ຂປລ
ໃນວັນທີ 27 ກັນຍາ, ການລາຍງານ ຕິດຕາມພາວະ ໜີ້ສິນໂລກ ຂອງ ໄອໄອເອຟ ລະບຸວ່າ: ໜີ້ສິນ ທົ່ວໂລກ ໄດ້ເຂົ້າສູ່ ລະດັບສູງສຸດ ເປັນປະຫວັດສາດ ທີ່ ຫລາຍກວ່າ 365 ພັນຕື້ໂດລາ ສະຫະລັດ ໃນໄລຍະ 6 ເດືອນຕົ້ນປີນີ້

ຂປລ. ສຳນັກຂ່າວ ຣອຍເຕີສ (Reuters) ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ສ.ອາເມລິກາ, ໃນວັນທີ 27 ກັນຍາ, ການລາຍງານ ຕິດຕາມພາວະ ໜີ້ສິນໂລກ ຂອງ ໄອໄອເອຟ ລະບຸວ່າ: ໜີ້ສິນ ທົ່ວໂລກ ໄດ້ເຂົ້າສູ່ ລະດັບສູງສຸດ ເປັນປະຫວັດສາດ ທີ່ ຫລາຍກວ່າ 365 ພັນຕື້ໂດລາ ສະຫະລັດ ໃນໄລຍະ 6 ເດືອນຕົ້ນປີນີ້ ໂດຍມີ ຈີນ ແລະ ສ.ອາເມລິກາ ເປັນຜູ້ກໍ່ໜີ້ ລາຍໃຫຍ່ ທີ່ເຮັດໃຫ້ ຕົວເລກ ດັ່ງກ່າວ ເພີ່ມສູງຂຶ້ນ ອີງຕາມ ລາຍງານ ສະບັບ ຫລ້າສຸດ ຂອງສະຖາບັນ ການເງິນ ລະຫວ່າງ ປະເທດ ໄອໄອເອຟ (IIF) ທ່າມກາງ ຄວາມກັງວົນ ທີ່ເພີ່ມຂຶ້ນ ກ່ຽວກັບ ຄວາມຍືນຍົງ ທາງດ້ານການເງິນຂອງໂລກ.
ຕົວເລກ ດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ຍອດໜີ້ສິນລວມ ຈາກ 4 ພາກສ່ວນ ກູ້ຢືມຫລັກ ເຊິ່ງໄດ້ແກ່: ລັດຖະບານ, ຄອບຄົວ, ພາກການເງິນ ແລະ ພາກທຸລະກິດ ທີ່ບໍ່ແມ່ນ ສະຖາບັນ ການເງິນ ໃນປະເທດ ເສດຖະກິດ ພັດທະນາແລ້ວ ແລະ ເສດຖະກິດ ເກີດໃໝ່ ຫລາຍກວ່າ 100 ປະເທດ ຊຶ່ງຖືເປັນ ການເພີ່ມຂຶ້ນ ຕິດຕໍ່ກັນ ເປັນໄຕມາດທີ່ 6./
KPL