ຟິລິບປິນ ນຳໃຊ້ເອໄອ - ເຕັກໂນໂລຊີດາວທຽມ ເພີ່ມຄວາມໝັ້ນຄົງທາງດ້ານອາຫານ

17/07/2026 17:48
ຂປລ ກະຊວງ ກະສິກຳ ແລະ ອົງການສະຖິຕິແຫ່ງຊາດ ຟິລິບປິນ ຈະນຳໃຊ້ປັນຍາປະດິດ ເອໄອ (AI) ແລະ ເຕັກໂນໂລຊີ ດາວທຽມ ເພື່ອນຳໃຊ້ເຂົ້າໃນ ການປັບປຸງ ການເກັບກຳຂໍ້ມູນ ທາງດ້ານການກະສິກຳ ແລະ ເສີມສ້າງຄວາມໝັ້ນຄົງ ທາງອາຫານຂອງປະເທດ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ກະສິກຳ ແລະ ອົງການສະຖິຕິແຫ່ງຊາດ ຟິລິບປິນ ຈະນຳໃຊ້ປັນຍາປະດິດ ເອໄອ (AI) ແລະ ເຕັກໂນໂລຊີ ດາວທຽມ ເພື່ອນຳໃຊ້ເຂົ້າໃນ ການປັບປຸງ ການເກັບກຳຂໍ້ມູນ ທາງດ້ານການກະສິກຳ ແລະ ເສີມສ້າງຄວາມໝັ້ນຄົງ ທາງອາຫານຂອງປະເທດ.

ເຈົ້າໜ້າທີ່ ທາງກະຊວງກະສິກຳ ກ່ຽວຂ້ອງ ລະບຸວ່າ: ການແບ່ງປັນ ຂໍ້ມູນ ລະຫວ່າງ ສອງໜ່ວຍງານ ທີ່ດີຂຶ້ນກວ່າເກົ່າ ຈະຊ່ວຍໃຫ້ ຜູ້ກຳນົດນະໂຍບາຍ ສາມາດຕັດສິນໃຈ ກ່ຽວກັບ ການຜະລິດ, ໂລຈິສະຕິກ ແລະ ການສະໜອງ ໃນດ້ານອາຫານ ໄດ້ດີຂຶ້ນ, ລວມທັງ ຮັບປະກັນ ການຈັດສັນ ຊັບພະຍາກອນ ຂອງ ລັດຖະບານ ໃຫ້ເຂົ້າເຖິງ ພື້ນທີ່ເປົ້າໝາຍຢ່າງຖືກຕ້ອງ.

ໃນຂະນະທີ່ ອົງການ ສະຖິຕິ ແຫ່ງຊາດ ໄດ້ເລີ່ມທົດລອງ ການນຳໃຊ້ ພາບຖ່າຍ ຈາກດາວທຽມ ແລະ ປັນຍາປະດິດ ເຂົ້າໃນ ການປະເມີນ ການຜະລິດພືດຜົນ. ສ່ວນທາງ ກະຊວງກະສິກຳ ຈະສະໜັບ ສະໜູນ ໂຄງການດັ່ງກ່າວ ຜ່ານການ ລົງກວດກາ ຕົວຈິງ ຢູ່ ພາກສະໜາມ ເພື່ອເພີ່ມຄວາມຊັດເຈນ ແລະ ຖືກຕ້ອງຂອງຂໍ້ມູນ. ຖ້າຂໍ້ມູນທາງ ການກະສິກຳ ແລະ ປະຊາກອນທີ່ດີຂຶ້ນ ຈະຊ່ວຍປັບປຸງ ການຄາດຄະເນ ຜົນຜະລິດ, ປະເມີນຄວາມຕ້ອງການ ອາຫານໃນອະນາຄົດ ແລະ ຊ່ວຍໃຫ້ ລັດຖະບານ ສາມາດຮັບມື ກັບ ບັນຫາຕ່າງໆ ທີ່ມີຜົນກະທົບ ຕໍ່ການສະໜອງ ອາຫານຂອງປະເທດ ໄດ້ຢ່າງວ່ອງໄວຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top