ຮອງປະທານປະເທດ ເນັ້ນໃຫ້ແຂວງວຽງຈັນ ເອົາໃຈໃສ່ຫລາຍບັນຫາສຳຄັນ

10/04/2024 16:58
Email Print 1097
ຂປລ ຂປລ. ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ໃນລະຫວ່າງວັນ 8-9 ເມສາ 2024 ນີ້, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ພົບປະໂອ້ລົມຫລາຍບັນຫາສຳຄັນ ຕໍ່ຄະນະພັກ, ຄະນະນໍາ ແລະ ພະນັກງານຫລັກແຫລ່ງພາຍໃນແຂວງ ໂດຍມີ ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ໃຫ້ການຕ້ອນຮັບ.



ຂປລ. ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ໃນລະຫວ່າງວັນ 8-9 ເມສາ 2024 ນີ້
, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ພົບປະໂອ້ລົມຫລາຍບັນຫາສຳຄັນ ຕໍ່ຄະນະພັກ, ຄະນະນໍາ ແລະ ພະນັກງານຫລັກແຫລ່ງພາຍໃນແຂວງ ໂດຍມີ ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ໃຫ້ການຕ້ອນຮັບ.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ເນັ້ນໃຫ້ສືບຕໍ່ເຄື່ອນໄຫວເຮັດວຽກງານ ການເມືອງ-ແນວຄິດ ແກ່ບັນດາພະນັກງານສະມາຊິກພັກ, ທະຫານ, ຕຳຫລວດ ລວມເຖິງພໍ່ແມ່ປະຊາຊົນ ບັນດາເຜົ່າໃຫ້ແຂງແຮງ, ເລິກ ເຊິ່ງ ແລະ ທົ່ວເຖິງກວ່າເກົ່າ, ຖືວຽກງານນີ້ເປັນກົກ ຕິດພັນກັບຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ປັບປຸງລະບົບການເມືອງຢູ່ຮາກຖານ, ລະບອບແບບແຜນວິທີເຮັດວຽກ ແລະ ການແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນກົງຈັກພັກ-ພະນັກງານ ຢູ່ຮາກຖານແຕ່ລະບ່ອນ ເພື່ອສ້າງຄວາມເຂັ້ມແຂງ ແລະເພີ່ມຄວາມເຊື່ອໝັ້ນຕໍ່ການນໍາພາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ມະຫາຊົນໃຫ້ສູງຂຶ້ນ; ຖືວຽກງານພັດທະນາ ເສດຖະກິດເປັນໃຈກາງ, ປະຕິບັດນະໂຍບາຍຊຸກຍູ້ ສົ່ງເສີມເສດຖະກິດ ຂອງປະຊາຊົນ ໃຫ້ແຂງແຮງກວ່າເກົ່າ ໂດຍສະເພາະ ນະໂຍບາຍການພັດທະນາ ຕາມແລວເສດຖະກິດ 443 ຂອງແຂວງ ທີ່ກໍານົດອອກໃຫ້ປະກົດຜົນເປັນຈິງ ເພື່ອຍົກລະດັບເສດຖະກິດຂອງແຂວງ ກໍຄື ຍົກລະດັບລາຍຮັບ ຂອງປະຊາຊົນໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ສົ່ງເສີມບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸລະວິສາຫະກິດ ກໍຄື ການຈັດຕັ້ງກຸ່ມການຜະລິດ ຂອງຄອບຄົວປະຊາຊົນ ຢູ່ຮາກຖານໃຫ້ມີ ການຂະຫຍາຍຕົວທີ່ເຂັ້ມແຂງ; ນຳໃຊ້ທ່າແຮງດ້ານເສັ້ນທາງ ຄົມມະນາຄົມທີ່ສະດວສະບາຍທີ່ແຂວງມີ ສ້າງເງື່ອນໄຂເຂົ້າໃນ ການກະຕຸກຊຸກຍູ້ ການພັດທະນາເສດຖະກິດ ຂອງແຂວງໃຫ້ດີຂຶ້ນ, ສຸມໃສ່ການຜະລິດເປັນສິນ ຄ້າເພື່ອສົ່ງອອກໃຫ້ຫລາຍໆ. ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ການກໍ່ສ້າງ ແລະ ຍົກລະດັບເສັ້ນທາງເຂົ້າເຖິງ ບັນດາບ້ານເຂດຫ່າງໄກສອກຫລີກ ໃຫ້ທຽວໄດ້ສະດວກ, ດີກວ່າເກົ່າ ເພື່ອແກ້ໄຂ ຄວາມແຕກໂຕນກັນ ລະຫວ່າງຕົວເມືອງ ກັບ ຊົນນະບົດ ໃຫ້ໃກ້ຄຽງກັນທີ່ສຸດ; ສຸມໃສ່ຈັດຕັ້ງປະຕິບັດ ບັນດາຄາດໝາຍສະຫັດສະວັດ ຂອງການພັດທະນາ ແລະ ຄາດໝາຍການພັດທະນາແບບຍືນຍົງ ຕາມແຜນທີ່ວາງໄວ້; ສືບຕໍ່ພັດທະນາ ດ້ານການຮຽນ-ການສອນໃຫ້ສູງຂຶ້ນ ພ້ອມທັງຊຸກຍູ້ໃຫ້ພໍ່ແມ່ປະຊາຊົນ ຊຸກຍູ້ສົ່ງເສີມລູກຫລານເຂົ້າຮຽນຢ່າງເປັນປົກກະຕິ, ສຸມໃສ່ແກ້ໄຂບັນຫາ ການປະລະການຮຽນ-ການສອນ ຢູ່ຂັ້ນຮາກຖານ;  ໃຫ້ຖືເອົາການປັບປຸງກໍ່ສ້າງ ແລະ ການພັດທະນາຄົນເປັນຫລັກ.




ພ້ອມກັນນີ້, ກໍໃຫ້ເພີ່ມທະວີ ການຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງ
, ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ເຮັດວຽກງານ 3 ສ້າງ ເປົ້າໝາຍສ້າງໃຫ້ກາຍເປັນຮຸ່ນສືບທອດ ທີ່ມີຄວາມໜັກແໜ້ນ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ມີປະສົບການນໍາພາເຮັດວຽກຕົວຈິງ ຢູ່ຮາກຖານ; ຕ້ອງໄດ້ເລືອກເຟັ້ນ ເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄວາມຮັບຜິດຊອບສູງ, ມີເສຍສະຫລະຮັບໃຊ້ປະຊາຊົນ ແລະ ເພື່ອສ່ວນລວມແທ້ ເຊິ່ງການຫັນພະນັກງານລົງຮາກຖານ ຕ້ອງຕິດພັນກັບການກະກຽມ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເພີ່ມທະວີວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ແລະ ບັນຫາຫຍໍ້ທໍ້ອື່ນໆໃນສັງຄົມ ລວມທັງຄວາມເປັນລະບຽບ ຮຽບຮ້ອຍຕາມຊາຍແດນ, ສົມທົບແໜ້ນກັບກໍາລັງຫລວງ, ເອົາ ໃຈໃສ່ສ້າງກໍາລັງທ້ອງຖິ່ນ ລວມທັງກອງຫລອນ ໃຫ້ເຂັ້ມແຂງຕາມທິດນໍາການ ສ້າງທ່າສະໜາມສາມຂັ້ນ ເພື່ອຄໍ້າປະກັນຄວາມສະຫງົບ ແລະ ຄວາມປອດໄພຂອງສັງຄົມ ແຕ່ຮາກຖານຂຶ້ນມາ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ ພ້ອມທັງປຸກລະດົມທຸກຊັ້ນຄົນ ເຂົ້າຮ່ວມວຽກງານນີ້ ຢ່າງຕັ້ງໜ້າ; ຖືສໍາຄັນການກໍ່ສ້າງພັກ ແລະ ປັບປຸງຕົນເອງຕາມ 5 ຫລັກການ ແລະ 3 ທິດນໍາ ເປັນຂອດຕັດສິນ ໃນວຽກງານປັບປຸງພັກ; ເພີ່ມທະວີວຽກງານຕິດຕາມ, ກວດກາ ແລະ ເດັດດ່ຽວແກ້ໄຂພະຍາດອາດຍາສິດ, ປະກົດການຫຍໍ້ທໍ້, ສໍ້ລາດບັງຫລວງ ຂອງບຸກຄົນໃນຄະນະພັກ ແລະ ສະມາຊິກພັກ, ຮັບປະກັນໃຫ້ເປັນແບບຢ່າງ ນໍາໜ້າຂອງຜູ້ເປັນຫົວໜ້າ ຂອງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ໃນແຕ່ລະຂັ້ນ; ຊີ້ນຳການທົບທວນ ແລະ ປະເມີນຄືນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງຄະນະພັກແຕ່ລະຂັ້ນ ໂດຍສະເພາະ ກອງປະຊຸມໃຫຍ່ ຂອງອົງຄະນະພັກຂັ້ນເມືອງ, ແຂວງ ຕິດພັນກັບການປັບປຸງພັກ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢູ່ແຕ່ລະຂັ້ນໃຫ້ມີຄຸນນະພາບ.

KPL

ຂ່າວອື່ນໆ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

    • ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%ການເມືອງ

      ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%

      7/7/2025 2:06:34 PM

      ຂປລ. ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%,

    • ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ IIການເມືອງ

      ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

      7/7/2025 1:50:34 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ

ads
ads

Top