ອິນໂດເນເຊຍ-ອິນເດຍ ຈະເຊື່ອມຕໍ່ ລະບົບກັບເຄືອຂ່າຍ ການຊຳລະເງິນດິຈິຕອນ ຂ້າມຊາຍແດນ

17/07/2026 17:48
ຂປລ ອິນໂດເນເຊຍ ສືບຕໍ່ຂະຫຍາຍ ເຄືອຂ່າຍລະບົບ ການຊຳລະເງິນ ດ້ວຍຄິວອາໂຄດ (QR Code) ແຫ່ງຊາດ ໄປຍັງ ອິນເດຍ ຫລັງຈາກ ທີ່ ຫາກໍເຊື່ອມໂຍງ ລະບົບກັບຈີນ ເມື່ອບໍ່ດົນມານີ້ ເພື່ອຮອງຮັບ ການເຕີບໂຕ ຂອງ ທຸລະກຳ ການຊຳລະເງິນ ດິຈິຕອນ ຂ້າມຊາຍແດນ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ອິນໂດເນເຊຍ ສືບຕໍ່ຂະຫຍາຍ ເຄືອຂ່າຍລະບົບ ການຊຳລະເງິນ ດ້ວຍຄິວອາໂຄດ (QR Code) ແຫ່ງຊາດ ໄປຍັງ ອິນເດຍ ຫລັງຈາກ ທີ່ ຫາກໍເຊື່ອມໂຍງ ລະບົບກັບຈີນ ເມື່ອບໍ່ດົນມານີ້ ເພື່ອຮອງຮັບ ການເຕີບໂຕ ຂອງ ທຸລະກຳ ການຊຳລະເງິນ ດິຈິຕອນ ຂ້າມຊາຍແດນ ໃນອາຊີ ທີ່ພວມຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໂຄງການດັ່ງກ່າວ ໄດ້ຕັ້ງເປົ້າໝາຍ ໃຫ້ສຳເລັດ ໃນທ້າຍປີ 2026 ໂດຍຈະເຊື່ອມຕໍ່ ລະບົບ Quick Response Code Indonesian Standard (QRIS) ຂອງ ອິນໂດເນເຊຍ ເຂົ້າກັບ Unified Payments Interface (UPI) ຊຶ່ງເປັນ ລະບົບ ການຊຳລະເງິນ ຜ່ານທະນາຄານ ແບບຮຽວທາມ ຂອງ ອິນເດຍ ເພື່ອໃຫ້ຜູ້ບໍລິໂພກ ແລະ ຮ້ານຄ້າ ຢູ່ສອງປະເທດ ສາມາດ ຊຳລະເງິນ ແລະ ຮັບຊຳລະເງິນ ຜ່ານແອັບທະນາຄານ ຫລື ກະເປົາເງິນ ເອເລັກໂຕຣນິກ (e-wallet) ທີ່ນຳໃຊ້ຢູ່ໄດ້ທັນທີ. ເມື່ອລວມກັບ ການເຊື່ອມໂຍງ ລະບົບກັບ ຈີນ ທີ່ເລີ່ມນຳໃຊ້ໄປ ເມື່ອເດືອນເມສາ ທີ່ຜ່ານມາ, QRIS ຈະກາຍເປັນ ສູນກາງ ທີ່ເຊື່ອມໂຍງ ຕະຫລາດ ການຊຳລະເງິນ ດ້ວຍ ຄິວອາໂຄດ ຂະໜາດໃຫຍ່ທີ່ສຸດ 3 ແຫ່ງຂອງອາຊີ.

ການເຊື່ອມໂຍງ ລະບົບ ໃນຄັ້ງນີ້ ຄາດວ່າ ຈະຊ່ວຍໃຫ້ ຜູ້ປະກອບການ ໃນອິນໂດເນເຊຍ ຫລາຍລ້ານຄົນ ຊຶ່ງສ່ວນໃຫຍ່ແມ່ນ ທຸລະກິດຂະໜາດນ້ອຍ ໄດ້ຮັບຜົນປະໂຫຍດ ຈາກການໃຊ້ຈ່າຍ ຂອງ ນັກທ່ອງທ່ຽວ ຊາວຈີນ ແລະ ອິນເດຍ ເພີ່ມຂຶ້ນ, ພ້ອມທັງເປັນການ ສະໜັບສະໜູນ ແຜນການ ຂອງ ລັດຖະບານ ອິນໂດເນເຊຍ ໃນການ ສົ່ງເສີມ ການນຳໃຊ້ ສະກຸນເງິນ ທ້ອງຖິ່ນ ສຳລັບ ການຊຳລະເງິນ ຂ້າມຊາຍແດນ ເພື່ອຫລຸດຜ່ອນ ຕົ້ນທຶນ ໃນການເຮັດ ທຸລະກຳ ແລະ ຫລຸດຜ່ອນ ການເພິ່ງພາ ເຄືອຂ່າຍ ບັດຊຳລະເງິນ ລະດັບໂລກ ລວມເຖິງ ເງິນໂດລາ ສະຫະລັດນຳອີກ./

 

KPL

ຂ່າວອື່ນໆ

ads
ads

Top