ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

30/09/2026 08:50
Email Print 2546
ຂປລ ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

ຂະບວນລົດໄຟຖ້ຽວ C95 ຈະອອກເດີນທາງຈາກສະຖານີບໍ່ເຕ່ນ ໃນເວລາ 08:00 ໂມງ ແລະ ຮອດສະຖານີນະຄອນຫຼວງວຽງຈັນ ໃນເວລາ 11:47 ໂມງ, ຫຼັງຈາກນັ້ນ ຂະບວນລົດໄຟຖ້ຽວ C96 ຈະອອກເດີນທາງກັບຄືນຈາກສະຖານີນreportນະຄອນຫຼວງວຽງຈັນ ເວລາ 14:05 ໂມງ ແລະ ຮອດສະຖານີບໍ່ເຕ່ນ ໃນເວລາ 18:32 ໂມງ ຂອງມື້ດຽວກັນ. ຂະບວນລົດໄຟຖ້ຽວນີ້ ຈະອຳນວຍຄວາມສະດວກຢ່າງຫຼວງຫຼາຍ ໃຫ້ແກ່ປະຊາຊົນທາງແຂວງພາກເໜືອຂອງລາວ ໃນການເດີນທາງໄປມາປະຈຳ, ເດີນທາງດ້ານທຸລະກິດ ຫຼື ຢ້ຽມຢາມພີ່ນ້ອງ ແລະ ອື່ນໆ ຊຶ່ງປະຊາຊົນແຂວງພາກເໜືອສາມາດນັ່ງລົດໄຟໄປ-ກັບ ນະຄອນຫຼວງວຽງຈັນ ແລະ ບໍ່ເຕ່ນ ພາຍໃນມື້ດຽວໄດ້.

ຂະບວນລົດໄຟຖ້ຽວໄປ-ກັບ C95/C96 ຈະເປີດແລ່ນທຸກວັນສຸກ, ວັນເສົາ, ວັນອາທິດ ແລະ ວັນຈັນ. ຂະບວນລົດໄຟຖ້ຽວນີ້ ຈະຈອດ 6 ສະຖານີ ຄື: ສະຖານີບໍ່ເຕ່ນ, ສະຖານີນາເຕີຍ, ສະຖານີເມືອງໄຊ, ສະຖານີຫຼວງພະບາງ, ສະຖານີວັງວຽງ ແລະ ນະຄອນຫຼວງວຽງຈັນ.

ການເປີດແລ່ນຂະບວນລົດໄຟຖ້ຽວ C95/C96 ຈະຊ່ວຍຍົກລະດັບເຄືອຂ່າຍການຂົນສົ່ງຜູ້ໂດຍສານຂອງທາງລົດໄຟ ລາວ-ຈີນ ໃຫ້ສົມບູນແບບຍິ່ງຂຶ້ນ, ພ້ອມທັງອຳນວຍຄວາມສະດວກໃຫ້ປະຊາຊົນລາວບັນດາເຜົ່າ ໃນການເລືອກເວລາເດີນທາງທີ່ຫຼາຍຂຶ້ນ, ຊ່ວຍສົ່ງເສີມການພັດທະນາອຸດສາຫະກຳການທ່ອງທ່ຽວຕາມແລວທາງລົດໄຟ ລາວ-ຈີນ, ຊຸກຍູ້ການກໍ່ສ້າງໂຄງການເສດຖະກິດລະຫວ່າງ ລາວ-ຈີນ ແລະ ເປັນການຮ່ວມມືກັນສ້າງໂຄງການຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃຫ້ມີລະບົບພື້ນຖານການຂົນສົ່ງທີ່ໝັ້ນຄົງຍິ່ງຂຶ້ນ.

ເພື່ອເຮັດໃຫ້ການເປີດດຳເນີນງານຂະບວນລົດຖ້ຽວ C95/C96 ດຳເນີນໄປຢ່າງໂລ່ງລ່ຽນ, ບໍລິສັດ ທາງລົດໄຟ ລາວ-ຈີນ ໄດ້ກຽມພ້ອມປະສານງານດ້ານການຂົນສົ່ງ, ປັບປຸງ ແລະ ຈັດຕັ້ງການຂົນສົ່ງໃຫ້ດີຂຶ້ນ, ພ້ອມທັງເນັ້ນໜັກໃນການຖືເອົາຄວາມປອດໄພເປັນຫຼັກ, ການເບິ່ງແຍງຜູ້ໂດຍສານຂຶ້ນ-ລົງລົດໄຟ ແລະ ອື່ນໆ.

ການເປີດດຳເນີນງານດັ່ງກ່າວ ແມ່ນການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງຜູ້ນຳສອງປະເທດ ລາວ-ຈີນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຊຶ່ງໄດ້ປ່ຽນມິດຕະພາບລະຫວ່າງສອງຊາດ ລາວ-ຈີນ ຈາກຄວາມໄວ້ເນື້ອເຊື່ອໃຈລະຫວ່າງຜູ້ນຳຂັ້ນສູງ ໃຫ້ກາຍເປັນຜົນປະໂຫຍດຮ່ວມກັນທີ່ປະຊາຊົນບັນດາເຜົ່າສາມາດຈັບຕ້ອງໄດ້.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25ວັດທະນະທຳ-ສັງຄົມ

      ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

      11/4/2026 12:16:11 PM

      ພິທີເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈໍາປີ 2026 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ສານສາຍໃຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” .

    • ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວວັດທະນະທຳ-ສັງຄົມ

      ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວ

      10/30/2026 9:25:37 AM

      ພິທີມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງ ສປ ຈີນ ໃຫ້ຫໍສະໝຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລາ 2026 ຢູ່ຫໍສະໝຸດແຫ່ງຊາດ ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ສູ ຢົ່ງເຊິ່ງ ຮອງຜູ້ອຳນວຍການຫໍສະໝຸດເຈີ້ຈຽງ, ຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈຽງ ສປ ຈີນ ແລະ ຮັບໂດຍ ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ໂດຍມີຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີວັດທະນະທຳ-ສັງຄົມ

      ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີ

      10/30/2026 9:25:32 AM

      ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ 2026 ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອາເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈຳປະເທດ ADB ປະຈຳ ສປປ ລາວ, ພ້ອມດ້ວຍສຳມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝວັດທະນະທຳ-ສັງຄົມ

      ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝ

      10/30/2026 8:58:49 AM

      ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວິຊາການລະດັບສູງ ລະຫວ່າງ ຄະນະວິຊາການກົມສ່ວຍສາອາກອນ ແຫ່ງ ສປປ ລາວ ແລະ ຄະນະວິຊາການຈາກກົມສ່ວຍສາອາກອນ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-30 ຕຸລາ 2026.

    • ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດວັດທະນະທຳ-ສັງຄົມ

      ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດ

      10/30/2026 8:55:25 AM

      ສະຖານທູດ ສສ ຫວຽດນາມ ປະຈຳລາວ ເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດໃຫ້ແກ່ປະຊາຊົນຫວຽດນາມທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ວັນທີ 27 ຕຸລາ 2026 ພາຍໃຕ້ການເປັນປະທານໂດຍ ທ່ານ ຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີ ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຕົວແທນສະມາຄົມຊາວຫວຽດນາມ, ຜູ້ປະກອບການນັກທຸລະກິດ ແລະ ປະຊາຊົນຊາວຫວຽດນາມ ຢູ່ ສປປ ລາວ ເຂົ້າຮ່ວມ.

ads
ads

Top