ອົດສະຕຣາລີ ຢຶດຢາເສບຕິດຈາກໄທກວ່າ 82 ກິໂລກຣາມໃນຮອບ 6 ເດືອນ

02/07/2026 12:17
ຂປລ ຂໍ້ມູນຈາກສຳນັກງານຕຳຫລວດແຫ່ງຊາດອົດສະຕຣາລີ, ກອງກຳລັງພິທັກຊາຍແດນອົດສະຕຣາລີ ແລະ ຄະນະກຳມະການຂ່າວລັບອາຊະຍາກຳອົດສະຕຣາລີ

ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານຈາກເມືອງຊິດນີ ປະເທດອົດສະຕຣາລີ ເມື່ອວັນທີ 1 ກໍລະກົດ ວ່າ:ຂໍ້ມູນຈາກສຳນັກງານຕຳຫລວດແຫ່ງຊາດອົດສະຕຣາລີ, ກອງກຳລັງພິທັກ ຊາຍແດນອົດສະຕຣາລີ ແລະ ຄະນະກຳມະການຂ່າວລັບອາຊະຍາກຳອົດສະຕຣາລີ ແຈ້ງວ່າ: ໃນໄລຍະ 6 ເດືອນທຳອິດຂອງປີ 2026 ຫລື ລະຫວ່າງເດືອນມັງກອນ ຫາ ມິຖຸນາ ທີ່ຜ່ານມາ ອົດສະຕຣາລີ ກວດພົບຄະດີລັກລອບນຳເຂົ້າຢາເສບຕິດຈາກປະເທດໄທ ເຂົ້າສູ່ປະເທດ ຢ່າງໜ້ອຍ 6 ຄະດີ ແລະ ມີຜູ້ຖືກດຳເນີນຄະດີບໍ່ຕ່ຳກວ່າ 10 ຄົນ. ໜຶ່ງໃນນັ້ນ ແມ່ນພະນັກງານຈຸບິນ (ແອໂຮດສະເຕດ) ຍິງ ອາຍຸ 26 ປີ ຂອງສາຍການບິນໄທແອເວຍ (Thai Airways) ທີ່ຫາກໍຖືກຈັບກຸມໄດ້ຢູ່ສະໜາມບິນສາກົນ ເມວເບິນ.

ຂອງກາງທີ່ກວດຢຶດໄດ້ ປະກອບມີ:ເຮໂຣອິນ, ເມດແອມເຟຕາມິນ (ຢາບ້າ/ຢາໄອສ໌) ແລະ ຢາເສບຕິດປະເພດອື່ນໆ ລວມນ້ຳໜັກຫລາຍກວ່າ 82 ກິໂລກຣາມ. ກວມເອົາ ມູນຄ່າຫລາຍກວ່າ 40 ລ້ານໂດລາອົດສະຕຣາລີ .

ການປາບປາມເຄືອຂ່າຍອາຊະຍາກຳຂ້າມຊາດ ຍັງຄົງແມ່ນພາລະກິດທີ່ສຳຄັນ, ໂດຍໜ່ວຍງານບັງຄັບໃຊ້ກົດໝາຍ ຈະເຮັດວຽກຮ່ວມກັບປະເທດຄູ່ຮ່ວມງານ ລວມທັງໄທ ເພື່ອສືບ ສວນເສັ້ນທາງການລຳລຽງຢາເສບຕິດ ແລະ ດຳເນີນຄະດີກັບຜູ້ທີ່ມີສ່ວນກ່ຽວຂ້ອງຕະຫລອດທັງຂະບວນການ./.

KPL

ຂ່າວອື່ນໆ

ads
ads

Top