ຂປລ
ຜົນການສຶກສາຂອງລັດຖະບານຢີ່ປຸ່ນ ທີ່ຖືກເປີດເຜີຍໃນວັນທີ 2 ກໍລະກົດລະບຸວ່າ: ມີປະຊາຊົນຍີ່ປຸ່ນອາຍຸລະຫວ່າງ 15-64 ປີ ປະມານ350.000 ຄົນ
ຂປລ.ສຳນັກຂ່າວ ກຽວໂດ (Kyodo News) ລາຍງານວ່າ: ຜົນການສຶກສາຂອງລັດຖະບານຢີ່ປຸ່ນ ທີ່ຖືກເປີດເຜີຍໃນວັນທີ 2 ກໍລະກົດລະບຸວ່າ: ມີປະຊາຊົນຍີ່ປຸ່ນອາຍຸລະຫວ່າງ 15-64 ປີ ປະມານ350.000 ຄົນທີ່ຄາດວ່າເຄີຍເສບໂຄເຄນ ເຊິ່ງຖືວ່າເປັນຕົວເລກທີ່ສູງທີ່ສຸດ ນັບຕັ້ງແຕ່ເລີ່ມນຳໃຊ້ວິທີການວິໄຈແບບປະຈຸບັນໃນປີ 2007 ເປັນຕົ້ນມາ.
ຈາກການສຳຫລວດທົ່ວປະເທດ ໂດຍກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ ຂອງຢີ່ປຸ່ນ ໃນປີ 2025 ພົບວ່າ:ມີຜູ້ຕອບແບບສອບຖາມ0.4%ຍອມຮັບວ່າເຄີຍເສບໂຄເຄນ ເຊິ່ງສອດຄ່ອງກັບສະຖິຕິການຈັບກຸມຄະດີໂຄເຄນຂອງຕຳຫລວດ ທີ່ເພີ່ມສູງຂຶ້ນເປັນປະຫວັດການໃນປີດຽວກັນ.
ເຖິງຢ່າງໃດກໍຕາມ, ຢາເສບຕິດຜິດກົດໝາຍທີ່ໄດ້ຮັບຄວາມນິຍົມໃຊ້ຫລາຍທີ່ສຸດແມ່ນກັນຊາໂດຍມີສັດສ່ວນຢູ່ທີ່1,6%ຫລືປະມານ1.410.000 ຄົນ./.
KPL