ສາຍການບິນຫວຽດເຈັດ ຕົກລົງຮ່ວມມືກັບຜູ້ໃຫ້ບໍລິການດ້ານການບິນລະດັບສາກົນ

26/02/2024 13:23
Email Print 3032
ຂປລ ຂປລ. ໃນງານວາງສະແດງເຮືອບິນ 2024 (Airshow 2024) ທີ່ປະເທດສິງກະໂປ ສາຍການບິນຫວຽດເຈັດ (Vietjet) ໄດ້ປະສົບຜົນສໍາເລັດຢ່າງໃຫຍ່ຫລວງ ໂດຍການຕົກລົງຮ່ວມມືກັບຜູ້ໃຫ້ບໍລິການດ້ານອຸດສາຫະກຳການບິນ ລະດັບສາກົນເຊັ່ນ: Airbus, Rolls-Royce, RTX's Pratt & Whitney ແລະ Safran

ຂປລ. ໃນງານວາງສະແດງເຮືອບິນ 2024(Airshow 2024) ທີ່ປະເທດສິງກະໂປ ສາຍການບິນຫວຽດເຈັດ (Vietjet) ໄດ້ປະສົບຜົນສໍາເລັດຢ່າງໃຫຍ່ຫລວງ ໂດຍການຕົກລົງຮ່ວມມືກັບຜູ້ໃຫ້ບໍລິການດ້ານອຸດສາຫະກຳການບິນ ລະດັບສາກົນເຊັ່ນ: Airbus, Rolls-Royce, RTX's Pratt & Whitney ແລະSafran ເພື່ອສ້າງ​ຄວາມ​ເຂັ້ມ​ແຂງ ແລະ ສະ​ໜັບ​ສະ​ໜູນ​ການ​ຂະ​ຫຍາຍຕາໜ່າງການ​ບິນ​​ໃນ​ອະ​ນາ​ຄົດ​​ ເພື່ອ​​ສະ​ແດງ​ເຖິງ​ຄວາມມຸ່ງໝັ້ນດ້ານ​ຄວາມ​ປອດ​ໄພ​, ການມີປະ​ສິດ​ທິ​ພາບ​ ແລະ​ ຄວາມ​ຍືນ​ຍົງດ້ານສິ່ງແວດລ້ອມ​.

ຂໍ້ຕົກລົງສຳຄັນຂອງສາຍການບິນ Vietjet ແລະ Airbus ແມ່ນໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ສໍາລັບ ການຊື້ເຮືອບິນ A330neo (A330-900)widebodies 20 ລຳ ຊຶ່ງ ເປັນເຮືອບິນຂະໜາດໃຫຍ່ທີ່ສຸດຂອງ Vietjet. ເຮືອບິນດັ່ງກ່າວຈະປະກອບສ່ວນ ຂະຫຍາຍຕາໜ່າງການບິນ ລວມເຖິງການບໍລິການລະດັບພາກພື້ນທີ່ມີຄວາມສາ ມາດສູງ. ເຮືອບິນ A330neo ອອກແບບໃຫ້ມີຄວາມສອດຄ່ອງກັບຍຸດທະສາດ ການພັດທະນາແບບຍືນຍົງ ແລະ ເປົ້າໝາຍ ESG ຂອງ Vietjet, ໂດຍຕັ້ງເປົ້າໝາຍທີ່ຈະຫລຸດຜ່ອນການປ່ອຍມົນລະພິດໃຫ້ເປັນສູນໃນປີ 2050. ເຮືອບິນ A330neo ມີຫ້ອງໂດຍສານທີ່ສະດວກສະບາຍ ແລະ ມີສິ່ງອໍານວຍຄວາມສະດວກທີ່ທັນສະໄໝ. ເຮຶອບິນ A330neo ຂັບເຄື່ອນດ້ວຍເຄື່ອງຈັກ Rolls-Royce Trent 7000, ທີ່ສາມາດບິນດ້ວຍຄວາມໄວ 7.200 nm/13.300 ກິໂລແມັດ.

ພ້ອມນີ້ ສາຍການບິນ Vietjet ຍັງເລືອກເຄື່ອງຈັກ Trent 7000 ຂອງ Rolls-Royce ມາຂັບເຄື່ອນດ້ວຍ A330neo 20 ລຳ. ເຄື່ອງຈັກ Trent 7000 ທີ່ມາພ້ອມແນວຄິດດ້ານຄວາມຍືນ ຍົງສາມາດປະຢັດນໍ້າມັນ ເຊື້ອໄຟ ພ້ອມທັງຫລຸດຜ່ອນການປ່ອຍມົນລະພິດຢ່າງຫລວງຫລາຍ ໂດຍສະເພາະແມ່ນ ອາຍກາກໂບນິກ (CO2) ໄດ້​ຫລາຍ​ກວ່າ 100.000 ໂຕນ​ຕະຫລອດອາຍຸການໃຊ້ງານຂອງເຮືອບິນ​. ນີ້ເປັນການ ສະແດງເຖິງຄວາມຮັບຜິດຊອບຕໍ່ສິ່ງ ແວດ ລ້ອມ. ເມື່ອເຄື່ອງຈັກ Trent 7000 ຖືດຕິດດຕັ້ງໃສ່ເຮືອບິນ Airbus A330neo ຈະຊ່ວຍຊຸກຍູ້ ໃຫ້ສາຍການບິນ Vietjet ກ້າວຂຶ້ນສູ່ລະດັບເຕັກໂນໂລຊີໃໝ່ ເພື່ອເພີ່ມຄຸນນະພາບສາຍການບິນໃຫ້ມີປະສິດທິພາບ.

ຂະນະດຽວກັນ, ສາຍການບິນ Vietjet ຍັງເລືອກເຄື່ອງຈັກ Pratt & Whitney RTX ເພື່ອຂັບເຄື່ອນເຮືອບິນ A321neo ອີກ 19 ລຳ ເພື່ອຢືນຢັນການຮ່ວມມືຢ່າງຕໍ່ເນື່ອງລະຫວ່າງສາຍການບິນ Vietjet ແລະ Pratt & Whitney. ສາຍການບິນ Vietjet​ ໝັ້ນ​ໃຈ​ຕໍ່​ເຕັກ​ໂນ​ໂລ​ຊີຂອງ Pratt & Whitney, ທີ່ເນັ້ນ​ໜັກ​ເຖິງ​ປະ​ສິດ​ທິ​ພາບ​ດ້ານ​ພະ​ລັງ​ງານ ແລະ ຜົນ​ປະ​ໂຫຍດ​ດ້ານ​ສິ່ງ​ແວດ​ລ້ອມ​ຂອງ​ເຮືອ​ບິນ. ເຄື່ອງຈັກ Pratt & Whitney GTF ຈະຖືກ ສະໜອງໃຫ້ Vietjet, ເຊິ່ງເປັນໜຶ່ງໃນເຄື່ອງຈັກທີ່ມີປະລິມານການບໍລິໂພກນໍ້າມັນ ແລະ ການປ່ອຍມົນລະພິດຕໍ່າ ທີ່ສຸດໃນພາກພື້ນ.

ໃນງານດັ່ງກ່າວ ສາຍການບິນ Vietjet ແລະ Safran ໄດ້ປະກາດການຮ່ວມມືກ່ຽວກັບອຸປະກອນຄວາມປອດ ໄພໃນເຮືອບິນ B737MAX ຊຶ່ງອຸປະກອນຄວາມປອດໄພດັ່ງກ່າວປະກອບມີ: ເຮືອຊູຊີບ, ອຸປະກອນປ້ອງກັນລະບົບ ຫາຍໃຈ, ໜ້າກາກລູກເຮືອ, ເສື້ອຊູຊີບ ແລະ ໜ່ວຍງານບໍລິການສະໜັບສະໜູນທີ່ກ່ຽວຂ້ອງ. ຜະລິດຕະພັນ Safran AeroSystems ໄດ້ຖືກເລືອກເນື່ອງຈາກມີວິທີແກ້ໄຂບັນຫາໃໝ່ໆ ແລະ ຄວາມມຸ່ງໝັ້ນໃນການອອກແບບອຸປະ ກອນຄວາມປອດໄພທີ່ທັນສະໄໝ.

ດ້ວຍ​ເຮືອ​ບິນ​ກວ່າ105 ລຳແລະການ​ຂົນ​ສົ່ງ​ຜູ້​ໂດຍສານ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ສາຍການບິນ Vietjet ຕັ້ງໃຈ ຂະຫຍາຍຕາໜາງການບິນ​ໄປຫາຈຸດໝາຍປາຍທາງໃນທົ່ວຫວຽດນາມ, ອົດສະຕຣາລີ, ອິນເດຍ, ຈີນ, ຍີ່ປຸ່ນ, ສ ເກົາ ຫລີ, ອິນໂດເນເຊຍ, ໄທ ແລະ ຈຸດໝາຍປາຍທາງລະຫວ່າງທະວີບ. ສາຍການບິນ Vietjet ໄດ້ມຸ່ງໝັ້ນທີ່ຈະຫາປະ ສົບການການບິນທີ່ດີທີ່ສຸດໃນລາຄາທີ່ດີທີ່ສຸດໃຫ້ແກ່ຜູ້ໂດຍສານ ຜ່ານການຮ່ວມມືຍຸດທະສາດກັບບັນດາຄູ່ຮ່ວມການບິນ ແລະ ເຕັກໂນໂລຊີອຸດສາຫະກໍາການບິນໃນທົ່ວໂລກ. ຂະນະດຽວກັນໃນ ວັນທີ 25 ກຸມພາ, ສາຍການບີນ Vietjet ໄດ້ເປີດຖ້ຽວບິນກົງ ລະຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີ່ມິງ 4 ຖ້ຽວຕໍ່ອາທິດ (ວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ) ໃຊ້ເວລາເດີນທາງພຽງແຕ່ 1 ຊົ່ວໂມງ 45 ນາທີ, ເຊິ່ງເປັນການເດີນທາງທີ່ສະດວກ ແລະ ກຸ້ມຄ່າທີ່ສຸດ./. 
KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top