ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວ ເຮັດວຽກ ຢູ່ດ່ານທ້ອງຖິ່ນປາກຕາພານ ເມືອງລະຄອນເພັງ

10/04/2024 18:00
Email Print 865
ຂປລ ຂປລ. ໃນວັນທີ 9 ເມສາ 2024 ນີ້, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ຜູ້ຕາງໜ້າຈາກຂະແໜງການ ທີ່ກ່ຽວຂ້ອງຂອງສູນກາງ ຮ່ວມກັບ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ພ້ອມດ້ວຍຂະແໜງການ ທີ່ກ່ຽວຂ້ອງຂອງແຂວງສາລະວັນ ລົງເຄື່ອນໄຫວກວດກາ, ເກັບກໍາຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບຄວາມຄືບໜ້າການກໍ່ສ້າງພື້ນຖານໂຄງລ່າງ ຂອງດ່ານທ້ອງຖິ່ນປາກຕາພານ ເມືອງລະຄອນເພັງ ແຂວງສາລະວັນ



ຂປລ. ໃນວັນທີ 9 ເມສາ 2024 ນີ້
, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ຜູ້ຕາງໜ້າຈາກຂະແໜງການ ທີ່ກ່ຽວຂ້ອງຂອງສູນກາງ ຮ່ວມກັບ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ພ້ອມດ້ວຍຂະແໜງການ ທີ່ກ່ຽວຂ້ອງຂອງແຂວງສາລະວັນ ລົງເຄື່ອນໄຫວກວດກາ, ເກັບກໍາຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບຄວາມຄືບໜ້າການກໍ່ສ້າງພື້ນຖານໂຄງລ່າງ ຂອງດ່ານທ້ອງຖິ່ນປາກຕາພານ ເມືອງລະຄອນເພັງ ແຂວງສາລະວັນ ເພື່ອກະກຽມຄວາມພ້ອມ ໃນການຍົກຂຶ້ນ ເປັນດ່ານສາກົນ.



ການລົງຕິດຕາມ
, ກວດກາ ໃນຄັ້ງນີ້, ເປັນການປະຕິບັດຕາມກົດໝາຍ ວ່າດ້ວຍຊາຍແດນແຫ່ງຊາດ, ດໍາລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ມາດຕາ 25 ແລະ ແຈ້ງການຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1581/ຫສນຍ, ລົງວັນທີ 24 ສິງຫາ 2023 ທີ່ເຫັນດີອະນຸມັດໃຫ້ອົງການ ປົກຄອງຂອງແຂວງສາລະວັນ ສືບຕໍ່ປັບປຸງໂຄງລ່າງພື້ນຖານ ເພື່ອກະ ກຽມຍົກລະດັບຂຶ້ນເປັນດ່ານສາກົນ ເຊິ່ງດ່ານດັ່ງກ່າວ ເປັນດ່ານຊາຍແດນທາງແມ່ນໍ້າຂອງ, ຕັ້ງຢູ່ເຊິ່ງໜ້າກັບຈຸດຜ່ານແດນຖາວອນ (ດ່ານສາກົນ) ປາກແຊງ, ກຸ່ມບ້ານພະລານ ເມືອງນາຕານ ແຂວງອຸບົນຣາຊະທານີ, ມີເສັ້ນທາງເຊື່ອມຕໍ່ ກັບເສັ້ນທາງຫລວງແຫ່ງຊາດ ເລກທີ 13 ໃຕ້, ເປັນທາງປູຢາງສອງຊັ້ນເລກທີ 2.6901 ຢູ່ຈຸດຕັດກັບສາມແຍກບ້ານຖໍ້າພວງ ເມືອງລະຄອນເພັງ ລວງຍາວປະມານ 17,5 ກິໂລແມັດ.



ຜ່ານການລົງສໍາຫລວດ
, ເກັບກໍາຂໍ້ມູນເຫັນວ່າ ເປັນຈຸດຍຸດທະສາດທີ່ມີຄວາມສໍາຄັນໃຫ້ແກ່ການປະກອບ ສ່ວນອຳນວຍຄວາມສະດວກໃນການບໍລິການ, ການຂົນສົ່ງສິນຄ້າ ລະຫວ່າງ ະເທດ, ຜູ້ໂດຍສານ, ນັກທ່ອງທ່ຽວ, ການເຂົ້າ-ອອກຂອງປະຊາຊົນ, ປະກອບສ່ວນສ້າງສາຍພົວພັນ ມິດຕະພາບທີ່ດີກັບປະເທດເພື່ອນບ້ານ, ບັນດາປະ ເທດໃນພາກພື້ນ ແລະ ສາກົນ ແນໃສ່ເຮັດໃຫ້ການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໃຫ້ມີການຂະຫຍາຍຕົວ ແລະ ຍືນຍົງ ໂດຍສະເພາະ ຊີວິດການເປັນຢູ່ຂອງປະຊາຊົນ ແຂວງສາລະວັນ ກໍຄື ປະຊາຊົນລາວບັນດາເຜົ່າໃຫ້ມີ ຄວາມສົມບູນພູນສຸກຂຶ້້ນໄປເລື້ອຍໆ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງສີລິວິໄລ.

ປັດຈຸບັນ, ການກໍ່ສ້າງພື້ນຖານໂຄງລ່າງຂອງດ່ານ ແມ່ນມີຄວາມພ້ອມສົມຄວນ ແລະ ສຳເລັດໃນຫລາຍດ້ານ ໂດຍສະເພາະແຜນຜັງລວມຂອງດ່ານ, ເສັ້ນທາງຄົມມະນາຄົມ, ຕຶກອາຄານຫ້ອງການຂອງເຈົ້າໜ້າທີ່ ກວດກາຄົນເຂົ້າ-ອອກເມືອງ, ເຈົ້າໜ້າທີ່ພາສີ, ເຮືອນພັກພະນັກງານ, ບຸກຄະລາກອນ ແລະ ດ້ານອື່ນໆເຫັນວ່າມີຄວາມພ້ອມສົມຄວນ.

ໃນກອງປະຊຸມປຶກສາຫາລື ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບຟັງການລາຍງານລະອຽດກ່ຽວກັບ ຄວາມຄືບໜ້າຂອງການກໍ່ສ້າງດ່ານ ຈາກເຈົ້າໜ້າທີ່ຂອງແຂວງສາລະວັນ, ພ້ອມທັງຮັບຟັງການປະກອບຄວາມຄິດເຫັນ ຂອງບັນດາຜູ້ຕາງໜ້າຈາກ ຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ. ພ້ອມທັງ ໄດ້ໃຫ້ທິດຊີ້ນຳກ່ຽວກັບການກະກຽມຄວາມພ້ອມ ຍົກລະດັບດ່ານທ້ອງຖິ່ນປາກຕາພານ ຂຶ້ນເປັນດ່ານສາກົນນັ້ນ, ຈະຕ້ອງໄດ້ສືບຕໍ່ປັບປຸງພື້ນຖານໂຄງລ່າງຂອງດ່ານ, ກະກຽມບຸກຄະລາກອນ ຂອງທຸກຂະແໜງການ, ເຄື່ອງມືອຸປະກອນຮັບໃຊ້ ແລະ ດ້ານອື່ນໆ ໃຫ້ຄົບເງື່ອນໄຂຕາມມາດຕະຖານ ທີ່ໄດ້ກຳນົດໄວ້ໃນດຳລັດວ່າດ້ວຍ ດ່ານຊາຍແດນ ແລະ ສະໜາມບິນສາກົນ ເພື່ອຈະໄດ້ນຳສະເໜີຕໍ່ລັດຖະບານ ພິຈາລະນາອະນຸມັດໃນຂັ້ນຕໍ່ໄປ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ຫົວໜ້າ ອອປສ ຕ້ອນຮັບທູດຍີ່ປຸ່ນເຂົ້າຢ້ຽມອຳລາການເມືອງ

      ຫົວໜ້າ ອອປສ ຕ້ອນຮັບທູດຍີ່ປຸ່ນເຂົ້າຢ້ຽມອຳລາ

      4/29/2024 2:35:58 PM

      ຂປລ. ໃນວັນທີ 29 ເມສາ 2024 ນີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ເນື່ອງໃນໂອກາດໃກ້ຈະສຳເລັດ ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

    • ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນການເມືອງ

      ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ

      4/29/2024 11:26:00 AM

      ຂປລ. ໃນວັນທີ 26 ເມສາ 2024 ຜ່ານມາ, ກະຊວງການຕ່າງປະເທດ ໄດ້ລົງນາມເອກະສານ ແລກປ່ຽນຮັບເອົາໂຄງການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ສໍາລັບ ໂຄງການພັດທະນາ ເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນ ແລະ ລົດກົນຈັກຕ່າງໆ

    • ວຽກງານສາມສ້າງ ຂະແໜງ ຍທຂ ມີຜົນສຳເລັດຫລາຍດ້ານການເມືອງ

      ວຽກງານສາມສ້າງ ຂະແໜງ ຍທຂ ມີຜົນສຳເລັດຫລາຍດ້ານ

      4/29/2024 9:44:34 AM

      ລັດຖະບານ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຖືວຽກງານສາມສ້າງເປັນວຽກປົກກະຕິ ແລະ ເປັນບຸລິມະສິດໃນການປະ ຕິບັດພາລະບົດບາດ ແລະ ໜ້າທີ່ການເມືອງຂອງຕົນ ແຕ່ປີ 2019-2023 ຊຶ່ງໄລຍະຜ່ານມາການຈັດຕ້ັງປະຕິບັດວຽກງານດ່ັງກ່າວມີຜົນສຳເລັດຫລາຍດ້ານ.

    • ຄະນະກວດກາສູນກາງພັກ  ສະຫລຸບວຽກກວດກາ ປີ 2023 ແລະ ວາງທິດທາງແຜນການ ປີ 2024ການເມືອງ

      ຄະນະກວດກາສູນກາງພັກ ສະຫລຸບວຽກກວດກາ ປີ 2023 ແລະ ວາງທິດທາງແຜນການ ປີ 2024

      4/27/2024 11:40:31 AM

      ຂປລ. ກອງ​ປະ​ຊຸມສະ​ຫລຸບວຽກ​ງານກວດ​ກາ​ ປະ​ຈຳ​ປີ 2023 ແລະ ທິດ​ທາງ​ແຜນ​ການ​ປະ​ຈຳ​ປີ 2024 ຂອງ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ ແລະ ເຊື່ອມ​ຊຶມ​​ ເອ​ກະ​ສານ​​​​ບັນ​ດາ​ບົດແນະ​ນຳ ຈັດຂຶ້ນໃນວັນທີ 26 ເມສາ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງ​ສະ​ລິດ ມັງ​ໜໍ່​ເມກ ຄະນະເລຂາທິການສູນກາງພັກ, ​ເລຂາ​ຄະນະ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ພ້ອມດ້ວຍຄະນະພັກ, ຄະນະນຳ ແລະ ພະນັກງານພາຍໃນເຂົ້າຮ່ວມ.

    • ກະຊວງການຕ່າງປະເທດ ສະຫລຸບວຽກງານກວດກາ ປະຈຳປີ 2023ການເມືອງ

      ກະຊວງການຕ່າງປະເທດ ສະຫລຸບວຽກງານກວດກາ ປະຈຳປີ 2023

      4/27/2024 11:22:21 AM

      ຂປລ. ໃນວັນທີ 26 ເມສາ 2024 ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມສະຫລຸບວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການປີ 2024, ພ້ອມທັງເຜີຍແຜ່ເອກະສານທີ່ກ່ຽວຂ້ອງ ຈຳນວນໜຶ່ງ

ads
ads

Top