ປະຊາຊົນບ້ານແກ້ງເກິກ ໄດ້ຊົມໃຊ້ນໍ້າລິນໃນການພັດທະນາຊີວິດການເປັນຢູ່

12/02/2024 10:41
Email Print 585
ຂປລ ໃນໄລຍະເວລາ 20 ກວ່າປີຜ່ານມາ ທີ່ບໍລິສັດ ລ້ານຊ້າງມີເນໂຣນ ຈໍາກັດ ຫລື ທີ່ຮູ້ຈັກໃນໂຄງການຂຸດຄົ້ນບໍ່ຄຳ-ທອງເຊໂປນ ໄດ້ໃຫ້ການຊ່ວຍເຫລືອ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດໂຄງການໜຶ່ງໃນນັ້ນ ກໍແມ່ນໂຄງການຝາຍນໍ້າລິນ ບ້ານ ແກ້ງເກິກ ເມືອງວິລະບູລີ ແຂວງ ສະຫວັນນະເຂດ.

     *ໃນໄລຍະເວລາ 20 ກວ່າປີຜ່ານມາ ທີ່ບໍລິສັດ ລ້ານຊ້າງມີເນໂຣນ ຈໍາກັດ ຫລື ທີ່ຮູ້ຈັກໃນໂຄງການຂຸດຄົ້ນບໍ່ຄຳ-ທອງເຊໂປນ ໄດ້ໃຫ້ການຊ່ວຍເຫລືອ ແລະ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນໃນເຂດໂຄງການ ໜຶ່ງໃນນັ້ນກໍແມ່ນ ໂຄງການຝາຍນໍ້າລິນ ບ້ານແກ້ງເກິກ ເມືອງວິລະບູລີ ແຂວງ ສະຫວັນນະເຂດ ຊຶ່ງປັດຈຸບັນໄດ້ກໍສ້າງສຳເລັດ ແລະ ມອບໃຫ້ປະຊາຊົນພາຍໃນບ້ານເປັນຜູ້ຄຸ້ມຄອງນໍາໃຊ້ເຂົ້າໃນການຜະລິດກະສິກໍາປູກຝັງ ແລະ ລ້ຽງສັດ ເປັນສິນ ຄ້າເພື່ອພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ. ໂຄງການຝາຍນໍ້າລິນ ແມ່ນຕັ້ງຢູ່ຫ້ວຍຈິງບ້ານແກ້ງເກິກ ເມືອງ ວິລະບູລີ ຫ່າງຈາກບ້ານໄປທາງທິດຕາເວັນຕົກສ່ຽງເໜືອປະມານ 2.500 ແມັດ ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດກໍ່ສ້າງແບບມີສ່ວນຮ່ວມ ໂດຍແມ່ນບໍລິສັດລ້ານຊ້າງ ມີເນໂຣນ ຈໍາກັດ ສະໜັບສະໜູນ ດ້ານງົບປະມານ ແລະ ສະໜອງອຸປະກອນໃຫ້ ແລະ ແຮງງານແມ່ນປະຊາຊົນພາຍໃນບ້ານເປັນຜູ້ເຮັດ, ນໍາພາໂດຍວິຊາການຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມດ້ວຍວິຊາການໜ່ວຍງານພັດທະນາຊຸມຊົນພາກສະໜາມຂອງບໍລິສັດ.

    ຫົວງານຂອງຝາຍເຮັດດ້ວຍເບຕົງເສີມ ເຫລັກ ແລະ ກະຕ່າຫີນ ຝາຍມີຄວາມຍາວ 13 ແມັດ, ກວ້າງ 2 ແມັດ ແລະ ສູງ 2 ແມັດ, ລະບົບຊົມໃຊ້ດ້ວຍທໍ່ HDPE ເພື່ອລໍາລຽງນໍ້າຈາກຫົວງານ ຫາ ບ້ານມີລວງຍາວທັງໝົດ 2.600 ແມັດ, ຄວາມສູງລະດັບ ຫົວງານທຽບໃສ່ຄວາມສູງລະດັບບ້ານ 13 ແມັດ ສະເລ່ຍປະລິມານນໍ້າໄຫລໃນທໍ່ປະມານ 1,5 ລິດຕໍ່ວິ ນາທີ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນ ທັນວາ 2023 ແລະ ສໍາເລັດໃນທ້າຍເດືອນ ມັງກອນ 2024 ລວມມີມູນຄ່າການກໍ່ສ້າງທັງໝົດ 218 ລ້ານກວ່າກີບ ຫລື ເທົ່າກັບ 10.572 ໂດລາສະຫະລັດ. ທ່ານ ສະໝານ ອາເນກາ ຜູ້ອໍານວຍການໃຫຍ່ບໍລິສັດ ລ້ານຊ້າງ ມີເນໂຣນ ຈໍາກັດ ໄດ້ມີຄໍາເຫັນວ່າ: ການກໍ່ສ້າງຝາຍນໍ້າລິນຫ້ວຍຈິງຈຸດປະສົງຫລັກແມ່ນເພື່ອສະໜອງນໍ້າໃຫ້ແກ່ປະຊາຊົນ ບ້ານແກ້ງເກິກ ເຊິ່ງເປັນຜູ້ທີ່ໄດ້ຮັບຜົນປະໂຫຍດ ໂດຍກົງ ໃຫ້ໄດ້ນໍາໃຊ້ເຂົ້າໃສ່ໃນການ ປູກພືດພັນທັນຍາຫານຕ່າງໆ, ເຮັດ ສວນຄົວ ແລະ ລ້ຽງສັດຂະໜາດ ນ້ອຍ ໃນຄົວເຮືອນຂອງຕົນ, ໂຄງ ການດັ່ງກ່າວແມ່ນໄດ້ມາຈາກກອງ ທຶນພັດທະນາຊຸມຊົນບໍ່ຄໍາ ແລະ  ການປະກອບສ່ວນໃນການອອກແຮງງານຢ່າງຫ້າວຫັນຂອງຊາວ ບ້ານແກ້ງເກິກ ໂດຍໄດ້ຮັບການຊ້ີນໍາຈາກທ່ານເຈົ້າເມືອງວິລະບູລີ ກໍ່ຄື ພັກ-ລັດ, ອຳນາດການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງມະຫາຊົນຂັ້ນບ້ານ.

    ຜ່ານມາກວ່າ 20 ປີ ບໍລິສັດ ລ້ານຊ້າງມີເນໂຣນ ຈໍາກັດ ໄດ້ປະກອບສ່ວນທຶນພັດທະນາໃຫ້ແກ່ຊຸມຊົນທ້ອງຖິ່ນ ເຊິ່ງສົ່ງຜົນໃຫ້ປະຊາຊົນຢູ່ອ້ອມຂ້າງໂຄງການ ຂຸດຄົ້ນບໍ່ຄໍາ-ທອງເຊໂປນ ໄດ້ມີລະດັບຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ. ໃນນັ້ນ, ກອງທຶນພັດທະນາ ທ້ອງຖິ່ນ ໄດ້ສະໜອງທຶນເພີ່ມຂຶ້ນຈາກ 96.000 ໂດລາຕໍ່ປີ ຂື້ນເປັນ 750.000 ໂດລາຕໍ່ປີໃນປັດຈຸບັນ ເພື່ອພັດທະນາວຽກງານຮອບດ້ານຂອງເມືອງວິລະບູລີ ໃຫ້ມີຄວາມສີວິໄລຂຶ້ນໄປຢ່າງບໍ່ຢຸດຢັ້ງ. 

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top