ສະເໜ່ທຳມະຊາດຖໍ້າຈອມອອງ ສະຖານທີ່ທ່ອງທ່ຽວທີ່ສວຍງາມແຂວງອຸດົມໄຊ

28/03/2024 05:44
Email Print 2183
ຂປລ ແຂວງອຸດົມໄຊ ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອ ມີເນື້ອທີ່ທັງ ໝົດຫລາຍກວ່າ 15.000 ກິໂລຕາ ແມັດ, ມີພົນລະເມືອງຫລາຍຊົນເຜົ່າຢູ່ຮ່ວມກັນເກືອບ 2 ແສນຄົນ, ປະກອບມີ 7 ເມືອງ ຄື: ເມືອງໄຊ, ເມືອງຫລາ, ເມືອງນາໝໍ້, ເມືອງງາ, ເມືອງແບ່ງ, ເມືອງຮຸນ ແລະ ເມືອງປາກແບ່ງ. ເປັນແຂວງໜຶ່ງທີ່ມີປະຫວັດສາດຄວາມເປັນມາອັນຍາວນານ ແລະ ໜ້າຄົ້ນຫາ.

       *ແຂວງອຸດົມໄຊ ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອ ມີເນື້ອທີ່ທັງໝົດຫລາຍກວ່າ 15.000 ກິໂລຕາແມັດ, ມີພົນລະເມືອງຫລາຍຊົນເຜົ່າຢູ່ຮ່ວມກັນເກືອບ 2 ແສນຄົນ, ປະກອບມີ 7 ເມືອງ ຄື: ເມືອງໄຊ, ເມືອງຫລາ, ເມືອງນາໝໍ້, ເມືອງງາ, ເມືອງແບ່ງ, ເມືອງຮຸນ ແລະ ເມືອງປາກແບ່ງ. ເປັນແຂວງໜຶ່ງທີ່ມີປະຫວັດສາດຄວາມເປັນມາອັນຍາວນານ ແລະ ໜ້າຄົ້ນຫາ. ແຂວງດັ່ງກ່າວ, ໄດ້ແຍກອອກມາຈາກ ແຂວງຫລວງພະບາງ ໃນປີ ຄສ 1963 ໂດຍໃສ່ຊື່ວ່າແຂວງລ້ານຊ້າງ ແລະ ຕ່ໍມາໃນປີ 1965 ກໍປ່ຽນຊື່ເປັນແຂວງເມືອງໄຊ ແລະ ສຸດທ້າຍກໍປ່ຽນຊື່ມາເປັນແຂວງອຸດົມໄຊ ໃນ ປີ 1969 ຈົນມາເຖິງປັດຈຸບັນ. ສິ່ງສຳຄັນ, ເປັນແຂວງທີ່ມີປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດທີ່ສວຍງາມທີ່ສຸດ. ມີທີ່ຕັ້ງພູມສັນຖານທິດເໜືອຕິດກັບແຂວງຫລວງນ້ຳທາ, ສປ ຈີນ, ທິດຕາເວັນອອກຕິດກັບແຂວງຜົ້ງສາລີ, ທິດໃຕ້ຕິດກັບແຂວງຫລວງພະບາງ ແລະ ທິດຕາເວັນຕົກຕິດກັບແຂວງບໍ່ແກ້ວ.

      ດັ່ງນັ້ນ, ຈຶ່ງເຮັດໃຫ້ແຂວງ ອຸດົມໄຊ ເປັນຈຸດໃຈກາງເປັນທາງຜ່ານຂອງບັນດາແຂວງພາກເໜືອ ແລະ ກາຍເປັນທ່າແຮງບົ່ມຊ້ອນໃຫ້ແກ່ການທ່ອງທ່ຽວພາຍໃນແຂວງ ໄດ້ມີການພັດທະນາທີ່ວ່ອງໄວ.ໃນຄໍລຳທ່ອງທ່ຽວມື້ນີ້ ຜູ້ຂຽນຈະພາທ່ານມາຮູ້ຈັກສະຖານທີ່ທ່ອງທ່ຽວ ຢູ່ແຂວງອຸດົມໄຊ ທີ່ມີຄວາມອຸດົມສົມບູນທີ່ເປັນເອກະລັກ ແລະ ສວຍງາມທາງດ້ານທໍາມະຊາດ ເມື່ອນັກທ່ອງທ່ຽວໄດ້ມາຮອດມາເຖິງແຂວງອຸດດົມໄຊແລ້ວ ຕ້ອງໄດ້ໄປທ່ຽວໄປຊົມຢ່າງແນ່ນອນນັ້ນຄື: ນ້ຳຕົກຕາດ, ວັດທະນະທຳຊົນເຜົ່າ, ຫັດຖະກຳເຜົ່າລື້, ໄຫວ້ພະເຈົ້າສິງຄຳ, ຂີ່ເຮືອຊົມທຳມະຊາດແຄມຂອງ, ຊົມຖ້ຳຈອມອອງທີ່ສວຍງາມທີ່ສຸດຂອງແຂວງ ແລະ ອື່ນໆ...ສຳລັບຖ້ຳຈອມອອງ ຕ້ັງຢູ່ບ້ານຈອມອອງ ເມືອງໄຊ, ຫ່າງຈາກເທສະບານເມືອງໄຊ ປະມານ 45 ກິໂລ ແມັດ, ຊຶ່ຖ້ຳຈອມອອງແມ່ນເອີ້ນຕາມຊື່ບ້ານ, ແຕ່ກີ້ແຕ່ກ່ອນປະຊາຊົນເຄີຍເອີ້ນວ່າຖ້ຳຂີ້ເຈຍຍ້ອນວ່າ ມີໂຕເຈຍມາອາໃສຢູ່ເປັນຈຳນວນຫລວງຫລາຍຈົນໄທບ້ານພາກັນ ເອົາຂີ້ໂຕເຈຍໄປປະສົມເຮັດໝື້ປືນແກັບ. ຖ້ຳຈອມອອງເປັນຖ້ຳໃຫຍ່ມີຫລາຍຮູທາງເຂົ້າ-ອອກ, ຍາວປະມານ 16 ກິໂລແມັດ, ກວ້າງ 15- 50 ແມັດ, ສູງປະມານ 25-100 ແມັດ ອາກາດຖ່າຍເທເຢັນສະບາຍ ແລະ ເປັນຖ້ຳທີ່ສວຍງາມທີ່ສຸດຂອງແຂວງ ປະກອບດ້ວຍສີສັນລວດລາຍຕ່າງໆ ແບບທຳມະຊາດອີນພົມປັ້ນແຕ່ງເຫັນແລ້ວເປັນຕາງຶດໜ້າອັດສະຈັນໃຈທີ່ສຸດ.

    ພາຍໃນຖໍ້າມີສາຍນໍ້າໄຫລຜ່ານ, ມີນົມຜາ ແລະ ຫີນຍ້ອຍ-ຫີນງອກ ທີ່ມີລວດລາຍສວຍງາມ, ພ້ອມທັງຫີນແກ້ວເປັນສີຂາວເຫລື້ອມຄືກັບເພັດພອຍເປັນກ້ອນໃຫຍ່ ຫ້ອຍປະດັບປະດາຢູ່ຕາມຝາຫີນປຽບດັ່ງດອກໄຟຮຸ່ງສະຫວ່າງຢ່າງສວຍງາມຕາມແບບມະຊາດ.ຖ້ຳຈອມອອງຖືກຄົ້ນພົບໃນປີ 2005 ແລະເປີດໃຫ້ບໍລິການໃນປີ 2007 ຜ່ານການສໍາຫລວດຂອງນັກວິທະຍາສາດຈາກສະຫະພາບເອີຮົບໃນ ປີ 2010 ຖ້ຳດັ່ງກ່າວໄດ້ພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວລະດັບຊາດ, ປັດຈຸບັນໄດ້ມີການເອົາໄຟຟ້າພະລັງງານແສງຕາເວັນເຂົ້າເຍືອງທາງປະມານ 500 ແມັດ, ພາຍ ໃນຖ້ຳຍັງປົກປັກຮັກສາໄວ້ແບບທຳມະຊາດ ບໍ່ໄດ້ມີການດັດແປງຕໍ່ເຕີມແຕ່ຢ່າງໃດ. ນັກທ່ອງທ່ຽວສາມາດເດີນທາງດ້ວຍລົດສ່ວນຕົວໄປທ່ຽວຊົມຖ້ຳໄດ້ຢ່າງສະດວກສະບາຍ, ເສັ້ນທາງດີ, ອາກາດເຢັນສະບາຍ ສະຖານທີ່ກວ້າງຂວາງເໝາະສຳລັບການທ່ອງທ່ຽວ ແລະ ພັກຜ່ອນ.ຢ່າງໃດກໍຕາມໜັງສືພີມປະເທດລາວ ໂດຍສະເພາະຄໍລຳທ່ອງທ່ຽວເມືອງລາວ ຂໍຝາກເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທ່ີມາທ່ອງທ່ຽວສະຖານທ່ີດ່ັງກ່າວເອົາໃຈໃສ່ຮັກສາຄວາມສະອາດເປັນສຳຄັນ, ໂດຍບໍ່ຖິ້ມຂີ້ເຫຍື້ອຊະຊາຍ ແລະ ຕ້ອງຖິ້ມໃສ່ຈຸດທີ່ຈັດສັນໄວ້ເພ່ືອເຮັດໃຫ້ສະຖານທ່ອງທ່ຽວ ມີຄວາມສະອາດສວຍງາມ, ທັງເປັນການຮັກສາສິ່ງແວດລ້ອມໃຫ້ຍືນຍົງຕະຫລອດໄປດ້ວຍຄວາມປາດຖະໜາດີ ຈາກຄໍລຳທ່ອງທ່ຽວເມືອງລາວ ກໍຄື ບໍລິສັດ ເບຍລາວ ເບຍຂອງຄົນລາວ ຄົນທີ່ຈິງໃຈ.

ບົດ-ພາບ: ມະນີລັດ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top