ຂປລ
ຂປລ. ໂຮງໝໍຊຸມຊົນ ນາໝໍ້ ແຂວງອຸດົມໄຊ ໄດ້ໃຫ້ຄວາມສໍາຄັນ ຕໍ່ວຽກງານການສົ່ງເສີມ ໂພຊະນາການໃນເດັກອ່ອນ ແລະ ເດັກນ້ອຍ ແຕ່ມື້ເກີດຈົນຮອດອາຍຸໄດ້ 1 ປີ ດ້ວຍການໃຫ້ຄວາມຮູ້ ກ່ຽວກັບ ການການລ້ຽງລູກດ້ວຍນົມແມ່.

ຂປລ. ໂຮງໝໍຊຸມຊົນ ນາໝໍ້ ແຂວງອຸດົມໄຊ ໄດ້ໃຫ້ຄວາມສໍາຄັນ ຕໍ່ວຽກງານການສົ່ງເສີມ ໂພຊະນາການໃນເດັກອ່ອນ ແລະ ເດັກນ້ອຍ ແຕ່ມື້ເກີດຈົນຮອດອາຍຸໄດ້ 1 ປີ ດ້ວຍການໃຫ້ຄວາມຮູ້ ກ່ຽວກັບ ການການລ້ຽງລູກດ້ວຍນົມແມ່.
ທ່ານ ດຣ ທະນົງສັກ ສຸວິແອັດ ຮອງຜູ້ອຳນວຍການ ໂຮງໝໍຊຸມຊົນນາໝໍ້ ໄດ້ໃຫ້ຮູ້ວ່າ: ໂຮງໝໍຊຸມຊົນ ນາໝໍ້ ກໍຄື ພະນັກງານພະນັກງານແພດໝໍ ໄດ້ເອົາໃຈໃສ່ຕໍ່ວຽກດັ່ງກ່າວ ໂດຍໄດ້ໃຫ້ຄໍາແນະນໍາ ດ້ານວຽກງານໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່ ນັບຕັ້ງແຕ່ແມ່ຍິງຖືພາ ທີ່ມາຝາກທ້ອງຈົນຮອດມື້ເກີດ ລວມເຖິງຕະຫລອດໄລຍະ ຂອງການມາຮັບການສັກຢາ. ພ້ອມນີ້, ພະນັກງານແພດໝໍ ຂອງໂຮງໝໍຊຸມຊົນນາຫມໍ້ ຍັງໄດ້ເຮັດການໂຄສະນາວຽກງານ ໂພຊະນາການໃຫ້ແກ່ ແມ່ຍິງຖືພາທີ່ມີການຂາດສານອາຫານ ຫລື ແມ່ຍິງຖືພາ ທີ່ມີໂພຊະນາການເກີນ ພາຍຫລັງທີ່ເດັກນ້ອຍເກີດມາ ກໍໄດ້ນັດມາຮັບການສັກຢາ ໄປຈົນເຖິງອາຍຸໄດ້ 1 ປີ ແລະ ການມາສັກຢາແຕ່ລະຄັ້ງ ແມ່ນໄດ້ມີການຕິດຕາມອາຍຸ, ນໍ້າໜັກ, ລວງສູງ ເພື່ອປະເມີນການຂາດ ສານອາຫານຂອງເດັກ, ພ້ອມທັງໄດ້ໃຫ້ຄໍາແນະນໍາ ແກ່ພໍ່-ແມ່ ໃຫ້ເອົາໃຈໃສ່ດ້ານວຽກງານໂພຊະນາການແກ່ເດັກ.

ທ່ານ ນາງ ບົວລອຍ ຈັນທິລາດ ແພດອາສາ ປະຈຳໂຮງໝໍນ້ອຍ ບ້ານປາງສາ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ໃຫ້ສຳພາດຕໍ່ສືມວນຊົນວ່າ: 1 ປີຜ່ານມາ ໂຮງໝໍນ້ອຍ ປາງສາ ແມ່ນມີສະມາຊິກແມ່ຍິງ ເຂົ້າມາຝາກທ້ອງທັງໝົດ 122 ຄົນ, ສະເລ່ຍອັດຕາການເກີດ 16 ຄົນ ຕໍ່ເດືອນ. ສະນັ້ນ, ໂຮງໝໍຈຶ່ງໄດ້ເອົາໃຈໃສ່ເປັນພິເສດ ໃນການໃຫ້ຄຳປຶກສາຕໍ່ແມ່ຍິງທີ່ມາບໍລິການຝາກທ້ອງ, ເກີດລູກ, ຕິດຕາມກວດ ກາ ແລະ ປິ່ນປົວ ແມ່ຍິງຖືພາ, ເບິ່ງແຍງດູແລແມ່ທີ່ມີພາວະສ່ຽງໄພ ແລະ ໃຫ້ຄຳແນະນໍາ, ຄຳປຶກສາການດູແລຕົນເອງ ໃນເວລາຖືພາ, ພ້ອມທັງແນະນຳຄວາມພ້ອມໃຫ້ແມ່ ໃນການເບິ່ງແຍງຕົນເອງ ແລະ ລູກນ້ອຍຂອງຕົນ, ເດັກເກີດໃໝ່ຄວນໄດ້ດູດນົມແມ່ ແຕ່ເວລາແລກເກີດຈົນຮອດ 6 ເດືອນ ເພາະວ່າ ນໍ້ານົມແມ່ມີຄຸນປະໂຫຍດ, ມີສານອາຫານຄົບຖ້ວນ, ສົມສ່ວນ ແລະ ພຽງພໍ ສໍາລັບເດັກ ນັບແຕ່ມື້ເກີດຈົນຮອດອາຍຸ 6 ເດືອນ. ນອກຈາກນີ້, ນໍ້ານົມແມ່ຍັງເຮັດໃຫ້ເດັກ ມີສຸຂະພາບແຂງແຮງ, ມີການຈະເລີນ ເຕີບໂຕ, ພັດທະນາການດີ ແລະ ເຮັດໃຫ້ ເດັກສະຫລາດ ຊ່ວຍປ້ອງກັນການຂາດສານອາຫານໃນເດັກ, ສິ່ງສໍາຄັນຍິ່ງກວ່ານັ້ນ ນໍ້ານົມແມ່ ມີພູມຄຸ້ມກັນພະຍາດ, ປ້ອງກັນເດັກຈາກພະຍາດຊຶມເຊື້ອຕ່າງໆ, ຫລຸດຜ່ອນການ ເຈັບປ່ວຍ ແລະ ການເສຍຊີວິດຂອງ ເດັກ.
ຂ່າວ-ພາບ: ມະໄລລັກ
KPL