ຍອດຊາວຕ່າງປະເທດ ເດີນທາງຢ້ຽມຢາມ ຍີ່ປຸ່ນ ເພີ່ມຂຶ້ນ 0,8%

20/11/2023 14:53
Email Print 539
ຂປລ ອົງການ ສົ່ງເສີມ ການທ່ອງທ່ຽວ ແຫ່ງຊາດ ຍີ່ປຸ່ນ ລາຍງານວ່າ ຍອດຈຳນວນ ນັກເດີນທາງ ຕ່າງປະເທດ ມາຢ້ຽມຢາມ ຍີ່ປຸ່ນ ໃນໄລຍະເດືອນຕຸລາ ລວມມີ 2.516.500 ເທື່ອຄົນ , ເພີ່ມຂຶ້ນ 0,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີ 2019 ແລະ ເປັນຄັ້ງທຳອິດ ທີ່ ຕົວເລກ ລາຍເດືອນ ເພີ່ມສູງຂຶ້ນ ເມື່ອທຽບໃສ່ ລະດັບກ່ອນ ການແພ່ລະບາດ ຂອງ ພະຍາດ ໂຄວິດ-19.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,​ ເມື່ອບໍ່ດົນມານີ້, ອົງການ ສົ່ງເສີມ ການທ່ອງທ່ຽວ ແຫ່ງຊາດ ຍີ່ປຸ່ນ ລາຍງານວ່າ ຍອດຈຳນວນ ນັກເດີນທາງ ຕ່າງປະເທດ ມາຢ້ຽມຢາມ ຍີ່ປຸ່ນ ໃນໄລຍະເດືອນຕຸລາ ລວມມີ 2.516.500 ເທື່ອຄົນ , ເພີ່ມຂຶ້ນ 0,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີ 2019 ແລະ ເປັນຄັ້ງທຳອິດ ທີ່ ຕົວເລກ ລາຍເດືອນ ເພີ່ມສູງຂຶ້ນ ເມື່ອທຽບໃສ່ ລະດັບກ່ອນ ການແພ່ລະບາດ ຂອງ ພະຍາດ ໂຄວິດ-19.

ໂດຍຕົວເລກ ຫລ້າສຸດ ເພີ່ມຂຶ້ນ ປະມານ 5 ເທົ່າເທື່ອ ເມື່ອທຽບໃສ່ ໄລຍະເດືອນດຽວກັນ ຂອງ ປີຜ່ານມາ ເນື່ອງຈາກ ມູນຄ່າສະກຸນເງິນ ເຢນຫລຸດລົງ ແລະ ການກັບມາ ໃຫ້ບໍລິການ ຂອງ ສາຍການບິນ ທີ່ມີສ່ວນສົ່ງເສີມ ໃຫ້ຊາວຕ່າງປະ ເທດ ກັບຄືນມາ ຢ້ຽມຢາມ ຍີ່ປຸ່ນ.  ໂດຍສະເພາະ ລະຫວ່າງ ເດືອນມັງກອນ-ເດືອນຕຸລາ ຍອດຈຳນວນ ນັກເດີນທາງ ຢ້ຽມຢາມ ຍີ່ປຸ່ນ ລວມມີ 19.891.100 ເທື່ອຄົນ , ກວມເອົາ 73,9% ຂອງ ລະດັບ ກ່ອນເກີດ ການແພ່ລະບາດ. ໂດຍຕົວເລກ ດັ່ງກ່າວ ພວມມີ ທ່າອຽງ ໄປສູ່ ລະດັບ 25 ລ້ານເທື່ອຄົນ ໃນປີ 2023. ສ່ວນຊາວຍີ່ປຸ່ນ ເດີນທາງ ໄປຕ່າງ ປະເທດ ປະມານ 937.700 ເທື່ອຄົນ ໃນເດືອນຕຸລາ, ເປັນຕົວເລກຫລຸດລົງ ເມື່ອທຽບໃສ່ ເດືອນດຽວກັນ ຂອງ ປີ 2019 ຢູ່ທີ 43,6%./.

KPL

ຂ່າວອື່ນໆ

ads
ads

Top