ເວເນຊູເອລາ-ບຣາຊິນ ຈະຟື້ນຟູສຳພັນຢ່າງເຕັມຮູບແບບ -ປຶກສາຫາລື ດ້ານພະລັງງານ-ນໍ້າມັນ

13/11/2026 17:15
ຂປລ ທ່ານ ເດລຊີ ໂຣດຣິເກສ ຮັກສາການ ປະທານາທິບໍດີ ເວເນຊູເອລາ ໄດ້ພົບປະຫາລືກັບ ປະທານາທິບໍດີ ລູອິສ ອິນາຊິໂອ ລູລາ ດາ ຊິວວາ ແຫ່ງບຣາຊິນ ຢູ່ນອກກອບກອງປະຊຸມລັດຖະພາຄີ ກອບອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງ ດິນຟ້າ ອາກາດ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ວັນທີ 11 ພະຈິກ, ທ່ານ ເດລຊີ ໂຣດຣິເກສ ຮັກສາການ ປະທານາທິບໍດີ ເວເນຊູເອລາ ໄດ້ພົບປະຫາລືກັບ ປະທານາທິບໍດີ ລູອິສ ອິນາຊິໂອ ລູລາ ດາ ຊິວວາ ແຫ່ງບຣາຊິນ ຢູ່ນອກກອບກອງປະຊຸມລັດຖະພາຄີ ກອບອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງ ດິນຟ້າ ອາກາດ ສະໄໝທີ 31 (COP31) ທີ່ເມືອງ ອັນຕັນຍາ ປະເທດ ຕວັກກີ ໂດຍທັງສອງຝ່າຍ ໄດ້ສະແດງ ເຈດຕະນາ ທີ່ ຈະຟື້ນຟູ ຄວາມສຳພັນ ທະວີພາຄີ ຢ່າງເຕັມຮູບແບບ.

ການພົບປະ ໃນຄັ້ງນີ້້ ຖືເປັນ ການພົບປະຫາລື ແບບເຊິ່ງໜ້າ ຄັ້ງທຳອິດ ຂອງ ຜູ້ນຳທັງສອງ ປະເທດ ນັບຕັ້ງແຕ່ ທ່ານ ໂຣດຣິເກສ ເຂົ້າຮັບຕຳແໜ່ງ ຮັກສາການ ປະທານາທິບໍດີ ໃນເດືອນ ມັງກອນ ພາຍຫລັງ ເກີດຄວາມເຄັ່ງຕຶງ ດ້ານຄວາມສຳພັນ ເນື່ອງມາຈາກ ການເລືອກຕັ້ງ ປະທານາທິບໍດີ ເວເນຊູເອລາ ໃນປີ 2024.

ຫລັງຈາກນັ້ນ ທັງສອງຝ່າຍ ໄດ້ສຳຫລວດ ໂອກາດ ໃນການສົ່ງເສີມ ການແລກປ່ຽນ ທາງເສດຖະກິດ, ຂະຫຍາຍ ການລົງທຶນ ແລະ ຮັດແໜ້ນ ຄວາມຮ່ວມມື ສັນທະມິດໃນລະດັບ ທະວີພາຄີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ນອກຈາກນີ້ ຜູ້ນຳທັງສອງ ໄດ້ສະແດງ ຄວາມຕັ້ງໃຈ ທີ່ ຈະຟື້ນຟູຄວາມສຳພັນ ທະວີພາຄີ ຢ່າງເຕັມຮູບແບບໃນລະດັບ ສູງສຸດ. ພ້ອມດຽວກັນນັ້ນ ທັງສອງຝ່າຍ ຍັງໄດ້ປຶກສາ ຫາລື ເຖິງຄວາມເປັນໄປໄດ້ ທີ່ ບຣາຊິນ ຈະເຂົ້າໄປລົງທຶນ ໃນຂະແໜງ ພະລັງງານ ແລະ ນ້ຳມັນ ຂອງ ເວເນຊູເອລາ ພ້ອມທັງ ເຫັນດີ ໃຫ້ ອາເລັກຊານເດຣ ຊິວວາ ລັດຖະມົນຕີ ກະຊວງ ບໍ່ແຮ່ ແລະ ພະລັງງານ ຂອງ ບຣາຊິນ ເດີນທາງ ໄປຢ້ຽມຢາມ ເວເນຊູເອລາ ກ່ອນທ້າຍປີນີ້./

KPL

ຂ່າວອື່ນໆ

ads
ads

Top