ປູກຕົ້ນໝາກຈອງບານ ຕິດພັນກັບການຟື້ນຟູ ປົກປັກຮັກສາ ອຸທິຍານແຫ່ງຊາດ ດົງຫົວສາວ

20/11/2023 09:52
Email Print 265
ຂປລ ຂປລ. ພິທີປູກຕົ້ນໝາກຈອງບານ ຕິດພັນກັບການຟື້ນຟູ, ຄຸ້ມຄອງ ແລະ ປົກປັກຮັກສາ ອຸທິຍານແຫ່ງຊາດ ດົງຫົວສາວ ຈັດຂື້ນໃນວັນທີ 18 ພະຈິກ 2023 ທີ່ບ້ານນ້ຳພາກ ເມືອງປະທຸມພອນ ແຂວງຈຳປາສັກ


ຂປລ. ພິທີປູກຕົ້ນໝາກຈອງບານ ຕິດພັນກັບການຟື້ນຟູ
, ຄຸ້ມຄອງ ແລະ ປົກປັກຮັກສາ ອຸທິຍານແຫ່ງຊາດ ດົງຫົວສາວ ຈັດຂື້ນ ໃນວັນທີ 18 ພະຈິກ 2023 ທີ່ບ້ານນ້ຳພາກ ເມືອງປະທຸມພອນ ແຂວງຈຳປາສັກ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານ ປະເທດ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງ ຈໍາປາສັກ, ພ້ອມດ້ວຍການນຳແຂວງ, ເມືອງ ແລະ ຂະ   ແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ສົມລິດ ວິລະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ກ່າວວ່າ: ການເປີດໂຄງການຟື້ນຟູປ່າ ແລະ ປູກປ່າໃຫ້ມີ ຄວາມຍືນຍົງ ໂດຍສະເພາະແມ່ນການຊຸກຍູ້-ສົ່ງເສີມການ ປູກພັນໄມ້ໝາກຈອງບານ  ກໍເພື່ອຮັກສາໄວ້ເອກະລັກ ແລະ ພັນໄມ້ໝາກ ຈອງບານ ໃຫ້ຄົງຢູ່ຮອດເຊັ່ນລູກ ເຊັ່ນຫລານ ແລະ ທັງເປັນການສົ່ງເສີມ ເພື່ອໃຫ້ກາຍເປັນສິນຄ້າ ເຮັດໃຫ້ປະຊາຊົນ ບ້ານມີລາຍຮັບ ທີ່ໝັ້ນຄົງ ແລະ ຫລຸດຜ່ອນການເຂົ້າໄປ ບຸກລຸກຖາງປ່າຢ່າງຊະຊາຍ.




ໃນໄລຍະທີ່ຜ່ານມາ, ຂະແໜງກະສິກຳ ແລະ ປ່າໄມ້ ໄດ້ຖືເອົາວຽກງານຄຸ້ມຄອງ
, ປົກປັກຮັກສາ ແລະ ພັດ ທະນາ ປ່າໄມ້ ເປັນວຽກງານ ຍຸດທະສາດ ໜຶ່ງທີ່ສຳຄັນ ໂດຍສະເພາະ ເລັ່ງໃສ່ວຽກງານຟື້ນຟູ ປ່າໄມ້ທຳມະຊາດ ແລະ ການປູກປ່າ ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ເປັນສິນຄ້າ ເພື່ອຫລຸດຜ່ອນການນຳໃຊ້ໄມ້ ຈາກປ່າທຳມະຊາດ ແລະ ຮັບປະກັນການສະໜອງວັດຖຸດິບ ເຂົ້າໃນການປຸງແຕ່ງ ສ້າງລາຍຮັບ ແລະ ຄວາມຕ້ອງການຂອງຕະຫລາດ, ຊຶ່ງຂະແໜງກະສິກຳ ແລະ ປ່າໄມ້ ໄດ້ວາງຄາດໝາຍ 5 ປີ (2021-2025) ເພື່ອສົ່ງເສີມປູກໄມ້ ໃຫ້ໄດ້ 200.000 ເຮັກຕາ ແລະ ຟື້ນຟູປ່າໄມ້ ໃຫ້ໄດ້ 1,8 ລ້ານ ເຮັກຕາ ໃນຂອບເຂດທົ່ວປະເທດ. ນອກຈາກນີ້, ຂະແໜງການ ໄດ້ອອກຄຳ ສັ່ງກ່ຽວກັບ ວຽກງານສົ່ງເສີມປູກໄມ້ ແລະ ຟື້ນຟູປ່າໄມ້ທຳມະຊາດ ສະບັບ ເລກທີ 0015/ກປ, ລົງວັນທີ 11 ກຸມພາ 2021 ເພື່ອໃຫ້ບັນລຸ ໄດ້ ຄາດໝາຍດັ່ງກ່າວ.

ການປົກປັກຮັກສາ, ປູກ ແລະ ຟື້ນຟູປ່າໄມ້ ໃນເຂດອຸທິຍານແຫ່ງຊາດ ດົງຫົວສາວ ແມ່ນຮຽກຮ້ອງໃຫ້ ມີການປະກອບສ່ວນ ຂອງຫລາຍ ພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ, ຜູ້ປະກອບການຕະຫລອດ ຮອດພໍ່ແມ່ປະຊາຊົນ ຈົ່ງໄດ້ສຸມເຫື່ອແຮງ ສະຕິປັນຍາ ຊ່ວຍກັນເຂົ້າໃນ ການປົກປັກຮັກສາ ປ່າໄມ້ທຳມະຊາດ ທີ່ມີຢູ່ແລ້ວນັ້ນ ໃຫ້ມີຄວາມ ໜາແໜ້ນ, ມີຄວາມປົກຫຸ້ມພື້ນທີ່ຕາມທີ່ພັກ ແລະ ລັດຖະບານ ໄດ້ວາງ ແຜນຄາດຄະເນໄວ້ ໃນແຕ່ລະໄລຍະ ໃຫ້ປາກົດຜົນເປັນຈິງ ຕາມພາລະບົດບາດ ຂອງຕົນຢ່າງຈິງຈັງ ແລະ ຈົ່ງພ້ອມກັນປູກຕົ້ນໄມ້ ໃນວັນນີ້ ເພື່ອໃຫ້ເປັນຕົ້ນໄມ້ໃຫຍ່ ແລະ ກາຍເປັນປ່າໃນວັນໜ້າ, ໃນນີ້ ໝາກຈອງບານ ກໍເປັນໄມ້ທີ່ໃຫ້ຄວາມຮົ່ມເຢັນ, ເປັນແຫລ່ງ ອາຫານ, ເປັນຢາປົວພະຍາດ ພ້ອມທັງເປັນແຫລ່ງລາຍຮັບ ຂອງປະຊາຊົນບັນດາເຜົ່າ ອີກດ້ວຍ.

ຂ່າວ: ທັດຊະນະ

KPL

ຂ່າວອື່ນໆ

    • ສະຖານທູດໄທ ປະຈຳ ລາວ ສະຫລອງ ວັນຄ້າຍວັນເກີດ ຂອງເຈົ້າຊີວິດໄທການເມືອງ

      ສະຖານທູດໄທ ປະຈຳ ລາວ ສະຫລອງ ວັນຄ້າຍວັນເກີດ ຂອງເຈົ້າຊີວິດໄທ

      12/7/2023 3:58:44 PM

      ຂປລ. ໃນວັນທີ 5 ທັນວາ 2023 ຜ່ານ​ມາ, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດງານລ້ຽງເພື່ອສະເຫລີມສະຫລອງ ເນື່ອງໃນໂອກາດວັນຄ້າຍ ວັນພະບໍຣົມຣາດຊະສົມພົບ ຂອງພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນ ອະດຸນຍະເດດ ມະຫາຣາດ ບໍຣົມມະນາດບໍພິດວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ 2023

    • ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໃຫ້ແມ່ຍິງ ເອົາໃຈໃສ່ຫລາຍບັນຫາສໍາຄັນການເມືອງ

      ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໃຫ້ແມ່ຍິງ ເອົາໃຈໃສ່ຫລາຍບັນຫາສໍາຄັນ

      12/7/2023 3:51:17 PM

      ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ 3 ສະໄໝທີ VIII ​ໃນ​ວັນ​ທີ 6 ທັນວາ 2023 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ​ໄດ້​ມີ​ຄຳ​ເຫັນ​ໂອ​ລົມ​ຕໍ່​ກອງ​ປະຊຸມ ​ໂດຍ​ໄດ້ເນັ້ນໃຫ້ສະຫະພັນ​ແມ່ຍິງທຸກຂັ້ນ ເອົາໃຈໃສ່ຫລາຍບັນຫາສໍາຄັນ

    • ນາຍົກລັດຖະມົນຕີ ຕ້ອນຮັບ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫລີການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫລີ

      12/7/2023 3:37:55 PM

      ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າຢ້ຽມ​ຂໍ່ານັບຂອງ ທ່ານ ກິມ ເທ ຮຶມ (Kim Tea Heum) ເຈົ້າແຂວງ ຊຸງຊອງນຳໂດ ສ ເກົາຫລີ ພ້ອມຄະນະ ໃນວັນທີ 7 ທັນວາ 2023 ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ.

    • ລາວ-ຈີນ  ເພີ່ມທະວີວຽກງານໄອຍະການປະຊາຊົນການເມືອງ

      ລາວ-ຈີນ ເພີ່ມທະວີວຽກງານໄອຍະການປະຊາຊົນ

      12/7/2023 3:26:36 PM

      ຂປລ. ໃນວັນທີ 5 ທັນວາ 2023 ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມ​ຄະນະ ໄດ້ພົບປະກັບ ຄະນະຜູ້ແທນຂັ້ນສູງອົງການໄອຍະການສູງສຸດ ແຫ່ງ ສປ ຈີນ ນຳໂດຍ ທ່ານ ຢິ່ງ ຢົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປ ຈີນ ​ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ໄອຍະການສູງສຸດ ຈີນ-ອາຊຽນ ຄັ້ງທີ 13 ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດ ນາມ.

    • ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ IIການເມືອງ

      ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ II

      12/7/2023 3:18:49 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກຂ່າວສານ ຊິນຮົວ ສປ ຈີນ, ສະພາການຄ້າຊາວຈີນຕ່າງດາວ ປະຈຳ ສປປ ລາວ ຈັດເວທີສົນທະ ນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ II ໃນວັນທີ 7 ທັນວາ 2023 ທີ່ນະຄອນຫລວງວຽງຈັນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະ ມົນຕີ, ທ່ານ ຟູ ຫົວ ຫົວໜ້າສຳນັກຂ່າວສານຊິນຮົວ ​ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top