ເປີດນຳໃຊ້ສະຫນາມບິນສາກົນບໍ່ແກ້ວ ຢ່າງເປັນທາງການ

06/02/2024 06:12
Email Print 1607
ຂປລ ໃນຕອນເຊົ້າ ວັນທີ 5 ກຸມພາ2024 ນີ້, ແຂວງບໍ່ແກ້ວ ຮ່ວມກັບ ເຂດເສດຖະກິດພິເສດສາມຫລ່ຽມ ຄໍາ ໄດ້ເປີດນໍາໃຊ້ສະໜາມບິນສາ ກົນແຫ່ງໃໝ່ ຢ່າງເປັນທາງການ ພາຍຫລັງກໍ່ສ້າງເປັນເວລາ 3 ປີ ເຊິ່ງໂຄງການກໍ່ສ້າງສະໜາມບິນ ດັ່ງກ່າວ ມີມູນຄ່າປະມານ 225 ລ້ານກວ່າໂດລາສະຫະລັດ, ສາ ມາດຮອງຮັບຜູ້ໂດຍສານໄດ້ 2 ລ້ານ ກວ່າຄົນຕໍ່ປີ ແລະ ເປັນສະໜາມ ບິນໃຫຍ່ອັນດັບທີ 3 ຂອງ ສປປ ລາວ ຮອງຈາກສະໜາມບິນສາ ກົນວັດໄຕ ແລະ ຫລວງພະບາງ.

     *ໃນຕອນເຊົ້າ ວັນທີ 5 ກຸມພາ2024 ນີ້, ແຂວງບໍ່ແກ້ວ ຮ່ວມກັບເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ເປີດນໍາໃຊ້ສະໜາມບິນສາກົນແຫ່ງໃໝ່ຢ່າງເປັນທາງການ ພາຍຫລັງກໍ່ສ້າງເປັນເວລາ 3 ປີ ເຊິ່ງໂຄງການກໍ່ສ້າງສະໜາມບິນດັ່ງກ່າວ ມີມູນຄ່າປະມານ 225 ລ້ານກວ່າໂດລາສະຫະລັດ, ສາມາດຮອງຮັບຜູ້ໂດຍສານໄດ້ 2 ລ້ານກວ່າຄົນຕໍ່ປີ ແລະ ເປັນສະໜາມບິນໃຫຍ່ອັນດັບທີ 3 ຂອງ ສປປ ລາວ ຮອງຈາກສະໜາມບິນສາ ກນວັດໄຕ ແລະ ຫລວງພະບາງ. ພິທີເປີດນໍາໃຊ້ສະໜາມບິນສາກົນແຂວງບໍ່ແກ້ວ ໄດ້ຈັດຂຶ້ນຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໃນເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄໍາ, ມີບັນດາຄະນະນໍາຂັ້ນສູງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.


       ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ກ່າວວ່າ: ໂຄງກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄໍາ ເພື່ອສົ່ງເສີມການຄົມມະນາຄົມຂົນສົ່ງທາງອາກາດໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ກັບສາກົນ, ທັງອໍານວຍຄວາມສະດວກໃນການລົງທຶນ, ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ເພີ່ມຂີດຄວາມສາມາດໃນການພັດທະນາພື້ນຖານໂຄງລ່າງຂອງພາກເໜືອ ໂດຍສະ ເພາະແຂວງບໍ່ແກ້ວ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນ. ໂຄງການສະໜາມບິນສາກົນບໍ່ແກ້ວ ແມ່ນໜ່ຶງໃນກິດຈະການ ທ່ີໄດ້ລະບຸໄວ້ໃນສັນຍາ ວ່າດ້ວຍການພັດທະນາເຂດເສດຖະກິດ ແລະ ແຫລ່ງທ່ອງທ່ຽວຄົບວົງຈອນອາຊຽນສາມຫລ່ຽມຄຳສະບັບປີ 2007 ແລະ ສັນຍາວ່າດ້ວຍການພັດທະນາ ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງເຜິ້ງ, ແຂວງບໍ່ແກ້ວ, ສປປ ລາວ ສະບັບປັບປຸງ 2014. ໂຄງການດັ່ງກ່າວເປັນການລົງທຶນຂອງ ບໍລິສັດ ກຣິດເຕີເບເອເລຍອິນເວດ ເມັນແອນດີເວວລົບເມັນ ຈຳກັດ 100% ໃນຮູບແບບ BOT, ເປັນ ສະໜາມບິນຂະໜາດ Code 4C, ໃນມູນຄ່າການລົງທຶນທັງໝົດ 225 ລ້ານກວ່າໂດລາສະຫະລັດ, ອາຍຸ ສຳປະທານ 50 ປີ, ສາມາດຕໍ່ໄດ້ຕາມການຕົກລົງຂອງລັດຖະບານ.


      ການສ້າງສະໜາມບິນສາກົນ ບໍ່ແກ້ວ ເປັນການຍົກລະດັບມາດຕະຖານ ໃນການບໍລິການທາງອາກາດ ໃຫ້ທຽບເທົ່າສາກົນ, ເປັນການສ້າງລາຍຮັບແກ່ພາກລັດທາງກົງ ແລະ ທາງອ້ອມ, ເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ນອກນັ້ນ ຍັງຈະເປັນການຫລຸດຜ່ອນ ການລົງທຶນຂອງພາກລັດ ເຂົ້າໃນການກ່ໍສ້າງໂຄງລ່າງພື້ນຖານ; ສະໜາມບິນແຫ່ງນີ້ ນຳໃຊ້ເນື້ອທີ່ດິນໃນການກໍ່ສ້າງ 314 ເຮັກຕາ 5.478 ຕາ ແມັດ, ມີທາງແລ່ນຂຶ້ນ-ລົງຍາວ 2.700 ແມັດ ແລະ ສາມາດຂະຫຍາຍໄດ້ເຖິງ 3.000 ແມັດ, ສາມາດຮັບການລົງຈອດຂອງຍົນແອບັດສ A320 ແລະ ໂບອິງ 737, ອາຄານ ຜູ້ໂດຍສານສາມາດຮອງຮັບຜູ້ໂດຍສານເຂົ້າ-ອອກ 600 ຄົນ ໃນເວລາດຽວກັນ, ມີອາຄານຄວບຄຸມການບິນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຢ່າງເປັນລະບົບ. ປີ 2024 ນີ້ ສປປ ລາວ ໄດ້ເປີດປີທ່ອງທ່ຽວ ແລະ ຈະເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ, ຂະນະທີ່ລັດຖະບານລາວໄດ້ວາງເປົ້າໝາຍໄວ້ວ່າ ຈະດຶງດູນັກທ່ອງທ່ຽວ ໃຫ້ໄດ້ປະມານ 3 ລ້ານຄົນ ແລະ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ກໍຕັ້ງເປົ້າຫມາຍໄວ້ວ່າຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ປະມານ 7 ແສນຄົນ. ສະນັ້ນ ສະໜາມບິນ ສາກົນແຫ່ງໃໝ່ ແຂວງບໍ່ແກ້ວນ້ີ ຈະກາຍເປັນບ່ອນຮອງຮັບໜຶ່ງ ໃນສູນກາງທາງຜ່ານ ແລະ ປາຍທາງການທ່ອງທ່ຽວສໍາລັບແຂກພາຍໃນ-ຕ່າງປະເທດ. ພາກອຸດສາຫະກໍາທ່ອງທ່ຽວແມ່ນໜຶ່ງໃນບູລິມະສິດສໍາຄັນຂອງລັດຖະບານ ແລະ ເປັນແຫລ່ງລາຍຮັບອັນດັບຕົ້ນໆ ຂອງ ສປປ ລາວ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • 5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່ທ່ອງທ່ຽວ

      5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່

      9/4/2024 4:34:51 PM

      ຂປລ. ກົງສຸນໃຫຍ່ ແຫ່ງ ຣາຊານະຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ບໍລິສັດພັດທະນາແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດ ຈັດພິທີມອບ-ຮັບ ຕູ້ຟັກໄຂ່, ວັກຊິນ ແລະ ອຸປະກອນລ້ຽງໄກ່ນ້ອຍ ໃຫ້ 5 ເມືອງຂອງແຂວງສາລະວັນ ພາຍໃຕ້ໂຄງການຂະຫຍາຍ ຜົນຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ (ແຂວງສະຫວັນນະເຂດ).

    • ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາທ່ອງທ່ຽວ

      ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາ

      9/4/2024 12:30:32 PM

      ຄວາມເປັນເມືອງມໍລະດົກໂລກຫລວງພະບາງ ບໍ່ໄດ້ເຊື່ອງຊ້ອນພຽງຄຸນຄ່າທ່ີເປັນເອກະລັກສະເພາະວັດວາອາຮາມ, ພະລາດຊະວັງ ແລະ ເຮືອນ-ອາຄານຮູບຊົງເກົ່າແກ່ດັ້ງເດີມເທົ່ານັ້ນ ແຕ່ຫາກຍັງຕິດພັນກັບວິຖີດໍາລົງຊີວິດແບບດັ້ງເດີມ ມາຫລາຍຍຸກຫລາຍສະໄໝ ເຖິງປັດຈຸບັນນີ້ ຈົນກາຍເປັນຈຸດຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດສົນໃຈແວ່ວຽນມາສໍາຜັດ ແລະ ສຶກສາຮຽນຮູ້ໃນເມືອງດັ່ງກ່າວ.

    • ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນທ່ອງທ່ຽວ

      ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນ

      9/2/2024 2:45:47 PM

      ຂປລ. ກົມແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ຈັດກິດຈະກໍາທັດສະນະສຶກສາທີ່ປະເທດຈີນ ຂອງນັກທຸລະກິດການທ່ອງທ່ຽວອາຊີ ພາຍໃຕ້ຫົວຂໍ້ ສະບາຍດີ ປະເທດຈີນ ຂຶ້ນໃນລະຫວ່າງວັນທີ 20-29 ສິງຫາ ຜ່ານມາ, ນໍາພາຄະນະໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ສປປ ລາວ, ມີຜູ້ຕາງໜ້ານັກທຸລະກິດ ການທ່ອງທ່ຽວລາວ ຈາກ 3 ພາກສ່ວນເຂົ້າຮ່ວມກິດຈະກໍາ

    • ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາທ່ອງທ່ຽວ

      ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາ

      9/2/2024 10:40:17 AM

      ພາກອຸດສາຫະກໍາທ່ອງທ່ຽວລາວມີບັນຍາກາດຄຶກຄັກເປັນພິເສດ ພາຍຫລັງ ສປປ ລາວ ປະກາດຍົກເວັ້ນວີຊາທ່ອງທ່ຽວໃຫ້ຫລາຍປະເທດ ຂະນະທີ່ນັກທ່ອງທ່ຽວຈາກປະເທດໄທ, ສປ ຈີນ, ຫວຽດນາມ, ເອີຣົບ, ເກົາຫລີ ຕິດອັນດັບດັບຕົ້ນໆເຂົ້າມາທ່ອງ ທ່ຽວລາວ, ຄາດວ່າໝົດປີ 2024 ລາວຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ຢ່າງໜ້ອຍ 3-4 ຄົນ.

    • “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາທ່ອງທ່ຽວ

      “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາ

      8/26/2024 11:34:23 AM

      “ຜາຖີ່່” ຫລື Lima Site 85 ອາດີດເຣດ້າຕາທິບ ຂອງຖານທັບສະຫະລັດອາເມລິກາໃນລາວ, ປັດຈຸບັນ ກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ໂດຍ ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານ ຫ້ວຍມ້າ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ຫ່າງຈາກເທສະບານແຂວງ ຫົວພັນ 68 ກິ​ໂລ​ແມັດ.

ads
ads

Top