ຂປລ
ໜ່ວຍວິໄຈຂອງສະຖາບັນ "ໄຄລເມດ ອິມແພກ ແລັບ" (Climate Impact Lab) ຝ່າຍດ້ານວິທະຍາສາດ, ເສດຖະສາດ ແລະ ຂໍ້ມູນ ພາຍໃຕ້ ມະຫາວິທະຍາໄລ ຊິຄາໂກ ລັດອີລລິນອຍ ຂອງ ສ.ອາເມລິກາ ໄດ້ເປີດເຜີຍລາຍງານຜົນການວິເຄາະ ສະບັບ ຫລ້າສຸດ
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອບໍ່ດົນມານີ້ວ່າ: ໜ່ວຍວິໄຈຂອງສະຖາບັນ "ໄຄລເມດ ອິມແພກ ແລັບ" (Climate Impact Lab) ຝ່າຍດ້ານວິທະຍາສາດ, ເສດຖະສາດ ແລະ ຂໍ້ມູນ ພາຍໃຕ້ ມະຫາວິທະຍາໄລ ຊິຄາໂກ ລັດອີລລິນອຍ ຂອງ ສ.ອາເມລິກາ ໄດ້ເປີດເຜີຍລາຍງານຜົນການວິເຄາະ ສະບັບ ຫລ້າສຸດ ລະບຸວ່າ: ປະກົດການ ເອລນີໂຢ ທີ່ພວມເພີ່ມທະວີຄວາມຮຸນແຮງຂຶ້ນ ອາດຈະເຮັດໃຫ້ອຸນຫະພູມ ທົ່ວໂລກ ເພີ່ມສູງຂຶ້ນ ຢ່າງຜິດປົກກະຕິ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນຂະນະນີ້ ອາດຈະເຮັດໃຫ້ມີຜູ້ເສຍຊີວິດ ຈາກຄວາມຮ້ອນທົ່ວໂລກ ສູງເຖິງ ປະມານ 451.000 ຄົນ ໃນໄລຍະ ເວລາ ຮອດເດືອນກຸມພາ 2027.
ເອລນີໂຢ ແມ່ນຮູບແບບ ການປ່ຽນແປງ ຕາມທຳມະຊາດ ຂອງ ສະພາບດິນຟ້າອາກາດ ທີ່ສົ່ງຜົນໃຫ້ອຸນຫະພູມໂລກສູງຂຶ້ນ. ແຕ່ນັກຄົ້ນຄວ້າ ໄດ້ຊີ້ວ່າ ຮອບນີ້ ໄດ້ເຂົ້າສູ່ລະດັບ ຮຸນແຮງ ເປັນພິເສດ ຈົນນັກວິທະຍາສາດ ບາງຄົນ ເອີ້ນວ່າ ເອລນີໂຢ “ລະດັບ ກອດຊິລາ” ແລະ ມີທ່າອ່ຽງ ທີ່ຈະທຳລາຍ ສະຖິຕິ ອຸນຫະພູມສູງສຸດ ເທົ່າທີ່ເຄີຍບັນທຶກມາ. ໂດຍຄາດວ່າ ຈຳນວນ ວັນທີ່ມີອາກາດຮ້ອນແຮງ ຈະເພີ່ມຂຶ້ນ ປະມານ 44% ເມື່ອທຽບໃສ່ ໃນໄລຍະປີປົກກະຕິ ຊ້ຳເຕີມ ດ້ວຍພາວະໂລກຮ້ອນ ຈາກການຈູດເຊື້ອໄຟ ຟອດຊິວ ເຊິ່ງເຮັດໃຫ້ຄວາມສ່ຽງ ດ້ານອຸນຫະພູມສຸດຂົ້ວ ໃຫ້ສູງຂຶ້ນໄປອີກ. ນອກຈາກນັ້ນ, ບົດລາຍງານ ກວດພົບວ່າ ຜົນກະທົບ ດັ່ງກ່າວ ບໍ່ໄດ້ແຜ່ກະຈາຍ ຢ່າງເທົ່າທຽມກັນ ໂດຍປະເທດ ໃນຊີກໂລກໃຕ້ ແລະ ປະເທດ ພວມພັດທະນາ ຄາດວ່າ ຈະຕ້ອງແບກຮັບ ພາລະໜັກໜ່ວງ ທີ່ສຸດ ໂດຍສະເພາະແມ່ນ ພາກພື້ນຊາແຮນ (Sahel) ຂອງ ອາຟຣິກາ ທີ່ຕ້ອງຜະເຊີນ ກັບ ຄວາມຮ້ອນ ແລະ ຄວາມແຫ້ງແລ້ງ./
KPL