ນັກວິຊາການ ຈີນ ເນັ້ນປັດໄຈຫຼັກຂອງຄວາມທັນສະໄໝແລະວິໄສທັດການພັດທະນາ2035

02/07/2026 10:02
ຂປລ ການພັດທະນາໃນໄລຍະຍາວຂອງຈີນແມ່ນການຂັບເຄື່ອນດ້ວຍຄວາມຕໍ່ເນື່ອງຂອງນະໂຍບາຍ, ສະຖຽນລະພາບທາງດ້ານສະຖາບັນແລະການປະຕິຮູບຢ່າງສະເໝີຕົ້ນສະເໝີປາຍ.

  (ຂປລ)ການພັດທະນາ ໃນໄລຍະຍາວຂອງຈີນ ແມ່ນການຂັບເຄື່ອນ ດ້ວຍຄວາມຕໍ່ເນື່ອງ ຂອງນະໂຍບາຍ, ສະຖຽນລະພາບທາງດ້ານ ສະຖາບັນແລະ ການປະຕິຮູບຢ່າງສະເໝີຕົ້ນ ສະເໝີປາຍ. ນີ້ແມ່ນຄຳເຫັນ ຂອງທ່ານຫວາງເຫວີນ (Wang Wen) ຄະນະບໍດີສະຖາບັນ ການສຶກສາ ການເງິນຊົງ ຢາງແຫ່ງ ມະຫາວິທະຍາໄລ ເຣັນມິນຂອງຈີນ, ໃນໂອກາດເຂົ້າຮ່ວມ ກອງປະຊຸມສຳມະນາ ສື່ມວນຊົນສາກົນ ທີ່ຈັດຂຶ້ນທີ່ນະຄອນຫຼວງ ປັກກິ່ງ ໃນວັນ ທີ 29ມິຖຸນາ 2026.

ໃນການກ່າວປາໄສ ຕໍ່ບັນດານັກຂ່າວ ຈາກທົ່ວໂລກ, ທ່ານຫວາງເຫວີນ ໄດ້ອະທິບາຍວ່າ ຂະບວນການທັນສະໄໝ ຂອງຈີນ ມີລັກສະນະຄ້າຍຄື ກັບຫຼັກການ “ດອກເບ້ຍທົບຕົ້ນ” (compound interest), ບ່ອນທີ່ຜົນສຳເລັດ ຂອງນະໂຍບາຍຕ່າງໆ ໄດ້ສະສົມຜົນປະໂຫຍດ ໃຫ້ແກ່ການ ພັດທະນາ ໃນໄລຍະຍາວ. ຄວາມສາມາດຂອງຈີນໃນການຮັກສາສະຖຽນລະພາບທາງການເມືອງ, ການດຳເນີນການ ປະຕິຮູບຢ່າງຕໍ່ເນື່ອງ ແລະການ ຫຼີກລ່ຽງ ຄວາມວຸ້ນວາຍໃຫຍ່ຫຼວງ ໄດ້ເຮັດໃຫ້ປະເທດສາມາດ ຮັກສາການຂະຫຍາຍ ໂຕທາງດ້ານເສດຖະກິດ ແລະ ສັງຄົມໄດ້ຢ່າງວ່ອງໄວ.

ທ່ານຫວາງເຫວີນ ຍັງໄດ້ຍົກໃຫ້ເຫັນ5ຂົງເຂດ ສໍາຄັນທີ່ສະໜັບສະໜູນ ການພັດທະນາ ທີ່ມີຄຸນນະພາບສູງ ຂອງຈີນໄດ້ແກ່ ການປັບປຸງ ສະຫວັດດີການ ຂອງປະຊາຊົນ, ການຂະຫຍາຍ ການບໍລິໂພກທີ່ທັນສະໄໝ, ການຍົກລະດັບ ການຜະລິດຂັ້ນສູງ, ການພັດທະນາ ພື້ນຖານໂຄງລ່າງ ດ້ານດິຈິຕອນ ແລະ ສີຂຽວແລະການເສີມສ້າງ ຂະແໜງການບໍລິການ ທີ່ທັນສະໄໝ.

ນອກຈາກນີ້, ທ່ານຍັງໄດ້ຕັ້ງຂໍ້ສັງເກດວ່າ ຄວາມທັນສະໄໝ ຂອງຈີນໄດ້ມາພ້ອມກັບ ຄວາມພະຍາຍາມ ໃນການປະຕິຮູບທີ່ສຳຄັນ ເພື່ອແກ້ໄຂ ສິ່ງທ້າທາຍຕ່າງໆເຊັ່ນ: ຄວາມທຸກຍາກ, ການສໍ້ລາດບັງຫຼວງ, ການປົກປ້ອງສິ່ງແວດ ລ້ອມແລະແຮງກົດດັນ ທາງເສດຖະກິດ. ມາດຕະການເຫຼົ່ານີ້ໄ ດ້ຊ່ວຍປັບປຸງ ການຄຸ້ມຄອງ ບໍລິຫານ, ພ້ອມທັງຍັງສະໜັບສະໜູນ ການພັດທະນາ ແບບຍືນຍົງ ໄປຄູ່ກັນ.

ສປ ຈີນ ໄດ້ວາງບຸລິມະສິດ ການພັດທະນາຮອດປີ2035, ລວມທັງການ ສ້າງເສດຖະກິດ ຕະຫຼາດສັງຄົມນິຍົມ ທີ່ມີມາດຕະຖານສູງ, ການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ, ການຊຸກຍູ້ການປົກປ້ອງ ລະບົບນິເວດ, ການເສີມສ້າງການພັດທະນາວັດທະນະທຳ, ການເພີ່ມ ຄວາມໝັ້ນຄົງ ແຫ່ງຊາດ ແລະ ການຍົກລະດັບ ການຄຸ້ມຄອງບໍລິຫານ ໃຫ້ທັນສະໄໝຍິ່ງຂຶ້ນ. ຮູບແບບຄວາມ ທັນສະໄໝ ຕາມສີສັນຂອງຈີນ ບໍ່ໄດ້ມີຈຸດປະສົງ ເພື່ອເປັນແຜນຜັງໃຫ້ແກ່ປະເທດອື່ນ, ແຕ່ເປັນຕົວຢ່າງ ທີ່ສະແດງໃຫ້ເຫັນ ວ່າບັນດາປະເທດສາມາດ ດຳເນີນການ ພັດທະນາໂດຍ ອີງໃສ່ສະພາບ ການຕົວຈິງ, ຈຸດແຂງທາງດ້ານສະຖາບັນ ແລະຍຸດທະສາດ ການພັດທະນາ ໃນໄລຍະຍາວຂອງຕົນເອງໄດ້.

ກອງປະຊຸມສຳມະນາດັ່ງກ່າວ ເປັນສ່ວນໜຶ່ງຂອງການຮ່ວມມື ລະຫວ່າງມະຫາວິທະຍາໄລ ເຣັນມິນກັບສື່ມວນຊົນສາກົນ ເພື່ອສົ່ງເສີມການ ສົນທະນາກ່ຽວ ກັບການຫັນປ່ຽນທາງ ເສດຖະກິດ ແລະ ວາລະການພັດທະນາ ໃນອະນາຄົດຂອງຈີນ.

ຂ່າວ-ຮູບ: ວິນນາລີ ນາມຄະລັກ

KPL

ຂ່າວອື່ນໆ

ads
ads

Top