ຂປລ
ຄະນະກຳມາທິການ ເອີຣົບ (EC) ໄດ້ສະເໜີ ຮ່າງກົດລະບຽບໃໝ່ ເພື່ອຈັດການ ກັບ ການດຳເນີນ ທຸລະກິດອອນລາຍ ທີ່ບໍ່ເປັນທຳ, ໂດຍສະເໜີໃຫ້ອໍານາດ EC ສອບສວນການກະຜິດໄດ້ ໂດຍກົງ, ລວມທັງ ການສັ່ງປັບບໍລິສັດ ທີ່ ຝ່າຝືນກົດ ໄດ້ສູງສຸດ 6% ຂອງລາຍໄດ້ລວມທົ່ວໂລກຕໍ່ປີ.
ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ຄະນະກຳມາທິການ ເອີຣົບ (EC) ໄດ້ສະເໜີ ຮ່າງກົດລະບຽບໃໝ່ ເພື່ອຈັດການ ກັບ ການດຳເນີນ ທຸລະກິດອອນລາຍ ທີ່ບໍ່ເປັນທຳ, ໂດຍສະເໜີໃຫ້ອໍານາດ EC ສອບສວນການກະຜິດໄດ້ ໂດຍກົງ, ລວມທັງ ການສັ່ງປັບບໍລິສັດ ທີ່ ຝ່າຝືນກົດ ໄດ້ສູງສຸດ 6% ຂອງລາຍໄດ້ລວມທົ່ວໂລກຕໍ່ປີ.
ຂໍ້ສະເໜີນີ້ ໄດ້ກວມເອົາ ຮ່າງກົດໝາຍ ວ່າດ້ວຍ ຄວາມເປັນທຳ ທາງດິຈິຕອນ (Digital Fairness Act) ເພື່ອຈັດການກັບ ຍຸດທະສາດ ການຕະຫລາດ ທີ່ ຊຸກຍູ້ຜູ້ບໍລິໂພກ ຢ່າງບໍ່ເປັນທຳ, ການກຳນົດ ລາຄາ ທີ່ບໍ່ໂປ່ງໃສ ແລະ ຍຸດທະສາດ ທີ່ເຮັດໃຫ້ ຜູ້ບໍລິໂພກ ຍົກເລີກ ບໍລິການ, ສະໝັກສະມາຊິກ ໄດ້ຍາກ. ພ້ອມກັນນັ້ນ ກໍ່ໄດ້ປັບປຸງ ກົດລະບຽບ ວ່າດ້ວຍ ຄວາມຮ່ວມມື ດ້ານການປົກປ້ອງ ຜູ້ບໍລິໂພກ ເພື່ອເພີ່ມປະສິດທິພາບ ການບັງຄັບໃຊ້ ກົດໝາຍ ໃນກໍລະນີ ທີ່ມີ ການລະເມີດເກີດຂຶ້ນ ໃນວົງກວ້າງ ແລະ ສົ່ງຜົນກະທົບ ຕໍ່ຜູ້ບໍລິໂພກ ທົ່ວຕະຫລາດດຽວ ຂອງ ສະຫະພາບ ເອີຣົບ (EU).
ມາດຕະການ ທັງສອງນີ້ ອາດຈະຊ່ວຍໃຫ້ ຜູ້ບໍລິໂພກໃນ EU ປະຢັດຄ່າໃຊ້ຈ່າຍ ໄດ້ສູງເຖິງ 1,37 ໝື່ນລ້ານເອີໂຣ (ປະມານ 1.53 ໝື່ນລ້ານໂດລາສະຫະລັດ) ຕໍ່ປີ.
ພາຍໃຕ້ຮ່າງກົດໝາຍ Digital Fairness Act ຈະຫ້າມໃຊ້ ຍຸດທະສາດ ທີ່ ເອີ້ນວ່າ “Dark Patterns” ເຊິ່ງເປັນ ການອອກແບບໜ້າຈໍ ຫຼື ໃຊ້ຂໍ້ຄວາມ ເພື່ອຫລອກລວງໃຫ້ຜູ້ບໍລິໂພກ ຕັດສິນໃຈຊື້ສິນຄ້າ ໂດຍບໍ່ຮູ້ຕົວ ເຊັ່ນ: ການສະແດງຂໍ້ຄວາມຈິງ ວ່າສິນຄ້າ ໃກ້ໝົດອາຍຸ ພ້ອມທັງ ການກຳນົດໃຫ້ ຜູ້ປະກອບການ ສະແດງລາຄາ ຢ່າງຊັດເຈນ ຫລາຍຂຶ້ນ ສຳລັບ ການຊື້ສິນຄ້າ ຫລື ການບໍລິການທີ່ນຳໃຊ້ສະກຸນເງິນ ຄື ກັບຕົວຈິງ ພາຍໃນແອບພິເຄຊັນ.
KPL