ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ພິທີສະຫລຸບ ແລະ ຍ້ອງຍໍວຽກງານກິລາ

06/11/2023 10:53
Email Print 5978
ຂປລ ຂປລ. ພິທີສະຫລຸບຍ້ອງຍໍ ແລະ ປະດັບຫລຽນໄຊປະເພດຕ່າງໆ ໃຫ້ຄະນະນັກກິລາ ທີ່ສາມາດຍາດໄດ້ຫລຽນລາງວັນ ຈາກການເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 32 ທີ່ ຣາຊະອານາຈັກກຳປູເຈຍ ແລະ ກິລາເອຊຽນເກມ ຄັ້ງທີ 19 ທີ່ ສປ ຈີນ




ຂປລ. ພິທີສະຫລຸບຍ້ອງຍໍ ແລະ ປະດັບຫລຽນໄຊປະເພດຕ່າງໆ ໃຫ້ຄະນະນັກກິລາ ທີ່ສາມາດຍາດໄດ້ຫລຽນລາງວັນ ຈາກການເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 32 ທີ່ ຣາຊະອານາຈັກກຳປູເຈຍ ແລະ ກິລາເອຊຽນເກມ ຄັ້ງທີ 19 ທີ່ ສປ ຈີນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ
, ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ, ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາທ່ານຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ, ຄະນະຄູຝຶກ ແລະ ນັກກິລາ ພ້ອມດ້ວຍ ສື່ມວນຊົນເຂົ້າຮ່ວມ.

 ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ງານແຂ່ງຂັນຊີເກມ ຄັ້ງທີ 32 ທີ່ ຣາຊະອານາຈັກກຳປູເຈຍ ທີ່ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 05-17 ພຶດສະພາ 2023 ມີບັນດາ ປະເທດອາຊຽນເຂົ້າຮ່ວມ ທັງໝົດ 11 ປະເທດ. ສໍາລັບ ສປປ ລາວ ໄດ້ສົ່ງຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນ 31 ປະ ເພດກິລາ, ມີຈຳນວນພົນທັງໝົດ 645 ຄົນ, ນັກກິລາ 538 ຄົນ (ຍິງ 150 ຄົນ), ໃນນັ້ນ ປະເພດກິລາທີ່ໄດ້ນຳໃຊ້ ງົບປະມານຂອງລັດຮອບດ້ານມີ 21 ປະເພດ, ປະເພດກິລາ ທີ່ສະຫະພັນຮັບຜິດຊອບ ທາງດ້ານງົບປະມານ ກຸ້ມຕົນເອງຮອບດ້ານ ແລະ ປະເທດເຈົ້າພາບຮັບຜິດຊອບ ມີ 10 ປະເພດ. ຜ່ານການແຂ່ງຂັນ, ນັກກິລາລາວ ສາມາດຍາດໄດ້ຫລຽນລາງວັນ ທັງໝົດ 88 ຫລຽນ ຄື: 6 ຫລຽນຄຳ, 22 ຫລຽນເງິນ ແລະ 60 ລຽນທອງ ເຊິ່ງຈັດຢູ່ໃນອັນດັບທີ 9 ຈາກຈໍານວນ 11 ປະເທດທີ່ເຂົ້າຮ່ວມ ໂດຍພື້ນຖານຖືວ່າ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ສໍາລັບງານແຂ່ງຂັນກິລາ ເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫາງໂຈ, ສປ ຈີນ ໃນລະຫວ່າງວັນທີ 23 ກັນຍາ- 08 ພະຈິກ 2023 ນັກກິລາລາວ ສາມາດຍາດມາໄດ້ 3 ຫຽນທອງ ຈາກກິລາກະຕໍ້ ເຊິ່ງຈັດຢູ່ໃນອັນດັບທີ 35 ໃນຈໍານວນ 45 ປະເທດທີ່ເຂົ້າຮ່ວມ. ຈາກຜົນງານດັ່ງກ່າວ, ລັດຖະບານ ຈຶ່ງໄດ້ຕົກລົງປະດັບຫລຽນປະເພດຕ່າງໆ ໃຫ້ບຸກຄົນ ຄື: ຫລຽນໄຊແຮງງານ ຊັ້ນ II ຈຳນວນ 39 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ III ຈຳນວນ 110 ໜ່ວຍ ແລະ ຫລຽນກາແຮງງານ 165 ໜ່ວຍ.




ໃນໂອກາດນີ້
, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳໃຫ້ເອົາໃຈ ໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ກໍຄື ຄະນະນຳຂອງສະຫະພັນ ກິລາປະເພດຕ່າງໆ ຄົ້ນຄວ້າເພື່ອສະເໜີ ລັດຖະບານພິຈາລະນາສ້າງ ແລະ ປັບປຸງບັນດານິຕິກຳທີ່ວາງອອກ ໃຫ້ສອດຄ່ອງກັບສະພາບເງື່ອນໄຂໃນປັດຈຸບັນ ເພື່ອເປັນເຄື່ອງມືທີ່ສຳຄັນ ໃນການຊຸກຍູ້ ແລະ ສົ່ງເສີມການພັດທະນາ ວຽກງານກິລາ-ກາຍຍະກຳ ໃຫ້ທຽບທັນກັບລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ; ຮີບຮ້ອນຄົ້ນຄວ້າຊອກຫາແຫລ່ງລາຍຮັບ ເຂົ້າກອງທຶນ ພັດທະນາ ກິລາ-ກາຍຍະກຳ ທີ່ລັດຖະບານ ໄດ້ຮັບຮອງໄປແລ້ວ; ເພີ່ມທະວີຕໍ່ການພົວພັນຮ່ວມມື ກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງກິລາສາກົນຕ່າງໆ ເພື່ອຍາດແຍ່ງ ການຊ່ວຍເຫລືອ ພັດທະນາຍົກລະດັບກິລາລາວ ໃຫ້ສູງຂຶ້ນທຽບທັນກັບສາກົນ ແລະ ພາກພື້ນ ເທື່ອລະກ້າວ; ເອົາໃຈໃສ່ຍົກສູງຄຸນນະພາບ ບຸກຄະລາກອນກິລາລະດັບສູງ, ນັກກິລາທີ່ມີ ພອນສະຫວັນ ແລະ ນັກກິລາທີມຊາດ ໃຫ້ເປັນລະບົບ ແລະ ຕໍ່ເນື່ອງ ດ້ວຍວິທີການທີ່ເໝາະສົມ ເປັນຕົ້ນ ນຳຄູຝຶກທີ່ມີຄວາມຊ່ຽວຊານມາຝຶກສອນ, ສົ່ງນັກກິລາທີ່ດີເດັ່ນ ໄປຝຶກຊ້ອມ ຢູ່ຕ່າງປະເທດ ເປັນໄລຍະຍາວ, ທັງເບິ່ງແຍງ ຄຸນນະພາບຊີວິດ ຂອງເຂົາເຈົ້າ ໃຫ້ສົມກັບບຸກຄະລາກອນກິລາທີມຊາດ; ບັນດາສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ຕ້ອງໄດ້ຍົກສູງ ຄຸນນະພາບ ດ້ານວິຊາພາລະສຶກສາ ແລະ ກິລາ ໃຫ້ສອດຄ່ອງກັບ 5 ຫລັກມູນ ຂອງການສຶກສາຢ່າງແທ້ຈິງ; ຄະນະນຳ, ຄູຝຶກ ແລະ ນັກກິລາ ຕ້ອງໄດ້ປູກຈິດສຳນຶກ ຈິດໃຈຊາດໃຫ້ພົ້ນເດັ່ນຂຶ້ນ ເພື່ອເປັນພື້ນຖານແຮງຈູງໃຈ ພ້ອມພຽງກັນຍາດເອົາໄຊຊະນະ ແລະ ນຳເອົາກຽດຊື່ສຽງ ມາໃຫ້ປະເທດຊາດ ໃນຄັ້ງຕໍ່ໄປ; ສຸມໃສ່ພັດທະນາ ແລະ ນຳໃຊ້ຫລັກວິທະຍາສາດ ແລະ ເຕັກໂນໂລຊີ ການກິລາ ເຂົ້າໃນການກະກຽມ ແລະ ແຂ່ງຂັນໃຫ້ເປັນຮູບປະທຳ; ຮຽກຮ້ອງທຸກພາກສ່ວນ ຈົ່ງໄດ້ຊ່ວຍກັນຊຸກຍູ້,​ ສົ່ງເສີມ ແລະ ສະໜັບສະໜູນ ດ້ານເຫື່ອແຮງ ແລະ ວັດຖຸ ລວມເຖິງງົບປະມານ ຮັບໃຊ້ຕ່າງໆ ໃຫ້ແກ່ການພັດທະນາກິລາ. ໃນຕອນທ້າຍ, ທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ບັນດາຄູຝຶກ ແລະ ນັກກິລາ ທີ່ສາມາດຍາດໄດ້ ຜົນງານອັນພົ້ນເດັ່ນ, ສ້າງກຽດ ແລະ ຊື່ສຽງໃຫ້ປະເທດຊາດ ຊຶ່ງຜົນສຳເລັດດັ່ງກ່າວ ສະແດງເຖິງການນຳພາ ທີ່ຖືກຕ້ອງຂອງພັກ-ລັດ, ຄວາມສາມັກຄີເປັນປຶກແຜ່ນ, ຄວາມຕັດສິນໃຈສູງ, ຄວາມເສຍສະລະ ຂອງການຈັດຕັ້ງ ທັງພາກລັດ-ເອກະຊົນ ແລະ ປະຊາຊົນບັນດາເຜົ່າ ໂດຍໄດ້ສະເໜີໃຫ້ ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມດັ່ງກ່າວ ໃຫ້ຍືນຍົງຄຽງຄູ່ກັບຊາວລາວ ຕະຫລອດໄປ.

ຂ່າວ: ກົມປະຊາສຳພັນ ຫສນຍ
KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top