ມວນຊົນຊາວ ນວ ຮ່ວມສະຫລອງບຸນ ປີໃໝ່ລາວ 2024 ມື້ທີສອງຄຶກຄື້ນມ່ວນຊື່ນ

17/04/2024 13:01
Email Print 853
ຂປລ ຂປລ. ໃນມື້ທີສອງຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ 2024 ຢູ່ນະຄອນຫລວງວຽງຈັນ (ນວ) ມວນຊົນຊາວ ນວ ລວມເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະທດ ໄດ້ຮ່ວມສະເຫລີມສະຫລອງດ້ວຍ ບັນຍາກາດ ຄຶກຄື້ນມ່ວນຊື່ນ ເຕັມໄປດ້ວຍ ຄວາມສາມັກຄີຮັກແພງ, ຮັກສາໄດ້ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ອັນສຳຄັນ ຮັກສາໄດ້ຮີດຄອງປະເພນີອັນດີງາມ ຂອງຊາດລາວທີ່ເຄີຍປະຕິບັດສືບທອດກັນມາ



ຂປລ. ໃນມື້ທີສອງຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ
2024 ຢູ່ນະຄອນຫລວງວຽງຈັນ (ນວ) ມວນຊົນຊາວ ນວ ລວມເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະທດ ໄດ້ຮ່ວມສະເຫລີມສະຫລອງດ້ວຍ ບັນຍາກາດ ຄຶກຄື້ນມ່ວນຊື່ນ ເຕັມໄປດ້ວຍ ຄວາມສາມັກຄີຮັກແພງ, ຮັກສາໄດ້ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ອັນສຳຄັນ ຮັກສາໄດ້ຮີດຄອງປະເພນີອັນດີງາມ ຂອງຊາດລາວທີ່ເຄີຍປະຕິບັດສືບທອດກັນມາ ຈາກຮຸ່ນສູ່ຮຸ່ນໃນແຕ່ລະປີ ເຊິ່ງບາງຄອບຄົວ ກໍໄດ້ມີການຫົດສົງນໍ້າເຊິ່ງກັນ ແລະ ກັນ, ພ້ອມທັງສົມບັດສົມມາ ພໍ່ແມ່, ລຸງ, ປ້າ, ນ້າ, ອາ ແລະ ຫລິ້ນນໍ້າຢູ່ຕາມເສັ້ນທາງຕ່າງໆ ດ້ວຍຄວາມມ່ວນຊື່ນ, ຖືກຕ້ອງຕາມລະບຽບການ.



ສຳລັບກິດຈະກຳໃນມື້ທີສອງ ຢູ່ ນວ ກໍມີຫລາຍກິດຈະກຳ ເປັນຕົ້ນ ມວນຊົນໄດ້ໄປຫົດສົງນໍ້າພະພຸດທະຮູບ ຢູ່ຕາມວັດວາອາຮາມຕ່າງໆ ເລີ່ມແຕ່ເວລາ
8-18:00 ໂມງ ແລະ ຮ່ວມກິດຈະກຳຫລິ້ນ ນໍ້າຢູ່ເສັ້ນທາງເສດຖາທິລາດ (ເສັ້ນທາງວັດທະນະທຳ) ແລະ ບໍລິເວນນໍ້າພຸ ພ້ອມທັງຮ່ວມມ່ວນຊື່ນຢູ່ ເຂດສະໜາມກິລາເຈົ້າອານຸວົງ ໂດຍໄດ້ຈັດໃຫ້ມີການສະຫລອງເຕັມຮູບແບບ ເພື່ອໃຫ້ມວນຊົນ ກໍຄື ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດຮ່ວມສະເຫລີມສະຫລອງ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ພ້ອມທັງມີການຂາຍສິນຄ້າອຸປະໂພກ-ບໍລິໂພກ, ສິນຄ້າຫັດຖະກຳ, ຜະລິດຕະພັນ ຂອງໄວໜຸ່ມ ຢູ່ເຂດດ້ານຫລັງວັດອິນແປງ-ຮ່ອມວັດອົງຕື້ ເລີ່ມແຕ່ ເວລາ 17:00-22:00 ໂມງ.



ບຸນສົງການປີໃໝ່ລາວ ນັບວ່າເປັນປາງບຸນໃຫຍ່ທີ່ສຳຄັນ ຕໍ່ຊາວລາວບັນດາເຜົ່າ ທີ່ເຄີຍປະຕິບັດກັນມາແຕ່ຮຸ່ນປູ່ຍ່າຕານາຍ ແຕ່ເໜືອຮອດໃຕ້ ດ້ວຍຫລາຍຊື່ເອີ້ນທີ່ແຕກຕ່າງກັນເຊັ່ນ: ບຸນປີໃໝ່ລາວ
, ບຸນສົງການ, ບຸນຫົດນ້ຳ, ບຸນສົງນ້ຳພະ ສຸດແລ້ວແຕ່ຄວາມລຶ້ງເຄີຍ ຂອງແຕ່ລະທ້ອງຖິ່ນ. ຄຳວ່າ ປີໃໝ່ ຫລື ບຸນສົງການ ໝາຍເຖິງການປ່ຽນ ພສ ຫລື ຂວບປີ. ຂວບໜຶ່ງມີ 12 ລາສີ (ເດືອນ) ແລະ ການເອີ້ນວ່າ ບຸນຫົດນ້ຳ, ບຸນສົງນ້ຳພະນັ້ນ ກໍຍ້ອນວ່າປີໃໝ່ລາວທຸກປີ ເປັນຍາມອາກາດຮ້ອນທີ່ສຸດໃນລາວເຮົາ ແລະ ເພື່ອເປັນການ ບັນເທົາຄວາມຮ້ອນດັ່ງກ່າວ ຈຶ່ງໄດ້ນຳເອົານ້ຳມາຫົດຫລິ້ນ, ເອົາໄປສົງພະພຸດທະຮູບຢູ່ວັດ ເພື່ອເປັນການຂໍພອນອັນປະເສີດຕ່າງໆ. ພ້ອມນັ້ນ ຍັງເປັນການອວຍພອນເຊິ່ງກັນ ແລະ ກັນ ອີກດ້ວຍ. ຍ້ອນແນວນັ້ນເພິ່ນຈຶ່ງເອີ້ນວ່າ: ບຸນຫົດນ້ຳ ຫລື ບຸນສົງນ້ຳພະ ເຊິ່ງນັບແຕ່ນັ້ນມາ ນໍ້າ ໄດ້ກາຍເປັນໝາກຫົວໃຈຫລັກຂອງການຫລິ້ນບຸນປີໃໝ່ລາວເຮົາ ແລະ ການສະເຫລີມສະຫລອງບຸນປີໃໝ່.

ແນວໃດກໍຕາມ, ບຸນປີໃໝ່ລາວ ຖືວ່າເປັນເອກະລັກໂດດເດັ່ນສະເພາະຕົວ ແລະ ເປັນສິ່ງທີ່ພາກ ພູມໃຈຂອງຄົນລາວທັງຊາດ. ດັ່ງນັ້ນ, ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມພາກັນປົກປັກຮັກສາ ຮີດຄອງປະເພນີອັນດີງາມດັ່ງກ່າວ ແລະ ສ້າງຄວາມເບີກບານມ່ວນຊື່ນ, ສົ່ງເສີມໃຫ້ບຸນດັ່ງກ່າວ ເປັນສິ່ງດຶງດູດນັກທ່ອງທ່ຽວ ເຂົ້າມາປະເທດເຮົາໃຫ້ນັບມື້ຫລາຍຂຶ້ນ.

ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top