ຂປລ
ຂປລ. ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງງານແປ້ງມັນຕົ້ນ ຂອງບໍລິສັດ ແປ້ງມັນ ເອໄອດີຊີ-ອ່ຽມເຮັງ ຈຳກັດ ທີ່ບ້ານຂັນລາຍ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ

ຂປລ. ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງງານແປ້ງມັນຕົ້ນ ຂອງບໍລິສັດ ແປ້ງມັນ ເອໄອດີຊີ-ອ່ຽມເຮັງ ຈຳກັດ ທີ່ບ້ານຂັນລາຍ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດຂຶ້ນໃນນວັນທີ 19 ພະຈິກ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ມີ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ທ່ານ ພຶດສະພາ ພູມມະສັກ ປະທານກຸ່ມບໍລິສັດ ເອໄອດີຊີ ການຄ້າ ຈໍາກັດຜູ້ດຽວ, ທ່ານ ວິລະສັກ ຫວັງສຸພາສິດໂກສົນ ປະທານບໍລິສັດ ອ່ຽມເຮັງ ຈໍາກັດ ໃນນາມ ບໍລິສັດ ແປ້ງມັນ ເອໄອດີຊີ-ອ່ຽມເຮັງ ຈຳກັດ ເປັນການຮ່ວມມື ຮູບແບບການລົງທຶນ ເປັນວິສາຫະກິດປະສົມ(ລາວ-ໄທ) ໄດ້ມີຄຳເຫັນກ່ຽວກັບ ຄວາມເປັນມາຂອງໂຄງການ ໂດຍທັງສອງບໍລິສັດ ມີປະສົບການກ່ຽວກັບການຜະ ລິດປຸງແຕ່ງແປ້ງ ມັນຕົ້ນ ແລະ ມີທີມງານ ທີ່ຊ່ຽວຊານທຸກຂັ້ນຕອນການຜະລິດ. ດັ່ງນັ້ນ ຈຶ່ງຮ່ວມກັນສ້າງແຜນພັດທະນາ ເພື່ອຢາກຍົກລະດັບສິນຄ້າມັນຕົ້ນໃນ ສປປ ລາວ ໃຫ້ມີມູນຄ່າສູງຂຶ້ນຫລາຍເທົ່າຕົວ, ເຊິ່ງເປົ້າໝາຍແມ່ນ ຈະສ້າງໂຮງງານດັ່ງກ່າວ ໃຫ້ເປັນໂຮງງານຕົ້ນແບບ ຂອງ ສປປ ລາວ ທີ່ ໃຊ້ເຕັກໂນໂລຊີການຜະລິດທີ່ທັນສະໄໝ ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີການຜະລິດທີ່ໄດ້ຄຸນະພາບທຽບເທົ່າ ລະດັບສາກົນ ເພື່ອສາມາດສົ່ງອອກໄປ ຕີຕະຫລາດຕ່າງປະເທດ ໃຫ້ໄດ້ຫລາຍທີ່ສຸດ ເຊິ່ງຈະພາໄປສູ່ການໄດ້ຮັບ ເງິນຕາຕ່າງປະເທດ ມາໝູນວຽນໃນລະບົບເສດຖະກິດ ລວມທັງສາມາດສ້າງອາຊີບໃຫ້ແກ່ແຮງງານພາຍໃນ ອີກດ້ວຍ.
ສຳລັບແຜນການຈັດຕັ້ງປະຕິບັດເບື້ອງຕົ້ນຂອງ ໂຄງການ ກໍ່ສ້າງ ດັ່ງກ່າວ ມີພື້ນທີ່ລວມທັງໝົດ 140 ເຮັກຕາ, ມູນຄ່າການລົງທຶນ 37 ລ້ານໂດລາສະຫະລັດ. ໃນນັ້ນ, ການກໍ່ສ້າງໂຮງງານແປ້ງມັນຕົ້ນ ຂະໜາດ 450 ໂຕນຕໍ່ວັນ, ອາຄານ, ເຄື່ອງຈັກຕ່າງໆ ລວມມູນຄ່າ 22 ລ້ານໂດລາສະຫະລັດ; ການກໍ່ສ້າງໂຮງງານຜະລິດແກັສຊີວະພາບ (Bio Gas) ມູນຄ່າ 15 ລ້ານໂດລາສະຫະລັດ ເພື່ອບໍາບັດນໍ້າເສຍໃນໂຮງງານ ມາເປັນພະລັງງານໝູນວຽນ ເຊິ່ງສາມາດຫລຸດການໃຊ້ພະລັງງານຈາກແຫລ່ງອື່ນໆໄດ້ ແລະ ຍັງເປັນມິດຕໍ່ສິ່ງແວດລ້ອມ. ສ່ວນແຜນການຜະລິດ ແລະ ກໍ່ສ້າງໂຮງງານ ມີ 2 ໄລຍະຄື ໃນໄລຍະທີ 1 ກຳລັງການຜະລິດຂອງໂຮງງານ 450 ໂຕນຕໍ່ວັນ ແລະ ໄລຍະທີ 2 ກຳລັງການຜະລິດ ແມ່ນເພີ່ມອີກ 450 ໂຕນຕໍ່ວັນ ລວມເປັນ 900 ໂຕນຕໍ່ວັນ,
ໃນອະນາຄົດມີແຜນການ ທີ່ຈະຂະຫຍາຍການຜະລິດ ສະເພາະແປ້ງມັນຕົ້ນ ໃຫ້ເປັນໂຮງງານແປ້ງໂມດິຟາຍ ຫລື ແປ້ງມັນດັດແປງ ຂະໜາດການຜະລິດ 150 ໂຕນຕໍ່ວັນ ເຊິ່ງເປັນການໃຊ້ເຕັກໂນໂລຊີຂັ້ນສູງ ໃນການປ່ຽນແປງໂຄງສ້າງທາງເຄມີຂອງແປ້ງ ໃຫ້ມີຄຸນສົມບັດ ແລະ ປະສິດທິພາບຕາມທີ່ຕ້ອງການ, ເຊິ່ງແປ້ງໂມດິຟາຍ ສາມາດໃຊ້ໄດ້ໃນອຸດສາຫະກຳຫລາຍປະເພດ ເຊັ່ນ: ໃນການການຜະລິດ ເນື້ອສັດ ບົດລະອຽດແປຮູບ, ກະແລັມ(Ice-cream), ໝາກໄມ້ອົບແຫ້ງ, ໝາກໄມ້ ຫລື ພືດຜັກກະປ໋ອງ ແລະ ອື່ນໆ, ເຊິ່ງຈະເພີ່ມມູນຄ່າແປ້ງມັນຕົ້ນໃຫ້ສູງຂຶ້ນ, ລວມທັງເປັນໂຮງງານ ຜະລິດແປ້ງມັນຕົ້ນ ໂມດິຟາຍ ແຫ່ງທຳອິດໃນ ສປປ ລາວ ແລະ ຈະສົ່ງເສີມໃຫ້ຄົນໃນທ້ອງຖິ່ນ ເຂົ້າມາເຮັດວຽກນຳ ຫລາຍກວ່າ 300 ຕໍາແໜ່ງໃນອະນາຄົດ. ໂຮງງານແມ່ນຈະເລີ່ມ ກໍ່ສ້າງຢ່າງເປັນທາງການ ນັບຈາກມື້ວາງສີລາລຶກເປັນຕົ້ນໄປ ແລະ ຈະມີແຜນໃຫ້ສຳເລັດ ໃນທ້າຍປີ 2024.
ຂ່າວ: ທັດຊະນະ
KPL