ມາເລເຊຍ ກາຍເປັນຕະຫລາດຫຸ້ນ ຂະໜາດໃຫຍ່ທີ່ສຸດ ໃນອາຊຽນ

17/07/2026 17:48
ຂປລ ມາເລເຊຍ ຂຶ້ນແທນເປັນຕະຫລາດ ທີ່ໃຫຍ່ທີ່ສຸດ ໃນອາຊີຕາເວັນອອກສຽງໃຕ້ (ອາຊຽນ) ສຳລັບ ການສະເໜີ ຂາຍຮຸ້ນ ຕໍ່ສາທາລະນະຊົນ ເປັນຄັ້ງທຳອິດ (IPO) ໃນໄລຍະ 6 ເດືອນຕົ້ນປີ 2026 ໂດຍມີ ບໍລິສັດ ເຂົ້າຈົດທະບຽນ 36 ແຫ່ງ ສາມາດ ລະດົມທຶນໄດ້ 1,3 ຕື້ໂດລາ ສະຫະລັດ

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ມາເລເຊຍ ຂຶ້ນແທນເປັນຕະຫລາດ ທີ່ໃຫຍ່ທີ່ສຸດ ໃນອາຊີຕາເວັນອອກສຽງໃຕ້ (ອາຊຽນ) ສຳລັບ ການສະເໜີ ຂາຍຮຸ້ນ ຕໍ່ສາທາລະນະຊົນ ເປັນຄັ້ງທຳອິດ (IPO) ໃນໄລຍະ 6 ເດືອນຕົ້ນປີ 2026 ໂດຍມີ ບໍລິສັດ ເຂົ້າຈົດທະບຽນ 36 ແຫ່ງ ສາມາດ ລະດົມທຶນໄດ້ 1,3 ຕື້ໂດລາ ສະຫະລັດ, ໃນຂະນະທີ່ ສິງກະໂປ ເປັນອັນດັບສອງ ດ້ວຍຈຳນວນບໍລິສັດ ເຂົ້າຈົດທະບຽນ 5 ແຫ່ງ ລະດົມທຶນໄດ້ 868 ລ້ານໂດລາສະຫະລັດ.

ເຖິງແມ່ນວ່າ ຈຳນວນ IPO ຂອງ ສິງກະໂປ ຍັງຕາມຫລັງ ມາເລເຊຍ ແຕ່ກໍຖືເປັນ ສັນຍານ ການຟື້ນຕົວຂອງຕະຫລາດ ຫລັງຈາກ ໃນໄລຍະ 6 ເດືອນຕົ້ນ 2025 ມີບໍລິສັດເຮັດ IPO ພຽງແຕ່ 1 ແຫ່ງເທົ່ານັ້ນ. ໂດຍຕະຫລາດທຶນສິງກະໂປ ເລີ່ມມີສັນຍານຟື້ນຕົວ ຫລັງຈາກ ທະນາຄານກາງ ສິງກະໂປ (Monetary Authority of Singapore-MAS) ແລະ ຕະຫລາດຫລັກຊັບ ສິງກະໂປ (Singapore Exchange-SGX) ໄດ້ດຳເນີນມາດຕະການ ໃນປີ 2025 ເພື່ອເພີ່ມສະພາບຄ່ອງ ແລະ ສ້າງຄວາມສົນໃຈ ໃຫ້ແກ່ນັກລົງທຶນ./

 

KPL

ຂ່າວອື່ນໆ

ads
ads

Top