ຂປລ
ບັນດາ ປະເທດ ສະມາຊິກ ສະມາຄົມ ປະຊາຊາດ ແຫ່ງອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) ກຽມຈັດຕັ້ງ ລະບົບ ແບ່ງປັນສາງສຳຮອງ ຜະລິດຕະພັນ ປິໂຕຣລ່ຽມ ໃນກໍລະນີສຸກເສີນ ໃນປີ 2027 ໂດຍມີ ຍີ່ປຸ່ນ ໃຫ້ການ ສະໜັບ ສະໜູນ ເນື່ອງຈາກ ເຫັນວ່າ ໂຄງການນີ້ ຈະຊ່ວຍເສີມສ້າງ ຄວາມໝັ້ນຄົງ ທາງດ້ານເສດຖະ ກິດຂອງ ຍີ່ປຸ່ນ ອີກດ້ວຍ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ບັນດາ ປະເທດ ສະມາຊິກ ສະມາຄົມ ປະຊາຊາດ ແຫ່ງອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) ກຽມຈັດຕັ້ງ ລະບົບ ແບ່ງປັນສາງສຳຮອງ ຜະລິດຕະພັນ ປິໂຕຣລ່ຽມ ໃນກໍລະນີສຸກເສີນ ໃນປີ 2027 ໂດຍມີ ຍີ່ປຸ່ນ ໃຫ້ການ ສະໜັບ ສະໜູນ ເນື່ອງຈາກ ເຫັນວ່າ ໂຄງການນີ້ ຈະຊ່ວຍເສີມສ້າງ ຄວາມໝັ້ນຄົງ ທາງດ້ານເສດຖະ ກິດຂອງ ຍີ່ປຸ່ນ ອີກດ້ວຍ.
ການຮ່ວມມື ດັ່ງກ່າວ ແມ່ນເພື່ອຮັບມືກັບ ຄວາມສ່ຽງ ດ້ານພະລັງງານ ຫລັງຈາກ ບັນດາ ປະເທດໃນອາຊີ ຕາເວັນອອກສ່ຽງໃຕ້ ບໍ່ມີສາງສຳຮອງ ນ້ຳມັນ, ຕ້ອງຜະເຊີນກັບ ຄວາມບໍ່ແນ່ນອນ ດ້ານພະລັງງານ ໃນປີນີ້ ທ່າມກາງພາວະ ສົງຄາມ ອີຣານ. ໂດຍແຜນການ ໃນເບື້ອງຕົ້ນ ຈະຕັ້ງສາງເກັບນ້ຳມັນ ກາຊວນ ແລະ ນ້ຳມັນແອັດຊັງ ໃນອິນໂດເນເຊຍ ແລະ ໄທ ເພື່ອເປີດທາງໃຫ້ ຟີລິບປິນ ສາມາດ ຈັດຊື້ນ້ຳມັນ ຈາກສາງສຳຮອງ ດັ່ງກ່າວໄດ້ ເມື່ອເກີດເຫດສຸກເສີນ. ໂດຍບໍລິສັດ PNOC Exploration Corporation (PNOC-EC) ຂອງ ຟີລິບປິນ ກຽມລົງນາມໜັງສືສະແດງເຈດຕະນາລົມ ຮ່ວມກັບ ຜູ້ປະກອບການ ສາງນ້ຳມັນໃນໄທ ແລະ ບໍລິສັດ PT Interport Mandiri Utama (Interport) ຂອງ ອິນໂດເນເຊຍ ໃນວັນເສົາ (14 ພະຈິກ) ນີ້.
ນອກກອບກອງປະຊຸມ ສຸດຍອດ ທຸລະກິດ ແລະ ການລົງທຶນອາຊຽນ (ASEAN Business and Investment Summit) ເຊິ່ງ ຈັດຂຶ້ນ ກ່ອນກອງປະຊຸມ ສຸດຍອດ ອາຊຽນ ທີ່ປະເທດ ຟີລິບປິນ ຈະຮັບໜ້າທີ່ເປັນເຈົ້າພາບ ໃນລະຫວ່າງ ວັນທີ 15 ພະຈິກ ເປັນຕົ້ນໄປ./
KPL