ຂປລ
ທະນາຄານໂລກ (World Bank) ຈະເລີ່ມຢຸດການປ່ອຍເງິນກູ້ຢືມ ໃຫ້ແກ່ປະເທດຈີນ ພາຍໃນປີ 2031 ຫລັງຈາກທີ່ໄດ້ຫລຸດປະລິມານການປ່ອຍກູ້ລົງຢ່າງຕໍ່ເນື່ອງມາເປັນເວລາຫລາຍປີ

ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງ ວໍຊິງຕັຂອງສ.ອາເມລິກາວ່າ: ທະນາຄານໂລກ (World Bank) ຈະເລີ່ມຢຸດການປ່ອຍເງິນກູ້ຢືມ ໃຫ້ແກ່ ປະເທດຈີນ ພາຍໃນປີ 2031 ຫລັງຈາກທີ່ໄດ້ຫລຸດປະລິມານ ການປ່ອຍກູ້ລົງຢ່າງຕໍ່ເນື່ອງ ມາເປັນເວລາຫລາຍປີ ເຊິ່ງສະທ້ອນໃຫ້ເຫັນເຖິງ ການເຕີບໂຕຂອງຈີນ ຈົນກາຍເປັນ ປະເທດ ທີ່ມີພື້ນຖານເສດຖະກິດ ຂະໜາດໃຫຍ່ເປັນອັນດັບ 2 ຂອງໂລກ.
ແຫລ່ງຂ່າວໜຶ່ງໄດ້ເປີດເຜີຍວ່າ: ຄະນະກໍາມະການ ຂອງທະນາຄານໂລກ ຈະມີການທົບທວນແຜນການດັ່ງກ່າວ ໃນໄລຍະວັນທີ 20 ກໍລະກົດນີ້, ເຖິງວ່າຈະບໍ່ຈຳເປັນ ຕ້ອງມີການລົງ ມະຕິຢ່າງເປັນທາງການກໍຕາມ ແຕ່ແຜນການນີ້ແມ່ນ ໄດ້ຮັບການຕົກລົງຮ່ວມກັນລະຫວ່າງ ທະນາຄານໂລກ ແລະ ຈີນ ເຊິ່ງເປັນສ່ວນໜຶ່ງ ຂອງກອບຄວາມຮ່ວມມື ລະດັບປະເທດໃນໄລຍະເວລາ 5 ປີ.
ການປ່ຽນແປງໃນຄັ້ງນີ້, ເຊິ່ງຖືວ່າເປັນການລາຍງານ ຄັ້ງທຳອິດໂດຍໜັງສືພິມ Financial Timesຈະຈຳກັດການປ່ອຍເງິນກູ້ຂອງທະນາຄານເພື່ອການພັດທະນາພະຫຸພາຄີ ໃຫ້ແກ່ລັດຖະບານຈີນ ໄວ້ທີ່ບໍ່ເກີນ2 ຕື້ໂດລາສະຫະລັດນັບຕັ້ງແຕ່ປັດຈຸບັນ ໄປຈົນຮອດປີ 2031 ແລະ ຈະຢຸດຕິການປ່ອຍ ເງິນກູ້ຢືມລົງຢ່າງຖາວອນຫລັງຈາກນັ້ນ.
KPL