ກຳປູເຈຍ ສົ່ງອອກເສື້ອຜ້າ-ເກີບ-ເຄື່ອງໃຊ້ ໃນການເດີນທາງ ເພີ່ມຂຶ້ນ 1,44 ໝື່ນລ້ານໂດລາ

13/11/2026 17:15
ຂປລ ກົມພາສີ ຂອງ ກຳປູເຈຍ ໄດ້ເປີດເຜີຍ ວ່າ: ຍອດການສົ່ງອອກເສື້ອຜ້າ ສຳເລັດຮູບ, ແຜ່ນແພ, ເກີບ ແລະ ເຄື່ອງໃຊ້ ໃນການ ເດີນທາງ ຂອງ ກຳປູເຈຍ ໄດ້ປັບຕົວສູງຂຶ້ນ 7,4% ໃນໄລຍະ 10 ເດືອນທຳອິດ ຂອງ ປີ 2026.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນນີ້, ກົມພາສີ ຂອງ ກຳປູເຈຍ ໄດ້ເປີດເຜີຍ ວ່າ: ຍອດການສົ່ງອອກເສື້ອຜ້າ ສຳເລັດຮູບ, ແຜ່ນແພ, ເກີບ ແລະ ເຄື່ອງໃຊ້ ໃນການ ເດີນທາງ ຂອງ ກຳປູເຈຍ ໄດ້ປັບຕົວສູງຂຶ້ນ 7,4% ໃນໄລຍະ 10 ເດືອນທຳອິດ ຂອງ ປີ 2026.

ກຳປູເຈຍ ກວມເອົາ ມູນຄ່າການສົ່ງອອກ ສິນຄ້າ ດັ່ງກ່າວ ລວມທັງໝົດ 1.44 ໝື່ນລ້ານ ໂດລາ ສະຫະລັດ ໃນໄລຍະ ເດືອນມັງກອນ-ເດືອນຕຸລາ ຂອງ ປີນີ້ ເພີ່ມຂຶ້ນ ຈາກ 1,34 ໝື່ນລ້ານ ໂດລາ ສະຫະລັດ ເມື່ອທຽບໃສ່ໄລຍະດຽວກັນ ຂອງ ປີຜ່ານມາ. ນອກຈາກນີ້, ພາກສ່ວນ ການຜະລິດ ທີ່ສຳຄັນນີ້ ເປັນ ແຫລ່ງລາຍຮັບ ເງິນຕາ ຕ່າງປະເທດ ອັນດັບໜຶ່ງ ຂອງ ກຳປູເຈຍ ໂດຍກວມເອົາ 48% ຂອງ ຍອດການສົ່ງອອກ ທັງໝົດຂອງປະເທດ./

KPL

ຂ່າວອື່ນໆ

ads
ads

Top