ຂປລ
ສຳນັກງານ ສະຖິຕິ ແຫ່ງຊາດ ຈີນ ລາຍງານວ່າ: ໃນເດືອນສິງຫາ ທີ່ຜ່ານມາ, ຜົນຜະລິດ ແກັສທຳມະຊາດ ຂອງ ຈີນ ໄດ້ຈະເລີນ ເຕີບໂຕຂຶ້ນ ຢ່າງຕໍ່ເນື່ອງ ໂດຍລວມມີ 1,81 ໝື່ນລ້ານ ແມັດກ້ອນ, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານ ສະຖິຕິ ແຫ່ງຊາດ ຈີນ ລາຍງານວ່າ: ໃນເດືອນສິງຫາ ທີ່ຜ່ານມາ, ຜົນຜະລິດ ແກັສທຳມະຊາດ ຂອງ ຈີນ ໄດ້ຈະເລີນ ເຕີບໂຕຂຶ້ນ ຢ່າງຕໍ່ເນື່ອງ ໂດຍລວມມີ 1,81 ໝື່ນລ້ານ ແມັດກ້ອນ, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ.
ຂະນະດຽວກັນ ຈີນ ນໍາເຂົ້າ ແກັສທຳມະຊາດ ຈຳນວນ 10,86 ລ້ານໂຕນ, ເພີ່ມຂຶ້ນ 22,7% ເມື່ອທຽບ ໃສ່ປີຕໍ່ປີ. ທັ້ງນີ້ ຜົນຜະລິດ ແກັສທຳມະຊາດ ຂອງ ຈີນ ໃນໄລຍະເດືອນ ມັງກອນ-ເດືອນສິງຫາ ລວມມີ 1,52 ແສນລ້ານ ແມັດກ້ອນ , ເພີ່ມຂຶ້ນ 5,7% ເມື່ອທຽບປີຕໍ່ປີ. /
KPL