ເກຣັກ ຊຸກຍູ້ກອງທຶນປ້ອງກັນ ຄວາມໝັ້ນຄົງ ເອີຣົບ

17/04/2024 23:36
Email Print 362
ຂປລ ທ່ານ ກີຣີອາໂກສ ມິດໂຊຕາກິສ ນາຍົກລັດຖະມົນຕີເກຣັກ ໄດ້ຮຽກຮ້ອງໃຫ້ ສ້າງຕັ້ງກອງທຶນປ້ອງກັນຄວາມໝັ້ນຄົງເອິີຣົບ ພາຍຫລັງ ການພົບປະກັບ ຄູ່ຕຳແໜ່ງໂປໂລຍ ທ່ານໂດນາດ ຕາສ ຢູ່ນະຄອນຫລວງ ວາກໂຊກີ ປະເທດໂປໂລຍ.

ຂ​ປ​ລ.ສຳ​ນັກ​ຂ່າວ ວິ​ທະ​ຍຸ​ກະ​ຈາຍ​ສຽງ ແຫ່ງ​ຊາດ ຫວຽດ​ນາມ, ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ກີຣີອາໂກສ  ມິດໂຊຕາກິສ ນາຍົກລັດຖະມົນຕີເກຣັກ ໄດ້ຮຽກຮ້ອງໃຫ້ ສ້າງຕັ້ງກອງທຶນ ປ້ອງກັນຄວາມໝັ້ນຄົງ ເອິີຣົບ ພາຍຫລັງ ການພົບປະກັບ ຄູ່ຕຳແໜ່ງໂປໂລຍ ທ່ານໂດນາດ ຕາສ ຢູ່ນະຄອນຫລວງ ວາກໂຊກີ ປະເທດໂປໂລຍ.

ທ່ານ ກີຣີອາໂກສ  ມິດໂຊຕາກິສ ກ່າວວ່າ ການສ້າງຕັ້ງກອງທຶນດັ່ງກ່າວ ຈະຊ່ວຍແກ້ໄຂ ບັນດາ ຄວາມສ່ຽງໃນປັດຈຸບັນ ເປັນຕົ້ນ ການເພີ່ມທະວີ ຄວາມສາມາດ ໃນການ ປ້ອງກັນ ລູກສອນໄຟ. ການ​ເດີນ​ທາງ ໄປຢ້ຽມຢາມ ໂປໂລຍ ໃນຄັ້ງນີ້ ຖືວ່າ ເປັນທຳອິດ ຂອງ ນາຍົກ ລັດຖະມົນຕີ ເກ​ຣັກ ນັບແຕ່ ປີ 2011. ຄຽງຄູ່ກັນນັ້ນ, ທ່ານ ກີຣີອາໂກສ  ມິດໂຊຕາກິສ ຍັງສະແດງ ຄວາມຊົມເຊີຍ ຕໍ່ ຊາວເກ​ຣັກ ຮ່ວມ​ກັບ ​ຕຳຫຼວດ ດັບເພິງ ໂປໂລຍ ເພື່ອຊ່ວຍ ບັນດາ ການເຄື່ອນໄຫວ ດັບເພິງ ໃນເຫດການ ໄຟໄໝ້ປ່າແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top