ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20

18/09/2023 14:55
Email Print 1674
ຂປລ ຂປລ.ໂດຍຕອບສະໜອງຕາມການເຊື້ອເຊີນ ຈາກລັດຖະບານແຫ່ງ ສາທາລະນະລັດ ປະຊາຊົນຈີນ, ໃນລະຫວ່າງວັນທີ 16-18 ກັນຍາ 2023, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ນໍາພາຄະນະ ຜູ້ແທນລາວ ເຂົ້າຮ່ວມງານວາງສະແດງ ສິນຄ້າອາຊຽນ-ຈີນ ຄັ້ງທີ 20 ແລະ ກອງປະຊຸມ ສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 20 ທີ່ນະ​ຄອນໜານໜິງ, ແຂວງກວາງຊີ, ສປ ຈີນ

ຂປລ.ໂດຍຕອບສະໜອງຕາມການເຊື້ອເຊີນ ຈາກລັດຖະບານແຫ່ງ ສາທາລະນະລັດ ປະຊາຊົນຈີນ, ໃນລະຫວ່າງວັນທີ 16-18 ກັນຍາ 2023, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ນໍາພາຄະນະ ຜູ້ແທນລາວ ເຂົ້າຮ່ວມງານວາງສະແດງ ສິນຄ້າອາຊຽນ-ຈີນ ຄັ້ງທີ 20 ແລະ ກອງປະຊຸມ ສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 20 ທີ່ນະຄອນໜານໜິງ, ແຂວງກວາງຊີ, ສປ ຈີນ ພາຍ​ໃຕ້​ຄຳ​ຂວັນ: ຮ່ວມແຮງກັນ ເພື່ອຄວາມກົມກຽວ, ເປັນຄູ່ຮ່ວມອະນາຄົດດຽວກັນ” ແລະ “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ ຂອງຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຮັກສາ ຄວາມເປັນສູນກາງ ແຫ່ງການຈະເລີນ ເຕີບໂຕອັນໃໝ່” ເຊິ່ງໃນປີ 2023 ນີ້ ຖືເປັນປີທີ່ມີຄວາມໝາຍສໍາຄັນຫລາຍຢ່າງ ເພາະແມ່ນປີແຫ່ງການສະເຫລີມ ສະຫລອງ ງານວາງສະແດງສິນຄ້າອາຊຽນ-ຈີນ ຄົບຮອບ 20 ປີ; ເປັນປີແຫ່ງການ ສະເຫລີມ ສະ ຫລອງຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງ ຄົບຮອບ 10 ປີ; ທັງເປັນປີທໍາອິດ ຂອງການຍົກລະດັບ ການເຈລະຈາເຂດການຄ້າ ເສລີອາຊຽນ-ຈີນ ສະບັບທີ 3.

ນັບແຕ່ ປີ 2004 ເປັນຕົ້ນມາ, ງານວາງສະແດງສິນຄ້າ ອາຊຽນ-ຈີນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​-ການ​ລົງທຶນ​ ອາ​ຊຽນ-ຈີນ ບໍ່ພຽງແຕ່ເປັນກົນໄກໜຶ່ງ ທີ່ຈັດຂຶ້ນເປັນປະຈໍາທຸກປີ ທີ່ມີຄວາມສໍາຄັນຕໍ່ ພາກທຸລະກິດລະຫວ່າງ ອາຊຽນ-ຈີນ ເທົ່ານັ້ນ ແຕ່ຍັງເປັນເວທີເພື່ອເຕົ້າໂຮມ ເອົາບັນດາຫົວໜ່ວຍ ທຸລະກິດຈາກ ອາຊຽນ ແລະ ຈີນ ໃຫ້ມີໂອກາດໄດ້ພົບ​ປະ ແລະ ແລກປ່ຽນປະສົບ​ການ​ຮ່ວມກັນ ເພື່ອສົ່ງເສີມ​ທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ອາຊຽນ ແລະ ຈີນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມດຽວກັນ ກໍຍັງເປັນການແລກປ່ຽນ ທາງດ້ານວັດທະນະທໍາ-ສັງຄົມ, ການທ່ອງທ່ຽວ ແລະ ການໄປມາຫາສູ່ ຂອງປະຊາຊົນສອງພາກພື້ນ ໃຫ້ນັບມື້ເພີ່ມທະວີຍິ່ງຂຶ້ນ.

ໂອກາດນີ້, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດກ່າວເປີດພິທີງານວາງ ສະແດງ ຢ່າງເປັນທາງການ ໂດຍໄດ້ກ່າວບາງຕອນສໍາຄັນ ຕໍ່ທິດທາງການຮ່ວມມື ລະຫວ່າງຈີນ ແລະ ​ອາຊຽນ ໃຫ້ມີຄວາມສະໜິດສະໜົມ ຮັກແພງຄືພີ່ນ້ອງກັນ, ຮ່ວມມືກັນດ້ວຍຄວາມຈິງໃຈ ເພື່ອສ້າງຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ແລະ​ ຮ່ວມມືກັນຍາວນານ ເພື່ອນໍາເອົາຜົນປະໂຫຍດມາຮ່ວມກັນ ແລະ ເຊື່ອມໂຍງກັນທາງດ້ານໂຄງລ່າງພື້ນຖານ ກໍຄືລະບົບ​ ແລະ ປັດໄຈການຜະລິດ. ໃນໂອກາດດຽວກັນ, ທ່ານ​​ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນກໍໄດ້ຂຶ້ນກ່າວຄໍາປາໄສ ໂດຍໄດ້ເນັ້ນໃຫ້ເຫັນເຖິງ ຄວາມສໍາຄັນຂອງງານ ວາງ ສະແດງສິນຄ້າອາຊຽນ-ຈີນ ທີ່ໄດ້ຈັດຂຶ້ນໄລຍະ 19 ປີຜ່ານມາ, ລວມທັງ ການພົວພັນຮ່ວມມື​ ລະຫວ່າງ ອາ ຊຽນ-ຈີນ ຕະຫລອດໄລຍະຜ່ານມາ ໂດຍສະເພາະ ໃນໄລຍະທີ່​ອາຊຽນ ໄດ້ຜະເຊີນ​ກັບ ​ຄວາມ​ຫຍຸ້ງຍາກ​ຕ່າງໆເປັນຕົ້ນ ​ການແຜ່ລະບາດພະຍາດ ​ໂຄ​ວິດ-19 ເຊິ່ງລັດຖະບານ ສປ ຈີນ ກໍໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນຢ່າງທັນການ, ພ້ອມທັງ ໄດ້ເນັ້ນເຖິງຄວາມສໍາຄັນ ກ່ຽວກັບການເຊື່ອມຈອດ ເຊື່ອມໂຍງ ພາກພື້ນ ແລະ ສາກົນ ໂດຍຮຽກຮ້ອງໃຫ້ມີການຮ່ວມມືກັນ ເພື່ອສ້າງໃຫ້ມີຄວາມກົມກຽວ, ບໍ່ວ່າຈະເປັນການຈັດ ຕັ້ງ​ປະຕິບັດ​ ຖະ​ແຫລ​ງການ​ຮ່ວມ​ອາ​ຊຽນ-ຈີນ​ ກ່ຽວ​ກັບ​ການ​ເຊື່ອມສານ ​ແຜນ​ແມ່​ບົດ ວ່າດ້ວຍ​ການ​ເຊື່ອມ​ຈອດ​ອາ​ຊຽນ 2025; ຂໍ້​ລິ​ເລີ່​ມໜຶ່ງ​ແລວ​ ​ໜຶ່ງ​ເສັ້ນທາງ, ​ຂອບ​ການ​ຟື້ນ​ຟູ​ຮອບດ້ານ​ອາ​ຊຽນ, ສັນຍາເສດຖະກິດຮອບດ້ານ ລະດັບພາກພື້ນ ຫລື ອາເຊັບ ແລະ ໄດ້ສະແດງຄວາມຊົມເຊີຍ ທີ່ສັນຍາດັ່ງກ່າວ ໄດ້ມີຜົນບັງຄັບໃຊ້ໃນຕົ້ນປີ 2022 ຜ່ານມາ. ພ້ອມດຽວກັນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.

     ນອກຈາກເຂົ້າຮ່ວມພີທີເປີດງານດັ່ງກ່າວແລ້ວ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຊົມບັນດາ ຫ້າງຮ້ານຂາຍສິນຄ້າ ຈາກຫົວໜ່ວຍທຸລະກິດຕ່າງໆ ທີ່ໄດ້ນໍາມາວາງ ສະ ແດງໃນງານເທື່ອນີ້ ລວມທັງຫ້າງຮ້ານທີ່ມີຫລາກຫລາຍ ຜະລິດຕະພັນຂອງ ສປປ ລາວ. ພ້ອມດຽວກັນນັ້ນ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເຊັນສັນຍາລະຫວ່າງ ບໍລິສັດ ລັດລວມສູນຜະລິດ ຕະພັນສິນຄ້າກະສິກໍາ ກັບກຸ່ມບໍລິສັດຢຸນນານ ຮົວມານຊຽງ ພັດທະນາກະສິກໍາ, ກຸ່ມບໍລິສັດກວາງຊີຈີນ ຊູຍກະສິກໍາ, ກຸ່ມບໍລິສັດ ຈົງອີ ລົງທຶນສາກົນ; ເຂົ້າຮ່ວມພິທີເປີດຫໍວາງ ສະແດງສິນຄ້າຂອງລາວ; ເຂົ້າຮ່ວມ ແລະ ມີຄໍາເຫັນກ່າວປາໄສຕໍ່ ກອງປະຊຸມຜູ້ນໍາທຸລະກິດອາຊຽນ-ຈີນ;  ພ້ອມທັງໄດ້ພົບປະກັບທ່ານປະທານ ບໍລິສັດ China Communications Construction ແລະ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ເພື່ອແລກປ່ຽນບາງບັນຫາ ທີ່ມີຄວາມສົນໃຈຮ່ວມກັນຕື່ມອີກ.

ຂ່າວ-ພາບ: ສນຍ
KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top