ໄຂກອງປະຊຸມປະທານແນວໂຮມ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ

10/04/2024 17:16
Email Print 1304
ຂປລ ຂປລ. ກອງປະຊຸມປະທານແນວໂຮມ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ຈັດຂຶ້ນໃນວັນທີ 9 ເມສາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ, ມີປະທານແນວໂຮມຈຳປູເຈຍ, ປະທານແນວໂຮມຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ




ຂປລ. ກອງປະຊຸມປະທານແນວໂຮມ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ຈັດຂຶ້ນໃນວັນທີ 9 ເມສາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ
, ມີປະທານແນວໂຮມຈຳປູເຈຍ, ປະທານແນວໂຮມຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ, ມີການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ບົດຮຽນ ແລະ ພຶດຕິກໍາທີ່ດີກ່ຽວກັບ ການປະຕິບັດບົດບັນທຶກ ການຮ່ວມມືສາມຝ່າຍ ໃນໄລຍະຜ່ານມາ.



ທ່ານ ສິນລະວົງ ຄຸດໄພທູນ ໄດ້ໃຫ້ຮູ້ວ່າ: ບັນຫາຕ່າງໆທີ່ໄດ້ຍົກຂຶ້ນມາປຶກສາຫາລື ໃນກອງປະຊຸມຄັ້ງນີ້, ລ້ວນແຕ່ໄດ້ຮັບການຮັບຮອງ ຈາກທັງສາມຝ່າຍຢ່າງເປັນເອກະພາບ. ພ້ອມນີ້
, ທ່ານຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມພະຍາຍາມ ຂອງແນວໂຮມ ສາມປະເທດ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ບົດບັນທຶກຮ່ວມມື ກໍຄື ບັນດາກິດຈະກໍາຕ່າງໆ ໃນໄລຍະ 3 ປີ ຜ່ານມາ ໄດ້ຮັບຜົນສໍາເລັດໃນຫລາຍດ້ານ, ຕີລາຄາສູງຕໍ່ລັດຖະບານ ກໍຄື ອໍານາດການປົກຄອງທ້ອງຖິ່ນຂອງ 3 ປະເທດ ທີ່ໄດ້ເອົາໃຈໃສ່ປະສານງານ ແລະ ປຶກສາຫາລືຮ່ວມກັນຢ່າງເປັນປົກກະຕິ ເຊິ່ງເປັນການສົ່ງເສີມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນສາມຊາດ ໄດ້ໄປມາຫາສູ່, ຄ້າຂາຍ ແລະ ຢູ່ຮ່ວມກັນຢ່າງເປັນປົກກະຕິ. ເຖິງຢ່າງໃດກໍຕາມ ຍັງມີບາງຂໍ້ຄົງຄ້າງ ໃນການປະຕິບັດບົດບັນທຶກ ກອງປະຊຸມຄັ້ງທີ 4 ທີ່ຈະຕ້ອງຮ່ວມກັນແກ້ໄຂ ເປັນຕົ້ນແມ່ນ ການໂຄສະນາສຶກສາອົບຮົມໃຫ້ປະຊາຊົນ ຍັງບໍ່ທັນເລິກເຊິ່ງ ແລະ ທົ່ວເຖິງ, ປາກົດ ການເຂົ້າ-ອອກເມືອງແບບບໍ່ຖືກກົດໝາຍ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ບັນຫາຕ່າງໆ.




ສຳລັບບົດບັນທຶກກອງປະຊຸມ ຄັ້ງທີ 5 ເຫັນວ່າມີຫລາຍເນື້ອໃນທີ່ສໍາຄັນ ເຊິ່ງໄດ້ຮວມເອົາທັງຈິດໃຈ ຂອງບົດບັນທຶກສະບັບເກົ່າຢູ່ນໍາ ແລະ ບັນຫາໃໝ່ຈໍານວນໜຶ່ງ ທີ່ລ້ວນແຕ່ແມ່ນບັນຫາທີ່ສາມຝ່າຍ ຕ້ອງໄດ້ຮ່ວມກັນເພີ່ມຄວາມຮັບຜິດຊອບ ໃນການຈັດຕັ້ງ ປະຕິບັດໃຫ້ມີໝາກມີຜົນຕໍ່ໄປ. ພ້ອມກັນນັ້ນ, ຈະໄດ້ພ້ອມກັນຈັດຕັ້ງຜັນຂະ ຫຍາຍຜົນການພົບປະຂອງກົມການເມືອງ ແລະ ລັດຖະບານສາມປະເທດ ທີ່ໄດ້ຕົກລົງຮ່ວມກັນແລ້ວນັ້ນ ໃຫ້ປາ ກົດຜົນເປັນຈິງ ເປັນຕົ້ນແມ່ນການສະໜັບສະໜູນ ເພີ່ມທະວີການຮ່ວມມື ດ້ານການເມືອງ
, ການທູດປະຊາຊົນໃຫ້ເຂົ້າສູ່ລວງເລິກ, ແລກປ່ຽນຂໍ້ມູນຂ່າວສານ ໃຫ້ເປັນປົກກະຕິທັນການ, ປະສານສົມທົບຢ່າງສະໜິດແໜ້ນ, ມີປະສິດ ທິຜົນ; ສະໜັບສະໜູນ, ປົກປ້ອງຜົນປະໂຫຍດ ອັນຊອບທໍາຂອງກັນ ແລະ ກັນ.

ໃນທ່າມກາງສະພາບການຂອງໂລກ ແລະ  ພາກພື້ນຜັນແປຢ່າງສັບສົນແນວໂຮມ 3 ປະເທດ ຕ້ອງໄດ້ເພີ່ມຄວາມສາມັກຄີ, ປະສານສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ສືບຕໍ່ຖືເອົາການພົວພັນລະຫວ່າງ 3 ພັກເປັນແກນຫລັກ, ເສີມຂະຫຍາຍກົນໄກ ທີ່ມີຢູ່ຢ່າງມີປະສິດທິຜົນ, ຄົ້ນຄວ້າ, ສ້າງກົນໄກການຮ່ວມມື ເພື່ອແນໃສ່ເພີ່ມພູນຄູນສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນດູດດຶ່ມ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ອັນເປັນມູນເຊື້ອລະຫວ່າງ 3 ພັກ, 3 ປະເທດ, 3 ແນວໂຮມ ແລະ ປະຊາຊົນ 3 ຊາດ ໃຫ້ນັບມື້ໜັກແໜ້ນ; ສ້າງບາດກ້າວບຸກທະລຸ ໃນການຮ່ວມມືດ້ານເສດຖະກິດ, ດ້ານວັດທະນະທໍາ, ການທ່ອງທ່ຽວ ແລະ ກະສິກໍາ ບົນພື້ນຖານ ຄວາມອາດສາມາດ ແລະ ທ່າແຮງຂອງແຕ່ລະປະເທດ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top