມີ ລົດຖີບ ແລະ ລົດຖີບໄຟຟ້າ, ກວມເອົາ ມູນຄ່າລວມ 96,9 ລ້ານໂດລາ ສະຫະລັດ ຫລຸດລົງ ຈາກ 170 ລ້ານໂດລາ ສະຫະລັດ ໃນໄລຍະດຽວກັນ ຂອງປີກາຍ.

ກະຊວງ ການຄ້າ ກຳປູເຈຍ ເປີດເຜີຍວ່າ:​ ກຳປູເຈຍ ສົ່ງອອກລົດຖີບ ໄປຍັງ ກຸ່ມປະເທດ ເອີຣົບ,​ .ອາເມລິກາ, ອັງກິດ ແລະ ການາດາ ເປັນຫລັກ. ໂດຍການສົ່ງອອກ ທີ່ຫລຸດລົງ ເນື່້ອງຈາດ ການຢຸດຈຶ້ງ ແລະ ການປ່ຽນແປງຂອງ ເສດຖະກິດໂລກ. ໃນຂະນະທີ່ ລົດຖີບ ເປັນໜຶ່ງ ໃນສິນຄ້າ ສົ່ງອອກ ສຳຄັນ ຂອງ ກຳປູເຈຍ ຖັດຈາກ ເສື້ອຜ້າ ເກີບ ແລະ ອື່ນໆ. ປັດຈຸບັນ ກຳປູເຈຍ ມີໂຮງງານ ຜະລິດ ລົດຖີບ 5 ແຫ່ງ, ທັງໝົດ ຢູ່ໃນເຂດ ເສດຖະກິດ ພິເສດ ທີ່ແຂວງ ສະວາຍຣຽງ./

KPL

ຂ່າວອື່ນໆ

ads
ads

Top