ຂປລ
(ຂປລ) ຈີນໄດ້ກໍານົດ “ເຂດສາທິດການປ່ອຍກາກບອນຕໍ່າ ໄຊເສດຖາ-ວຽງຈັນ” ໃນ ສປປ ລາວ ເປັນແບບຢ່າງຂອງການຮ່ວມມືດ້ານການພັດທະນາສີຂຽວ ພາຍໃຕ້ຂໍ້ລິເລີ່ມການພັດທະນາທົ່ວໂລກ (GDI).

ຂປລ. ຈີນໄດ້ກໍານົດ “ເຂດສາທິດ ການປ່ອຍກາກບອນຕໍ່າ ໄຊເສດຖາ-ວຽງຈັນ” ໃນ ສປປ ລາວ ເປັນແບບຢ່າງຂອງການຮ່ວມມື ດ້ານການພັດທະນາສີຂຽວ ພາຍໃຕ້ຂໍ້ລິເລີ່ມ ການພັດທະນາ ທົ່ວໂລກ (GDI).
ໃນການຖະແຫຼງຂ່າວ ທີ່ນະຄອນຫຼວງປັກກິ່ງ ເມື່ອວັນທີ 30 ມິຖຸນາ ຜ່ານມາ, ທ່ານ ນາງ ຖາງ ອິງ (Tang Ying) ໂຄສົກອົງການຮ່ວມມື ເພື່ອການພັດທະນາສາກົນ ຂອງຈີນ (CIDCA) ກ່າວວ່າ ໂຄງການດັ່ງກ່າວສະແດງ ໃຫ້ເຫັນເຖິງຄວາມ ມຸ່ງໝັ້ນຂອງຈີນ ໃນການສະໜັບສະໜູນ ການພັດທະນາແບບຍືນຍົງ ແລະ ການຮ່ວມມື ດ້ານສະພາບ ອາກາດກັບບັນດາ ປະເທດກຳລັງພັດທະນາ.
ອີງຕາມຂໍ້ມູນຈາກ ອົງການຮ່ວມມື ເພື່ອການພັດທະນາ ສາກົນຂອງຈີນ, ເຂດສາທິດການປ່ອຍ ກາກບອນຕ່ຳ ໄຊເສດຖາ-ວຽງຈັນ ແມ່ນໜຶ່ງໃນ 10 ໂຄງການທົດລອງ ກາກບອນຕ່ ຳທີ່ຈີນໄດ້ສ້າງຕັ້ງຂຶ້ນ ໃນປະເທດຄູ່ຮ່ວມມື. ໂຄງການດັ່ງກ່າວ ໄດ້ນຳເອົາລະບົບໄຟເຍືອງທາງ ພະລັງງານແສງຕາເວັນ, ລົດເມພະລັງງານໃໝ່ ແລະ ພາຫະນະຕິດຕາມ ກວດກາສິ່ງ ແວດລ້ອມ ມາໃຊ້ເພື່ອສະໜັບສະໜູນ ການພັດທະນາຕົວເມືອງ ກາກບອນຕ່ຳ.

ອົງການດັ່ງກ່າວ ໄດ້ຄາດຄະເນວ່າ ອຸປະກອນທີ່ນຳມາຕິດຕັ້ງໃໝ່ນີ້ ຈະສາມາດຫຼຸດຜ່ອນ ການປ່ອຍກາກບອນໄດ້ຫຼາຍກວ່າ 1.200 ໂຕນຕໍ່ປີ, ພ້ອມທັງປະກອບ ສ່ວນປັບປຸງ ການບໍລິ ການຕົວເມືອງ ແລະ ການຄຸ້ມຄອງສິ່ງແວດລ້ອມ ໃຫ້ດີຂຶ້ນ. ນອກຈາກນີ້, ໂຄງການດັ່ງກ່າວ ຍັງໄດ້ຊ່ວຍດຶງດູດ ການລົງທຶນ ເຂົ້າສູ່ເຂດພັດທະນາ ເສດຖະກິດກວມລວມ ໄຊເສດຖາ, ເຊິ່ງເປັນການສະໜັບສະໜູນ ກິດຈະກຳທາງທຸລະກິດ ແລະ ສ້າງວຽກເຮັດງານທຳ ອີກດ້ວຍ.
ທ່ານ ນາງ ຖາງ ອິງ ກ່າວຕື່ມວ່າ ຈີນຍັງຄົງຮັກສາຄວາມມຸ່ງໝັ້ນ ໃນການສົ່ງເສີມການ ພັດທະນາສີຂຽວ ແລະ ເພີ່ມທະວີການຮ່ວມມືກັບ ບັນດາປະເທດຄູ່ຮ່ວມມື ເພື່ອຮັບມືກັບ ການ ປ່ຽນແປງ ຂອງດິນຟ້າອາກາດ ແລະ ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ.

ອົງການຮ່ວມມື ເພື່ອການພັດທະນາສາກົນ ຂອງຈີນຍັງໃຫ້ຮູ້ວ່າ ປີ 2026 ເປັນປີຄົບຮອບ 5 ປີ ຂອງຂໍ້ລິເລີ່ມ ການພັດທະນາທົ່ວໂລກ ແລະ ເປັນການເລີ່ມຕົ້ນ ຂອງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ຂອງຈີນ, ໂດຍ ອົງການຮ່ວມມື ເພື່ອການພັດທະນາ ສາກົນຂອງຈີນຈະສືບຕໍ່ ຈັດຕັ້ງປະຕິບັດໂຄງການ ພັດທະນາຕົວຈິງ ໃນຂະແໜງການຕ່າງໆ ເຊັ່ນ: ການສຶກສາ, ກະສິກຳ, ສາທາລະນະສຸກ ແລະ ການຝຶກອົບຮົມວິຊາຊີບ, ໂດຍສະເພາະແມ່ນ ໃຫ້ແກ່ບັນດາປະເທດ ກຳລັງພັດທະນາ.
ນອກຈາກນີ້ ຈີນຍັງຈະໃຫ້ການຊ່ວຍເຫຼືອ ດ້ານມະນຸດສະທຳສຸກເສີນ ເພີ່ມຕື່ມອີກ 100 ລ້ານຢວນ ເພື່ອສະໜັບສະໜູນ ວຽກງານບັນເທົາທຸກ ແລະ ການຟື້ນຟູໃນປະເທດ ເວເນຊູເອລາ ພາຍຫຼັງເກີດເຫດ ແຜ່ນດິນໄຫວຮຸນແຮງ, ເຊິ່ງເປັນການຢືນຢັນ ເຖິງຄວາມມຸ່ງໝັ້ນຂອງຈີນ ໃນການຮ່ວມມື ດ້ານມະນຸດສະທຳສາກົນ ແລະ ການຕອບໂຕ້ໄພພິບັດ.
ຂ່າວ-ຮູບ : ວິນນາລີ ນາມຄາລັກ
KPL