ແຈ່ວ​ປາ​ບໍ້າກຸ້ງ​ຕ້ອງ​ລອງ ​ໄດ້ໄດ້ຮັບຄວາມນິຍົມຈາກຕ່າງປະ​ເທດເພີ່ມຂຶ້ນ

10/01/2024 11:18
Email Print 1961
ຂປລ *ໄລຍະ​ນີ້ ຖ້າ​ເວົ້າ​ເຖິງ​ແຈ່ວທີ່​ກໍາລັງ​ມາ​ແຮງ ​ແລະ ​ໄດ້​ຮັບ​ຄວາມ​ສົ​ນ​ໃຈ ຈາກຜູ້​ບໍລິ​ໂພ​ກທັງ​ພາຍ​ໃນ ​ແລະ ປະ​ເທດ ກໍ​ຕ້ອງ​ແມ່ນ​ແຈ່ວ​ປາ​ບໍ້າ ກຸ້ງ​ຕ້ອງ​ລອງ ຈາກ​ແຂວງ​ຫົວພັນ ດ້ວຍ​ເອກະລັກ ທີ່​ໂດດ​ເດັ່ນ ທາງ​ດ້ານ​ລົດ​ຊາດ ​ແລະ ຄຸນ​ນະພາ​ບຂອງ​ສິນຄ້າ ຈຶ່ງ​​ເຮັດ​ໃຫ້​ແຈ່ວ ປາ​ບໍ້າ​ກຸ້ງ​ຕ້ອງ​ລອງ​ ເຂົ້າ​​ໄປ​ຢູ່​ໃນ​ເຮືອນຄົວຂອງ​ຫລາຍໆທ່ານອີກ​ຢ່າງໜຶ່ງ ​ໃນ​ປັດຈຸບັນການ​ຂາຍ​ສີນ​ຄ້າ ​ໄດ້​ນໍາ​ໃຊ້​ສື່​ອອນ​ລາຍ ​ເປັນ​ຫລັກ ຈຶ່ງ​ເຂົ້າ​ເຖິງ​ລູກ​ຄ້າ​​ໄດ້​ຢ່າງ​ຫລວງຫລາຍ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ .


 



*ໄລຍະ​ນີ້ ຖ້າ​ເວົ້າ​ເຖິງ​ແຈ່ວທີ່​ກໍາລັງ​ມາ​ແຮງ ​ແລະ ​ໄດ້​ຮັບ​ຄວາມ​ສົ​ນ​ໃຈ ຈາກຜູ້​ບໍລິ​ໂພ​ກທັງ​ພາຍ​ໃນ ​ແລະ ປະ​ເທດ ກໍ​ຕ້ອງ​ແມ່ນ​ແຈ່ວ​ປາ​ບໍ້າ ກຸ້ງ​ຕ້ອງ​ລອງ ຈາກ​ແຂວງ​ຫົວພັນ ດ້ວຍ​ເອກະລັກທີ່​ໂດດ​ເດັ່ນ ທາງ​ດ້ານ​ລົດ​ຊາດ ​ແລະ ຄຸນ​ນະພາ​ບຂອງ​ສິນຄ້າ ຈຶ່ງ​​ເຮັດ​ໃຫ້​ແຈ່ວ ປາ​ບໍ້າ​ກຸ້ງ​ຕ້ອງ​ລອງ​ເຂົ້າ​​ໄປ​ຢູ່​ໃນ​ເຮືອນຄົວ ຂອງ​ຫລາຍໆທ່ານອີກ​ຢ່າງໜຶ່ງ ​ໃນ​ປັດຈຸບັນການ​ຂາຍ​ສີນ​ຄ້າ ​ໄດ້​ນໍາ​ໃຊ້​ສື່​ອອນ​ລາຍ ​ເປັນ​ຫລັກ ຈຶ່ງ​ເຂົ້າ​ເຖິງ​ລູກ​ຄ້າ​​ໄດ້​ຢ່າງ​ຫລວງຫລາຍ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ .

ທ່ານ ສຸທາກອນ ສອນວິໄຊ ປະຊາຊົນ ບ້ານພັນໄຊ ເມືອງຊໍາເໜືອ ແຂວງຫົວພັນ ​ເຈົ້າ​ຂອງ​ຜະລິດ​ຕະພັນ ​ແຈ່ວ​ປາ​ບໍ້າ ກຸ້ງ​ຕ້ອງ​ລອງ ​ໃຫ້​ຮູ້​ວ່າ: ຈຸດເລີ່່ມຕົ້້ນຂອງການເຮັດແຈ່ວປາບໍ້າ ຊໍາເໜືອ ຍ້ອນແມ່ເປັນຜູ້ລິເລີ່ມປຸ່ງແຕ່ງ ແລະ ຂາຍແຈ່ວປາບໍ້າແຕ່ປີ 2004 ເປັນຕົ້ນມາ  ​ໃນ​ຊື້ແຈ່ວປາບໍ້າ ນາງໄມ  ທີ່ໂດ່ງດັງໄປທົ່ວປະເທດຈົນ​ກາຍ​ເປັນ​ຕໍານານ ຍ້ອນ​ແນວ​ນັ້ນ,  ເມື່ອຄາວຍັງນ້ອຍ ​ໃນ​​ໄລຍະ 5ໂມງເຊົ້າ  ກໍມັກໄດ້ຍິນສຽງແມ່ຕຳແຈ່ວແຕ່ເຊົ້າໆ ​ເພື່ອກຽມໄປຂາຍຢູ່ຕະຫລາດ​ໃນ​ແຕ່​ລະ​ມື້ ດັ່ງ​ນັ້ນ, ມັນ​ຈຶ່ງຊຶມ​ຊັບ​ເອົາວິທີການປຸງແຕ່ງ ​ແຈ່ວ​ປາ​ນໍ້າມາຈາກແມ່ ແຕ່​ໃນ​ຕອນນັ້ນ ອາຍຸຍັງນ້ອຍ​ຈຶ່ງບໍ່ຄິດຈະຕ້ອງສືບທອດ ການປຸງແຕ່ງ​ແຈ່ວຈາກແມ່ ກໍເລີຍສືບຕໍ່ໃນການຮຽນຈົນຈົບ ມະຫາວິທະຍາໄລແຫ່ງຊາດ ສາຂາ ກົດໝາຍທຸລະກິດດອນນົກຂຸ້ມ ແລະ ຂຽນບົດຈົບຊັ້ນ ຫົວຂໍ້ “ການຜະ ລິດແຈ່ວປາບໍ້າຊໍາເໜືອເປັນສິນຄ້າ” ປີ 2021 ​ແລະ ​ເມື່ອ​ຮຽນຈົບ​ມາ​ແລ້ວຈຶ່ງ​ໄດ້​ມາ​ສ້າງ​ຕັ້ງ​ໂຮງຮຽນ ພາສາ​ຕ່າງປະ​ເທດ ສອນ​ໄຊ​ສອນ​ຈະ​ເລີ​ນ  ​​ເປັນ​ຂອງ​ໂຕ​ເອງ  ​ເຊິ່ງ​ໄລຍະ​ນີ້ ​ເປັນ​ໄລຍະ​ໂຄວິດ-​19 ກໍາລະບາດ ການ​ຄ້າ-ຂາຍ ມີ​ຄວາມ​ຫຍຸ້ງຍາກ ຈຶ່ງ​​ໃຫ້​ແມ່ພັກຜ່ອນຈາກການຂາຍເຄື່ອງໃນຕະຫລາດມາຊ່ວຍເບິ່ງຄວາມເປັນລະບຽບຮຽບຮ້ອຍໃນໂຮງຮຽນແທນ. ​ແຕ່​ແນວ​ໃດ​ກໍ​ດີ ຍ້ອນ​ບໍ່​ຢາກ​ປະ​ຖິ້ມ ອາຊີບ​ທີ່​ເຄີຍ​ເຮັດ​ມາ​ແຕ່​ຍັງ​ນ້ອຍ ອີກ​ຢ່າງໜຶ່ງ  ເນື່ອງຈາກວ່າ ຕົນ​ເອງ ຮຽນກ່ຽວກັບກົດໝາຍທຸລະກິດ ແລະ ລົງເລິກເລື່ອງການສ້າງຕັ້ງວິສາຫະກິດ ຈຶ່ງ​ເຫັນ​ໂອກາດຂອງ​ຕະຫລາດ ອອນລາຍ ໂດຍສະເພາະ Facebook ຫລື Tiktok ຂ້າພະເຈົ້າກໍເລີຍຢາກມີລາຍໄດ້ເສີມເປັນຊ່ອງທາງທີ່ 2 ຈາກການສອນພາສາອັງກິດ ຈຶ່ງຕັດສິນໃຈ ສ້າງແບຣນສິນຄ້າ “ແຈ່ວປາບໍ້່າ ກຸ້ງຕ້ອງ ລອງ” ຂື້ນມາ ໃນກາງເດືອນ ຕຸລາປີ 2023ເປັນຕົ້ນມາ ໂດຍໃສ່ຄວາມໝາຍດ້ານຫລັງວ່າ: (ຮຽນສູດຈາກແມ່ໄມ) ເພື່ອຂາຍ​ໃນ​ຕະຫລາດ ອອນລາຍສະເພາະ ເຊິ່ງສູດ ແຈ່ວກຸ້ງຕ້ອງລອງ ຈະເປັນສູດພິເສດທີ່ມີຄວາມ ເຂັ້ມຂຸ້ນ ແລະ ລົດ​ຊາດແຊບ ​ເພາະຮຽນແບບຂະບວນການປຸ່ງແຕ່ງແບບດັ້ງ​ເດີ​ມທີ່​​ເຄີຍ​ສືບ​ທອດ​ກັນ​ມາ  ​ແລະ ມາປັບລົດຊາດໃຫ້ເຂົ້າກັບ ຍຸກປັດຈຸບັນ ເພື່ອໃຫ້ຖືກ​ໃຈ​ຜູ້​ບໍລິ​ໂພ​ກ. ສໍາລັບຄວາມໂດດເດັ່ນຂອງແຈ່ວປາບໍ້າຂອງພວກເຮົາກໍຄື ການປຸ່ງແຕ່ງທີ່ໄດ້ມາດຕະຖານຜ່ານໂຮງງານ ຮັບປະກັນຄວາມສະອາດ ແລະ ປອດໄພ ໃສ່ໃຈຜູ້ບໍລິໂພກ ແລະ ປຸ່ງແຕ່ງແບບເຄື່ອງຈັກທີ່ທັນສະໄໝບວກ​ກັບ ວັດຖຸດິບ (ໝາກ​ເຜັດ) ທີ່ນຳມາຜະລິດແຈ່ວປາບໍ້ານັ້ນ​​ແມ່ນ ລົງຊຸກຍູ້ພໍ່ແມ່ປະຊາຊົນພາຍໃນແຂວງ ເຂດທີ່ສາມາດລ້ຽງປາໃນນາເຂົ້າ ປາບໍ້າ-ປາແຝກ ຫລື  ເຂດ ທີ່ສາມາດປູກໝາກຜັດ, ກະທຽມ ໃຫ້ໄດ້ ແລ້ວທາງໂຮງງານໄດ້ເກັບຊື້ນຳຊາວກະຊິກອນເພື່ອທຳການຜະລິດ ຖືໄດ້ວ່າ ທີ່ຜ່ານມາ 85​ເປີເຊັນ ແມ່ນນໍາໃຊ້ວັດຖຸດິບພາຍໃນແຂວງຫົວພັນເພື່ອນຳໃຊ້ເຂົ້າໃນການຜະລິດ, ແຕ່ບາງທີ່ ວັດຖຸດິບບໍ່ພຽງພໍແມ່ນ ມີການເກັບຊື້ຈາກແຂວງອື່ນ ເຊັ່ນ: ແຂວງຊຽງຂວາງ ແລະ ຫລວງພະບາງ ເປັນຕົ້ນ.




ທ່ານ ສຸທາກອນ ​ເວົ້າຕື່ມ​ວ່າ:   ປັດຈຸບັນນີ້ພວກເຮົາມີຕົວແທນຈຳໜ່າຍພາຍໃນແຂວງ ແລະ ທົ່ວປະເທດລາວ ເພື່ອກະຈາຍສິນຄ້າແກ່ຜູ້ບໍລິໂພກ ແລະ ທີ່ຜ່ານມາກໍມີລູກຄ້າທີ່ຊື້ໄປຕ່າງປະເທດເຊັ່ນ: ຫວຽດນາມ, ໄທ, ເກົາຫລີ , ສິງກະໂປ ແລະ ຈີນ , ປັດຈຸບັນ ຍັງມີຕົວແທນຫລັກຢູ່ປະ​ເທດໄທ. ສໍາລັບ​ແຜນ ​ໃນອະນາຄົດຈະສືບປຸ່ງແຕ່ງໃຫ້ດີກວ່າເກົ່າ ພ້ອມ​ທັງຮັກສາລົດ ຊາດຕາມ ສູດ ໃຫ້ຄົງທີ່ ຄຽງຄູ່ກັນນັ້ນກໍຄືການກວດ ຜະລິດຕະພັນ ອຢ ແລະ ຈະສຸມເຂົ້າໃສ່ການຫຸ້ມຫໍ່ໃຫ້ໄດ້ມາດຕະຖານກວ່າເກົ່າ ເພື່ອສາມາດເຂົ້າໄປຂາຍໃນຮ້ານຄ້າສະດວກຊື້ ເຊັ່ນ: Big c, Xokxay, J-mart ​ແລະ ໃຫ້ໄດ້ເຂົ້າໄປຂາຍໃນຕະຫລາດບັນດາປະເທດ ອາຊຽນ ນັ້ນຄືຄວາມຫວັງທີ່ຕັ້ງເອົາໄວ້.

ເອົາ​ເປັນວ່າ ທ່ານ​ໃດ ສົນ​ໃຈ ຊີມ​ແຈ່ວ​ປາ​ບໍ້າ​ແຊບໆ ​ ອາຫານ​ເອກະລັກ ຈາກ​ແຂວງ​ຫົວພັນ ກໍ​ສາ​ມາດ​ສັ່ງ​ຊື້​ໄດ້​ທີ ​ເບີ 020 56359514 ຫລື Tiktok ກຸ້ງຕ້ອງລອງ ລະຫັດ koung_177 , Facebook: Koung shrimp.

ຂຽນ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top