ຂປລ. ວາລະດຳເນີນກອງປະ ຊຸມສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X ໃນ okpq d]a f4t,q o8u 8h voIa [ m6 fs;Pfok, xt9e]k; okpq d]a f4t,q o8u 8h voIa [ gvdva d7t]k-tm6 f]k-tvkok9a dwm xt9e]k; lld lts]v';a o76 csj '-kf 7q [Iv[ 32 xu c]t xtdkflh k'8A ',tsk;y mtpkw]lh k'76 csj '-kf ltrkcsj '-kf ltg|u .sh ]a f4t[kol5 ,.lj ra fmtokglf4tdy f{la '7q , .sh [a o]5 8k,7kf\kp ll- ltg|u ]a f4t[kora fmtok[+ cIj goA o.sh ]a f c]t xt-k-q owfh Ia [zq oxt3spfl6 'l5 f ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 07.10.2026 ປີທີ 25 ສະບັບທີ 6.536ັຸີີັີ -q ,g-u p;a o76 csj '-kf 7 85 ]k 7q [Iv[ 32 xu 1j k'l5 f.9K sk]n Ij k'p5 fmtlkf l5 0trk[xt-kdvog7nj voph kp ]q 'ok,Ij ;,,n lqj 'glu , dkooe.-h ,kf8t4kolkdq o ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ 7vlr gzu pczj gvdtlkodkolh k'czo deoq frtoa d'kooerk{75h ,7v'0A ol6 odk'75h ,7v' ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 3່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນວັນທີ 5 ຕຸລາ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ຂປລ. ເພື່ອເຮັດໃຫ້ເສດຖະກິດສັງຄົມຂອງ ສປປ ລາວ ບັນລຸ ຕາມຄາດໝາຍທີ່ວາງໄວ້ ໂດຍສະ ເພາະແຜນວຽກຈຸດສຸມ 3 ເດືອນ ທ້າຍປີ 2026, ຄະນະປະຈໍາສະພາ ແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ສຸມໃສ່ພັດທະນາເສດຖະກິດສັງຄົມ ໃຫ້ບັນລຸຕາມຄາດໝາຍ ເພື່ອເຮັດໃຫ້ອັດຕາການເຕີບໂຕ ບັນລຸໄດ້ຕາມມະຕິສະພາແຫ່ງຊາດ ກຳນົດໄວ້ 5,5%. ທ່ານ ວິໄລວົງ ບຸດດາຄຳ ຮອງ ປະທານສະພາແຫ່ງຊາດ ໄດ້ຕາງ ໜ້າໃຫ້ຄະນະປະຈຳສະພາແຫ່ງ ຊາດ ປະກອບຄຳເຫັນໃສ່ບົດລາຍ ງານຂອງລັດຖະບານໃນກອງປະ ຊຸມສະໄໝສາມັນເທືຶ່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ 2026 ໂດຍໄດ້ສະເໜີໃຫ້ ລັດຖະບານສືບຕໍ່ສຸມໃສ່ຈັດຕັ້ງປະ ຕິບັດວຽກງານຈຸດສຸມໃນ 3 ເດືອນ ທ້າຍປີນີ້ ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້ ໂດຍສະເພາະເອົາໃຈໃສ່ ຊຸກຍູ້ການພັດທະນາເສດຖະກິດສັງຄົມ ໃຫ້ບັນລຸຕາມຄາດໝາຍ, ເຮັດໃຫ້ອັດຕາການເຕີບໂຕແຜນພັດ ທະນາເສດຖະກິດ-ສັງຄົມບັນລຸໄດ້ ຕາມມະຕິສະພາແຫ່ງຊາດກຳນົດ ໄວ້ 5,5%; ສືບຕໍ່ຮັກສາສະຖຽນລະ ພາບທາງດ້ານການເມືອງ, ຄວາມ ສະຫງົບ-ປອດໄພ, ເອົາໃຈໃສ່ຄວາມ ເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນ ຂປລ. ໃນວັນທີ 6 ຕຸລາ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີສະເຫລີມ ສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026) ພ້ອມທັງປະກາດສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ (ມສຊ) ຢ່າງເປັນທາງການຢູ່ທີ່ ມະຫາວິທະຍາໄລດັ່ງກ່າວ ບ້ານ ດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຂປລ. ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມເອກະສານກ່ຽວກັບການ ຂປລ. ກະຊວງສາທາລະນະສຸກ ຈັດກອງປະຊຸມປຶກສາຫາລືຮ່າງ ຍຸດທະສາດສຸຂະພາບປະຊາກອນ ຂປລ. ສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ແລະ ບໍລິ ສັດສູນລະຫັດສິນຄ້າລາວ ຈຳກັດ ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ( ຂວາ ) ]k;{s;Pfok, 9kdlkprq ;ra ory glf l6j s5h olj ;op5 fmtlkf.ow]pt.\j ແຫ່ງ ສສ ຫວຽດນາມ ປະຈຳລາວ ທີ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສສ ຫວຽດນາມ ນຳເອົາກະຕ່າ ດອກໄມ້ເຂົ້າອວຍພອນໃນໂອກາດ ທີ່ທ່ານ ສະເຫລີມໄຊ ກົມມະສິດ ໄດ້ ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່. ທ່ານ ຫງວຽນ ມິງ ເຕິມ ໄດ້ ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກສູນກາງພັກ, ສະພາແຫ່ງຊາດ ແລະ ປະຊາຊົນ ລາວ ໃຫ້ດຳລົງຕຳແໜ່ງນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ສ້າງແຜນກໍານົດພະນັກງານນໍາ ພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມ ສູນກາງພັກຄຸ້ມຄອງໃຫ້ພະນັກງານ ຫລັກແຫລ່ງທີ່ຂຶ້ນກັບ ຄອສພ ໃນ ວັນທີ 6 ຕຸລາ 2026 ໂດຍການ ເປັນປະທານຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການ ເມືອງສູນກາງພັກ, ຫົວໜ້າ ຄອສພ ພ້ອມດ້ວຍບັນດາຄະນະພັກ-ຄະນະ ນໍາ, ຄະນະກົມ, ຄະນະພະແນກທີ່ ຂຶ້ນກັບ ຄອສພ ເຂົ້າຮ່ວມ. ສະຫາຍ ຄໍາພັນ ເຜີຍຍະວົງ ຂປລ. ໃນຕອນບ່າຍວັນທີ 6 ຕຸລາ 2026, ທີ່ສໍານັກງານນາຍົກ ລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກ ອັກຄະລາຊະທູດ ແຫ່ງ ລາຊະອາ ນາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ( ຜູ້ທີ 4 ນັບຈາກຊ້າຍຫາຂວາ ) ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ໂຄງການຮ່ວມມືລະຫວ່າງສອງລັດຖະບານ ລາວ-ຫວຽດນາມ + 76 ,u [q f[kfle7a o8 dkora fmtok-a [rtpkdvo,to5 f ເຄື່ອນຍ້າຍຂອງໂຄງການຮັກສາ ສຸຂະພາບເຂດຊາຍແດນຮ່ວມກັບ (GS1 Laos) ເຊັນບົດບັນທຶກ ຮ່ວມມືສົ່ງເສີມການນຳໃຊ້ມາດຕະ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 07/10/2026 xtgmf]k; ນາຍົກລັດຖະມົນຕີ ຕ້ອນຮັບ...ົັົີ້ັ ສະພາແຫ່ງຊາດ ສະເໜີ...່ີ ສສກ ສະຫລອງວັນຄູແຫ່ງຊາດ...ັູ່ ນາຍົກລັດຖະມົນຕີ ຕ້ອນຮັບເອກ...ົັົີ້ັ ຄອສພ ເຜີຍແຜ່ເອກະສານ...ີ່ ໃນວາລະດຳເນີນກອງປະຊຸມສະ ໄໝສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X ຊຶ່ງເຊື່ອໝັ້ນ ວ່າດ້ວຍຄວາມສາມາດ ແລະ ປະ ສົບການຂອງທ່ານ ສະເຫລີມໄຊ ກົມມະສິດ ຈະສາມາດນຳພາລັດຖະ ບານ ແລະ ປະຊາຊົນລາວປະຕິບັດ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ໃຫ້ໄດ້ ຮັບຜົນສຳເລັດຢ່າງຈົບງາມ, ຍົກ ລະດັບຊື່ສຽງ ແລະ ບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນ ເວທີພາກພື້ນ ແລະ ສາກົນ. ພິເສດ ແມ່ນການສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ຫວຽດນາມ-ລາວ ເພື່ອ ຄວາມຜາສຸກຂອງປະຊາຊົນສອງ ປະເທດຢ່າງບໍ່ຢຸດຢັ້ງ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນໄປຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດ ກໍໄດ້ຄຽງບ່າຄຽງໄຫລ່, ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ອັນລໍ້າຄ່າ, ທັນການ ແລະ ມີປະສິດ ທິຜົນ ແກ່ ສປປ ລາວ ດ້ວຍດີຕະ ຫລອດມາ, ພ້ອມທັງສະແດງ ຄວາມໝາຍໝັ້ນສືບຕໍ່ເຮັດວຽກ ຢ່າງໃກ້ຊິດກັບທຸກພາກສ່ວນທີ່ ກ່ຽວຂ້ອງ ເພື່ອເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມລາວ ໃຫ້ນັບມື້ນັບຈະເລີນງອກ ງາມ ແລະ ແຕກດອກອອກຜົນຍິ່ງໆ ຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ. ພາບ: ທະນູທອງ ໃນກອງປະຊຸມ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ເຜີຍແຜ່ເນື້ອໃນສຳ ຄັນຂອງມະຕິເລກທີ 64/ກມສພ ລົງວັນທີ 24 ກໍລະກົດ 2026 ວ່າ ດ້ວຍວຽກງານສ້າງແຜນກໍານົດພະ ນັກງານນໍາພາ-ຄຸ້ມຄອງ ໂດຍໄດ້ ເນັ້ນເຖິງຄວາມໝາຍຄວາມສຳຄັນ ໃນການຈັດຕັ້ງຜັນຂະຫຍາຍມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອສ້າງ ແລະ ຄຸ້ມຄອງ ແຜນກຳນົດພະນັກງານນຳພາ-ຄຸ້ມ ຄອງ, ເພີ່ມທະວີຄວາມຮູ້-ຄວາມ ສາມາດ ແລະ ຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການຂອງ ການປະຕິບັດວຽກງານໃນໄລຍະ ໃໝ່. ຈຸດປະສົງມະຕິຂອງກົມການ ເມືອງ ກໍເພື່ອຄາດຄະເນເປົ້າໝາຍ, ຈັດວາງ, ສັບຊ້ອນຕໍາແໜ່ງພະນັກ ງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການຢ່າງພຽງພໍ ແລະ ມີຄຸນນະພາບແນໃສ່ຮັບປະ ກັນລັກສະນະສືບທອດປ່ຽນແທນ ຕໍ່ເນື່ອງໃນແຕ່ລະສະໄໝກອງປະ ຊຸມໃຫຍ່ຂອງພັກແຕ່ລະຂັ້ນເນື່ອງ ຈາກວ່າແມ່ນວຽກງານທີ່ສໍາຄັນ ສັງຄົມ ແລະ ຢາເສບຕິດໃຫ້ເຂັ້ມ ງວດ ແລະ ປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີ ຂຶ້ນ; ສຸມໃສ່ການເກັບລາຍຮັບງົບ ປະມານຈາກຄ່າເຊົ່າ-ສຳປະທານ ທີ່ດິນ, ຄ່າຊັບພະຍາກອນແຮ່ທາດ, ພາສີ-ອາກອນແຮ່ທາດ ທີ່ເຫັນ ວ່າຍັງເກັບໄດ້ໜ້ອຍທຽບໃສ່ການ ອະນຸມັດໂຄງການຕ່າງໆ; ເອົາໃຈ ໃສ່ປະຕິບັດນະໂຍບາຍເງິນຕາ ເພື່ອ ຄຸ້ມຄອງເສດຖະກິດມະຫາພາກ, ຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເໜັງຕີງ ໃນລະດັບສູງ, ສົ່ງເສີມການນໍາໃຊ້ ເງິນກີບ, ນໍາເຂົ້າເງິນຕາຈາກການ ສົ່ງອອກຜ່ານລະບົບທະນາຄານໃຫ້ ເພີ່ມຂຶ້ນ, ຄຸ້ມຄອງລາຄາສິນຄ້າ, ລາຄານໍ້າມັນເຊື້ອໄຟ, ຄ່າຄອງຊີບ ທີ່ຍັງມີທ່າອ່ຽງສູງຂຶ້ນ ເພື່ອບໍ່ໃຫ້ ກຳມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາການນຳ, ອະດີດການນຳ, ພະນັກງານ, ຄູ-ອາ ຈານ ແລະ ແຂກຖືກເຊີນເຂົ້າຮ່ວມ. ພິທີໄດ້ເລີ່ມຕົ້ນດ້ວຍການສະ ແດງສິລະປະ-ວັນນະຄະດີຈາກນັກ ຮຽນ-ນັກສຶກສາ ປະກອບມີບົດ ຟ້ອນອວຍພອນວັນຄູ, ການຮ້ອງ ບົດເພງ “7 ຕຸລາໝັ້ນຍືນ” ແລະ ການອ່ານກອນອວຍພອນວັນຄູ ເພື່ອ ສະແດງຄວາມກັນຕະຍູກະຕະເວທີ ຕໍ່ພໍ່ແມ່ຄູ-ອາຈານ ຜູ້ເສຍສະລະ ເຫື່ອແຮງ ແລະ ສະຕິປັນຍາໃນການ ອົບຮົມສັ່ງສອນອະນຸຊົນຮຸ່ນໜຸ່ມໃຫ້ ກາຍເປັນພົນລະເມືອງດີຂອງຊາດ. ໃນພິທີ, ທ່ານນາງວິໄລພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກ ງານຄະນະຈັດຕັ້ງສູນກາງພັກ ໄດ້ ຜ່ານດໍາລັດ ວ່າດ້ວຍການແຕ່ງຕັ້ງ ຜູ້ອໍານວຍການໃຫຍ່ ແລະ ຮອງຜູ້ ອໍານວຍການໃຫຍ່ ມະຫາວິທະຍາ ໄລສ້າງຄູແຫ່ງຊາດ ໂດຍເຫັນດີ ແຕ່ງຕັ້ງທ່ານ ຫລ້າວັນ ວົງຄໍາສານ ຄະນະປະຈຳພັກກະຊວງ, ເປັນຜູ້ ອໍານວຍການໃຫຍ່ມະຫາວິທະຍາ ໄລສ້າງຄູແຫ່ງຊາດ, ທ່ານ ນາງ ວົງເດືອນ ໂອໃສ ແລະ ທ່ານ ນາງ ວັນແສງ ຈຸນລະມະນີ ເປັນຮອງຜູ້ ອໍານວຍການໃຫຍ່ ມະຫາວິທະຍາ ໄລສ້າງຄູແຫ່ງຊາດ. ນອກຈາກນີ້, ທ່ານ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະ ຊວງ, ຫົວໜ້າກົມຈັດຕັ້ງກະຊວງ ສຶກສາທິການ ແລະ ກິລາ ໄດ້ຜ່ານ ດຳລັດວ່າດ້ວຍການແຕ່ງຕັ້ງຮອງ ສາດສະດາຈານ ຈໍານວນ 12 ທ່ານ; ຂໍ້ຕົກລົງວ່າດ້ວຍການຍ້ອງຍໍ ຄູພິການດີເດັ່ນ ຈໍານວນ 2 ທ່ານ ແລະ ຂໍ້ຕົກລົງວ່າດ້ວຍການຍົກ ຍ້າຍ ແລະ ແຕ່ງຕັ້ງພະນັກງານດໍາ ລົງຕໍາແໜ່ງບໍລິຫານຂອງມະຫາ ວິທະຍາໄລສ້າງຄູແຫ່ງຊາດ ຈໍາ ນວນ 16 ທ່ານ. ໃນໂອກາດນີ້, ທ່ານທອງສະລິດ ມັງໜໍ່ເມກ ໄດ້ກ່າວປາຖະກະຖາ ແລະ ສະແດງຄວາມໝາຍສຳຄັນ ຂອງວັນຄູແຫ່ງຊາດ ໂດຍຍົກໃຫ້ ເຫັນ 2 ມູນເຊື້ອສຳຄັນຄື: ລະນຶກເຖິງ ນາຍຄູຄຳ: ນາຍຄູສອນທໍາອິດ ຜູ້ທີ່ມີຄວາມຮັກຊາດອັນດູດດື່ມ ແລະ ມີນໍ້າໃຈເສຍສະລະອັນສູງ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ, ພະນັກງານ-ລັດຖະກອນ, ທະຫານຕຳຫລວດ; ລະດົມທຸກແຫລ່ງທຶນ ປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດຄາດໝາຍແຜນພັດທະນາ ເສດຖະກິດ-ສັງຄົມ ໃຫ້ບັນລຸຕາມ ແຜນການເປັນຕົ້ນທຶນຊ່ວຍເຫລືອ ທາງການເພື່ອການພັດທະນາ (ມະ ຕິສະພາ 13.800 ຕື້ກີບ); ສືບ ຕໍ່ປະຕິບັດຄາດໝາຍຂອງບັນດາ ຂະແໜງເສດຖະກິດໃຫ້ບັນລຸຕາມ ແຜນການທົດແທນການຜະລິດເຂົ້າ ທີ່ບໍ່ໄດ້ຕາມມະຕິສະພາ ໂດຍການ ປູກພືດລົ້ມລຸກ; ເອົາໃຈໃສ່ຕິດຕາມ ກວດກາ ແລະ ປະເມີນຄືນບັນດາ ໂຄງການລົງທຶນຂອງລັດ, ສຸມໃສ່ ການສ້ອມແປງ, ຟື້ນຟູໂຄງການ ສ້ອມແປງເສັ້ນທາງ, ຊົນລະປະທານ ແລະ ພື້ນຖານໂຄ່ງລ່າງທີ່ໄດ້ຮັບຜົນ ກະທົບຈາກໄພພິບັດທຳມະຊາດ ໃຫ້ ນໍາໃຊ້ໄດ້ເປັນປົກກະຕິ; ສືບຕໍ່ກວດ ກາ, ປະເມີນ ແລະ ຈັດຕັ້ງປະຕິ ບັດມາດຕະການຕໍ່ໂຄງການສໍາ ຫລວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ ທາດທີ່ຜ່ານການປະເມີນ ແລະ ຈັດ ລະດັບໃນປະເພດ C ແລະ C+ ໃຫ້ສໍາເລັດຕາມມະຕິກອງປະຊຸມ ສະພາແຫ່ງຊາດ ທີ່ໄດ້ຮັບຮອງຜ່ານ ມາ, ພ້ອມທັງຄຸ້ມຄອງການຂຸດຄົ້ນ ບໍ່ແຮ່ຢ່າງເຂັ້ມງວດ, ບໍ່ໃຫ້ສ້າງ ຜົນເສຍຫາຍຕໍ່ຊຸມຊົມ ແລະ ສິ່ງ ແວດລ້ອມ, ບໍ່ຖິ້ມພາລະການຟື້ນຟູ ໃຫ້ລັດ ແລະ ຖືສໍາຄັນການປຸງແຕ່ງ ພາຍໃນ, ຫລຸດຜ່ອນການສົ່ງອອກ ແຮ່ດິບ. ພ້ອມນີ້, ສະພາແຫ່ງຊາດ ຍັງ ສະເໜີໃຫ້ລັດຖະບານສືບຕໍ່ເອົາໃຈ ໃສ່ແກ້ໄຂບັນຫາການປະລະການ ຮຽນ, ຊຸກຍູ້ປະຊາກອນໜຸ່ມ ແລະ ຜູ້ ປະລະການຮຽນໃຫ້ໄດ້ບຳລຸງຜ່ານ ການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ (ກສນ), ການ ເກີດລູກມີແພດຊ່ວຍ, ການຂາດ ສານອາຫານເດັກນ້ອຍລຸ່ມ 5 ປີ, ການປັບປຸງ ແລະ ສ້າງມາດຖານສີມື ແຮງງານໃໝ່, ການເກັບກູ້ລະເບີດບໍ່ ທັນແຕກອອກຈາກເນື້ອທີ່ທໍາການ ຜະລິດ ແລະ ໂຄງການຕ່າງໆ, ການປຸກລະດົມຮັບບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດ ໄພ, ຮີບຮ້ອນເບີກຈ່າຍງົບປະມານ ສຸກເສີນ ແລະ ຟື້ນຟູສຸກສາລາ, ໂຮງຮຽນ, ພື້ນຖານໂຄ່ງລ່າງ, ເລັ່ງ ສະໜອງຢາປົວພະຍາດທີ່ຈຳເປັນ ໃຫ້ໂຮງໝໍ, ສຸກສາລາ, ປະຊາຊົນ ທີ່ໄດ້ຮັບຜົນກະທົບໃນເຂດທີ່ປະສົບ ໄພພິບັດ; ສືບຕໍ່ຈັດຕັ້ງປະຕິບັດບັນ ດາຄາດໝາຍຂອງການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຈໍານວນ 9 ຕົວຊີ້ວັດ ທີ່ຍັງ ບໍ່ທັນບັນລຸຕາມຄາດໝາຍໃຫ້ສໍາ ເລັດ, ຈັດຕັ້ງຜັນຂະຫຍາຍວາລະ ແຫ່ງຊາດ ວ່າດ້ວຍການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກໃຫ້ໄດ້ຮັບການຈັດຕັ້ງປະ ຕິບັດຢ່າງເປັນຮູບປະທຳ; ສືບຕໍ່ ປະເມີນ ແລະ ປັບປຸງດຳລັດເລກທີ ຕົ້ນຕໍໃນວຽກງານພະນັກງານຂອງ ພັກ ເພື່ອເຮັດໃຫ້ທຸກວຽກງານດໍາ ເນີນໄປຢ່າງຖືກຕ້ອງຕາມຂັ້ນຕອນ ລະບຽບແບບແຜນ ແລະ ສາມາດ ຕອບສະໜອງໜ້າທີ່ການເມືອງຂອງ ພັກ-ລັດໃນແຕ່ລະສະໄໝ. ໃນກອງປະຊຸມຍັງໄດ້ຜ່ານຄໍາ ແນະນໍາຂອງຄະນະຈັດຕັ້ງສູນກາງ ພັກ ສະບັບເລກທີ 557/ຄຈສພ, ລົງວັນທີ 21/8 /2026 ກ່ຽວກັບ ການຈັດຕັ້ງປະຕິບັດມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍາ ນົດພະນັກງານນໍາພາ-ຄຸ້ມຄອງ; ຜ່ານມາດຕະຖານພະນັກງານນໍາ ພາ-ຄຸ້ມຄອງຂອງ ຄອສພ; ຜ່ານ ແຈ້ງການຂອງຄະນະຈັດຕັ້ງສູນ ກາງພັກ ສະບັບເລກທີ 1734/ ຄຈສພ, ລົງວັນທີ 17 ກັນຍາ 2026 ກ່ຽວກັບການກໍານົດເວລາສ້າງ ແຜນກໍານົດພະນັກງານນໍາພາ-ຄຸ້ມ ຄອງ; ຜ່ານແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມ ຄອງ ແລະ ຂັ້ນ ຄອສພ ຄຸ້ມຄອງ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບການສ້າງແຜນ ກໍານົດພະນັກງານນໍາພາ-ຄຸ້ມຄອງ, ຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນ ຄອສພ ຄຸ້ມຄອງພ້ອມທັງໄດ້ປະ ກາດພະນັກງານອອກພັກການຮັບ ອຸດໜູນບຳນານແລະ ປະກາດກົງຈັກ ການຈັດຕັ້ງຂັ້ນຫົວໜ້າກົມ, ຮອງກົມ ແລະ ທຽບເທົ່າກົມຈໍານວນໜຶ່ງ. ໂອກາດດັ່ງກ່າວ, ສະຫາຍ ຄໍາພັນ ເຜີຍຍະວົງ ຍັງໄດ້ຮຽກຮ້ອງ ໃຫ້ຜູ້ເຂົ້າຮ່ວມຈົ່ງເພີ່ມທະວີຄວາມ ຮັບຜິດຊອບ, ສຸມໃສ່ການຄົ້ນຄວ້າ, ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ເນື້ອໃນ ເອກະສານຢ່າງເລິກເຊິ່ງ ເພື່ອນຳໄປ ຈັດຕັ້ງປະຕິບັດໃນຂົງເຂດວຽກງານ ຂອງຕົນຮັບຜິດຊອບໃຫ້ເກີດຜົນ ປະໂຫຍດ ແລະ ມີປະສິດທິພາບ ສູງສຸດ ພ້ອມນັ້ນ, ຍັງໄດ້ຍ້ອງຍໍຊົມ ເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບອຸດ ໜູນບໍານານ ແລະ ບັນດາສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ເອົາໃຈ ໃສ່ໃນໜ້າທີ່ວຽກງານທີ່ໄດ້ຮັບ ມອບໝາຍໃຫ້ໄດ້ຮັບຜົນດີ ແລະ ເຊື່ອໝັ້ນວ່າບັນດາສະຫາຍຈະບຸກ ບືນຜ່ານຜ່າຊອກຮູ້ຮໍ່າຮຽນເອົາບົດ ຮຽນໃໝ່ໆທີ່ເດັ່ນ ເພື່ອມາພັດທະນາ ໝູນໃຊ້ເຂົ້າໃນວຽກງານຕົວຈິງໃນ ປັດຈຸບັນ. ພາບ: ຂັນໄຊ ຕາງໜ້າໃຫ້ທ່ານນາຍົກລັດຖະມົນ ຕີ ກໍຄື ລັດຖະບານ ແຫ່ງ ລາຊະອາ ນາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບ ການແຕ່ງຕັ້ງດຳລົງຕຳແໜ່ງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ໄດ້ກ່າວ ສະແດງຄວາມຍິນດີ ແລະ ຊົມເຊີຍ ມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບຄວາມໄວ້ວາງໃຈຢ່າງສູງ ຈາກສະພາແຫ່ງຊາດ ແລະ ປະຊາ ຊົນລາວ ໃຫ້ດຳລົງຕຳແໜ່ງນາຍົກ ລັດຖະມົນຕີ, ພ້ອມທັງນຳເອົາສານ ອວຍພອນຈາກທ່ານນາຍົກລັດຖະ ມົນຕີ ແຫ່ງ ລາຊະອານາຈັກໄທ ເຖິງທ່ານ ສະເຫລີມໄຊ ກົມມະສິດ ໂດຍໄດ້ສະແດງຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າດ້ວຍປະສົບການ ແລະ ຄວາມຮູ້ຄວາມສາມາດອັນສູງ ສົ່ງຂອງທ່ານນາຍົກລັດຖະມົນຕີ ຈະນຳພາການບໍລິຫານວຽກງານ ຂອງລັດຖະບານລາວ ໃຫ້ບັນລຸຜົນ ສຳເລັດຕາມຄາດໝາຍທີ່ກຳນົດ ໄວ້, ຄຽງຄູ່ກັບການສືບຕໍ່ເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບ ແລະ ການເປັນຫຸ້ນສ່ວນຍຸດທະສາດ ເພື່ອ ການເຕີບໂຕ ແລະ ການພັດທະນາ ແບບຍືນຍົງລະຫວ່າງສອງປະເທດ ລາວ-ໄທ ນັບມື້ເກີດດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ທ່ານນາຍົກລັດຖະມົນຕີ ໄດ້ ກ່າວສະແດງຄວາມຂອບໃຈຕໍ່ຄໍາ ອວຍພອນອັນຈົບງາມຈາກລັດຖະ ບານ ແລະ ປະຊາຊົນໄທ, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບຖານບ້ານໃກ້ເຮືອນຄຽງທີ່ມີ ຄວາມໃກ້ຊິດສະໜິດສະໜົມກັນມາ ຢ່າງຍາວນານ ໂດຍຢືນຢັນຄວາມ ໝາຍໝັ້ນຂອງລັດຖະບານລາວ ທີ່ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບຝ່າຍ ໄທ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງ ແລະ ໂຄງການ ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງ-ເຊື່ອມ ຈອດພື້ນຖານໂຄງລ່າງ, ການໄປ ມາຫາສູ່ເຊິ່ງກັນ ແລະ ກັນ ໃຫ້ປະ ກົດຜົນເປັນຮູບປະທຳຫລາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງຊາດ ລາວໄທ, ປະກອບສ່ວນສໍາຄັນເຂົ້າໃນ ການປົກປັກຮັກສາສັນຕິພາບ, ສະ ຖຽນລະພາບ ແລະ ຄວາມຈະເລີນ ຮຸ່ງເຮືອງໃນເຂດພາກພື້ນ ແລະ ສາ ກົນ. ພ້ອມກັນນີ້, ທ່ານຍັງໄດ້ຝາກ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຜ່ານທ່ານເອກອັກຄະລາຊະທູດ ໄປ ຍັງທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ໂດຍສະແດງ ຄວາມຫວັງວ່າຈະໄດ້ພົບປະ ແລະ ຮ່ວມມືຢ່າງໃກ້ຊິດກັບທ່ານນາຍົກ ລັດຖະມົນຕີ ແຫ່ງ ລາຊະອານາຈັກ ໄທ ໃນໂອກາດທີ່ເໝາະສົມ. ຂ່າວ: ກົມປະຊາສຳພັນ ຫສນຍ. 348/ລບ ວ່າດ້ວຍ ມາດຕະຖານພົ້ນ ທຸກ ແລະ ມາດຕະຖານພັດທະນາ ໃຫ້ສອດຄ່ອງກັບມາດຕະຖານສາ ກົນ ແລະ ສະພາບເງື່ອນໄຂຕົວຈິງ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍບັນຊີຢາເສບຕິດທີ່ເກືອດ ຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ທີ່ຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 10 ຄັ້ງນີ້ ເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ສົ່ງໃນສະໄໝປະເທດຊາດຕົກເປັນ ຫົວເມືອງຂຶ້ນ ຊຶ່ງເປັນແບບຢ່າງອັນ ລ້ຳຄ່າໃຫ້ແກ່ຄູ-ອາຈານຮຸ່ນຫລັງ; ເຊີດຊູບົດບາດ ແລະ ກຽດສັກສີ ຂອງຄູ: ສູນກາງພັກ-ລັດຖະບານ ໄດ້ຕົກລົງເອົາວັນທີ 7 ຕຸລາ ຂອງ ທຸກປີເປັນວັນຄູແຫ່ງຊາດ ນັບແຕ່ປີ 1994 ເປັນຕົ້ນມາ ເພື່ອໃຫ້ສັງຄົມ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ຜົນງານ ການອຸທິດຕົນຂອງຄູ. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄຳເວົ້າອະມະຕະ ຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ຄູແມ່ນຄົນຂອງພັກ” ແລະ “ຄູແມ່ນກຳລັງຫລັກແຫລ່ງແກ່ນ ສານຂອງການສຶກສາ, ແມ່ນຜູ້ຕາງ ໜ້າສັງຄົມ, ຕາງໜ້າລັດ ເພື່ອສຶກສາ ອົບຮົມຜູ້ໜຸ່ມນ້ອຍ ແລະ ຄົນຮຸ່ນ ໃໝ່.” ພ້ອມກັນນັ້ນ, ທ່ານຍັງໄດ້ວາງ 5 ທັດສະນະຊີ້ນຳ ເພື່ອເປັນເຂັມທິດ ເຍືອງທາງໃນການປັບປຸງລະບົບ ການສ້າງຄູ ໃຫ້ຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການໃນໄລ ຍະໃໝ່ ເປັນຕົ້ນແມ່ນສືບຕໍ່ຍົກບົດ ບາດຄວາມສຳຄັນຂອງຄູ: ໃຫ້ສົມ ກັບຄຳວ່າ “ຄູແມ່ນແມ່ພິມຂອງ ຊາດ” ເພາະຄູແມ່ນປັດໄຈຕັດສິນ ຄຸນນະພາບການສຶກສາ; ສ້າງຖັນ ແຖວຄູໃຫ້ໄດ້ມາດຕະຖານ: ມີຄຸນ ສົມບັດສິນທຳປະຕິວັດ, ຈັນຍາ ບັນ, ພ້ອມທັງມີທັກສະດ້ານເຕັກ ໂນໂລຊີ ແລະ ນະວັດຕະກຳໃໝ່; ສົມທົບແໜ້ນລະຫວ່າງທິດສະດີ ແລະ ພຶດຕິກຳ: ນຳເອົາສະພາບ ຕົວຈິງຂອງຍຸກສະໄໝມາສິດສອນ ຢ່າງມີຊີວິດຊີວາ; ຮັບປະກັນການ ສະໜອງຄູໃຫ້ພຽງພໍ: ເອົາໃຈໃສ່ ດຶງດູດນັກຮຽນເກັ່ງເຂົ້າສາຍສ້າງຄູ ແລະ ບຸລິມະສິດສະໜອງຄູໃຫ້ເຂດ ຫ່າງໄກສອກຫລັກ; ປັບປຸງກົງຈັກ ການຈັດຕັ້ງ: ໃຫ້ມີປະສິດທິພາບ, ປະຢັດ ແລະ ຕ້ານການຟຸມເຟື່ອຍ. ຢ່າງໃດກໍຕາມ, ເພື່ອເຮັດໃຫ້ ການປະກາດສ້າງຕັ້ງມະຫາວິທະ ຍາໄລສ້າງຄູແຫ່ງຊາດ ໄດ້ຮັບຜົນ ສຳເລັດຢ່າງເປັນຮູບປະທຳ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມອບ 7 ວຽກງານຈຸດສຸມ ຄື: ປັບປຸງກົນໄກ ຄຸ້ມຄອງບໍລິຫານ ແລະ ວິຊາການ ໃຫ້ທັນສະໄໝ ແລະ ເຊື່ອມໂຍງ ສາກົນ; ສ້າງຄູຍຸກໃໝ່ ໃຫ້ມີ 4 ທັກ ສະຫລັກ ຄື: ທັກສະດີຈິຕອນ (AI, ເຕັກໂນໂລຊີ), ທັກສະຊີວິດ, ທັກ ສະອາຊີບ ແລະ ການເປັນຜູ້ປະກອບ ການ; ກະກຽມຄວາມພ້ອມຫລັກສູດ ໃໝ່ 6+3+3 ແລະ ຫັນຈາກລະບົບ ອາສາສະໝັກໄປສູ່ລະບົບຄູທົດ ແທນຢ່າງເປັນລະບົບ; ສ້າງຄວາມ ເປັນແບບຢ່າງຮອບດ້ານໃຫ້ແກ່ຜູ້ ອຳນວຍການສະຖານການສຶກສາ; ປະຕິບັດນະໂຍບາຍຕ່າງໆ ຕໍ່ຄູ- ອາຈານ ຢ່າງສົມກຽດ; ເພີ່ມທະວີ ການຮ່ວມມືກັບສະຖານການສຶກສາ ທັງພາຍໃນ ແລະ ຕ່າງປະເທດ; ຍາດແຍ່ງການຮ່ວມມືສາກົນ ໂດຍ ກຳແໜ້ນຫລັກການ “ເຊື່ອມໂຍງ ແຕ່ບໍ່ເຊື່ອມສະຫລາຍ”. ໂອກາດນີ້, ທ່ານໄດ້ຮຽກຮ້ອງ ມາຍັງຄູ-ອາຈານ ແລະ ນັກຮົບ ໃນຂົງເຂດການສຶກສາທຸກໆທ່ານ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບ ການເມືອງຂອງຕົນ, ພ້ອມທັງ ອວຍພອນໄຊໃຫ້ຄູທຸກທົ່ວໜ້າມີ ສຸຂະພາບເຂັ້ມແຂງ ແລະ ປະສົບ ຜົນສຳເລັດໃນໜ້າທີ່ອັນມີກຽດ ສະຫງ່າຂອງຕົນ. ຂ່າວ: ພະແນກໂຄສະນາ-ຂ່າວສານ ສສກ
07/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ:ຢ່າຕົ່ງ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ]k;{s;Pfok, 9kdlkprq ;ra ory glf l6 j s5 h olj ;op5 fmtlkf.ow]pt.\j ໂດຍ: ຄຳຮຸ່ງ ດວງເງິນຸ່ ງິ ນ dkora fmtok0q 'g0f glf4tdy f 9 gfn vo 2026 76 7n c,j ry ,0v'-kf Ikd4ko le7a olh k'7q o ra fmtokxtgmf-kf ບົດສະເໜີົີ ໂດຍ: ຄະນະ ບກ (ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 32 ປີ ວັນທີ 7/10/1994-7/10/2026)ື່ ອັ ນູ ແ່ ງົ ບີ ັນີ ຂອງແຜນການ. ມູນຄ່າການຜະລິດ ອຸດສາຫະກຳປຸງແຕ່ງ ແລະ ຫັດຖະ ກຳ ປະຕິບັດໄດ້ 17.585,89 ຕື້ ກີບ, ເທົ່າກັບ 75,21% ຂອງແຜນ ການ, ການຜະລິດກະແສໄຟຟ້າ ປະຕິບັດໄດ້ 46.779,30 ລ້ານ ກິໂລວັດ ເທົ່າກັບ 79,6% ຂອງ ແຜນການ. ແຕ່ເຖິງຢ່າງໃດກໍຕາມ, ເຫັນວ່າ ໃນຂະແໜງກະສິກຳ ການ ຜະລິດເຂົ້າເປືອກ ຄາດຄະເນຈະ ປະຕິບັດໄດ້ພຽງ 3,75 ລ້ານໂຕນ ເທົ່າ ກັບ 95,2% ຂອງແຜນການ ປີ (ມະຕິສະພາ 3,94 ລ້ານໂຕນ), ສາເຫດຍ້ອນໄດ້ຮັບຜົນກະທົບ ຈາກໄພພິບັດທຳມະຊາດ ນໍ້າຖ້ວມ ແລະ ສັດຕູພືດລະບາດ. ສ່ວນດ້ານການຂຸດຄົ້ນ ແລະ ປຸງ ແຕ່ງແຮ່ທາດປະຕິບັດໄດ້3.240,19 ຕື້ກີບ, ເທົ່າກັບ 89,70% ຂອງ ແຜນການທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 5,71% ແລະ ຄາດຄະເນໝົດປີ ຈະປະຕິບັດ ໄດ້ 48.773,08 ຕື້ກີບ ເທົ່າກັບ 114.41% ຂອງແຜນການ (ມະຕິ ສະພາ 42.630,08 ຕື້ກີບ). ພ້ອມ ນີ້, ໄດ້ເພີ່ມທະວີຕ້ານ ແລະ ສະກັດ ກັ້ນການລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ, ນໍາເຂົ້າ-ສົ່ງອອກແຮ່ ທາດ ແລະ ຜະລິດຕະພັນແຮ່ທາດ ຕ່າງໆ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ໄດ້ແຕ່ງຕັ້ງຄະ ນະຊີ້ນໍາ, ຕິດຕາມກວດກາການ ປະຕິບັດວຽກງານດັ່ງກ່າວ ຢ່າງ ເຂັ້ມງວດ ແລະ ເດັດຂາດ. ພ້ອມກັນ ນັ້ນ, ຍັງໄດ້ຄົ້ນຄວ້າກຳນົດນະໂຍ ບາຍໃນການພັດທະນາແຮ່ທາດ ໃນໄລຍະໃໝ່ ໂດຍຈະໄດ້ກຳນົດໃຫ້ ມີການສ້າງຕັ້ງໂຮງງານປຸງແຕ່ງ ສໍາເລັດຮູບ ເພື່ອສ້າງມູນຄ່າເພີ່ມ ແລະ ການອະນຸມັດໂຄງການໃໝ່ ໃນຕໍ່ໜ້າ ແມ່ນອະນຸມັດໃຫ້ຜູ້ທີ່ມີ ຫລື ສ້າງໂຮງງານປຸງແຕ່ງສໍາເລັດ ຮູບເທົ່ານັ້ນ, ຈຳກັດ ແລະ ກ້າວໄປ ເຖິງການຢຸດຕິການສົ່ງອອກແຮ່ ດິບ ຫລື ແຮ່ເຂັ້ມຂຸ້ນ. ຂະນະດຽວກັນ, ລັດຖະບານຍັງ ໄດ້ສຸມໃສ່ສ້ອມແປງ ແລະ ກໍ່ສ້າງ ໂຄງລ່າງຄົມມະນາຄົມທັງທາງ ບົກ, ທາງລົດໄຟ, ທາງອາກາດ ແລະ ທາງນໍ້າ ໃຫ້ມີຄວາມສະດວກ ຫລາຍຂຶ້ນ ໂດຍສະເພາະເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳ ມະຊາດ; ໄດ້ເຊັນສັນຍາສໍາປະທານ ການອອກແບບກໍ່ສ້າງເສັ້ນທາງ ລົດໄຟແຕ່ທ່າແຂກ, ແຂວງຄໍາມ່ວນ ຫາຊາຍແດນລາວ-ຫວຽດນາມ; ສືບຕໍ່ພັດທະນາທ່າບົກ ທ່າແຂກ, ແຂວງຄໍາມ່ວນ; ສືບຕໍ່ປັບປຸງພື້ນ ຖານໂຄງລ່າງ, ສິ່ງອໍານວຍຄວາມ ສະດວກ ວຽກງານຄົມມະນາຄົມ ທາງອາກາດໃຫ້ມີຄຸນນະພາບ ແລະ ຮັບປະກັນຄວາມປອດໄພ ໂດຍສະເພາະແມ່ນການປັບປຸງ ແລະ ຂະຫຍາຍອາຄານສະໜາມ ບິນສາກົນວັດໄຕ ແລະ ຫລວງພະ ບາງ ພ້ອມທັງສຸມໃສ່ກໍ່ສ້າງປ້ອງ ກັນຕາຝັ່ງເຈື່ອນແຄມນໍ້າຂອງຢູ່ ຈຸດຕ່າງໆ. ຂປລ. ລາວ-ຫວຽດນາມ ເປັນ ສອງປະເທດບ້ານໃກ້ເຮືອນຄຽງທີ່ ມີຄວາມສະໜິດໃກ້ຊິດກັນ, ມີສາຍ ພົວພັນພິເສດທີ່ໄດ້ຮັບການສ້າງຕັ້ງ, ທົດສອບ ແລະ ຫລໍ່ຫລອມຜ່ານ ບັນດາໄລຍະປະຫວັດສາດ. ຈາກ ການຄຽງບ່າຄຽງໄຫລ່ກັນໃນການ ຕໍ່ສູ້ກູ້ຊາດຍາດເອົາເອກະລາດ ຂອງຊາດ ສູ່ພາລະກິດແຫ່ງການ ສ້າງສາ, ປົກປັກຮັກສາ ແລະ ພັດ ທະນາປະເທດຊາດໃນປັດຈຸບັນ, ສາຍພົວພັນລະຫວ່າງສອງປະເທດ ໄດ້ຮັບການເພີ່ມພູນຄູນສ້າງຢ່າງ ຕໍ່ເນື່ອງ ຈົນກາຍເປັນໜຶ່ງໃນສາຍ ພົວພັນທີ່ພິເສດ ແລະ ຫາຍາກໃນ ການພົວພັນສາກົນ. ເມື່ອກ້າວເຂົ້າສູ່ໄລຍະໃໝ່ແຫ່ງ ການພັດທະນາ, ສາຍພົວພັນ ລາວຫວຽດນາມ, ຫວຽດນາມ-ລາວ, ໄດ້ຮັບການຍົກລະດັບຂຶ້ນອີກບາດ ກ້າວໜຶ່ງ ໂດຍທັງສອງປະເທດໄດ້ ກຳນົດຂອບການພົວພັນເປັນ “ມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”. ການ ເພີ່ມເນື້ອໃນສຳຄັນຂອງ “ຫຸ້ນສ່ວນ ຍຸດທະສາດ” ບໍ່ພຽງແຕ່ເປັນການ ສືບທອດພື້ນຖານສາຍພົວພັນທີ່ ມີມາແຕ່ດົນນານເທົ່ານັ້ນ, ແຕ່ຍັງ ສ່ອງແສງໃຫ້ເຫັນເຖິງວິໄສທັດ ຮ່ວມ, ຜົນປະໂຫຍດທີ່ຕິດພັນກັນ ຢ່າງເລິກເຊິ່ງຍິ່ງຂຶ້ນ, ຕະຫລອດ ຮອດທິດທາງການຮ່ວມເດີນຄຽງ ຂປລ. ທ່ານ ສະເຫລີມໄຊ ກົມ ມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະ ຊຸມ ສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X ວ່າ: ສະ ພາບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ,ແຜນງົບປະມານແຫ່ງລັດແລະ ແຜນເງິນຕາໃນໄລຍະ 9 ເດືອນ ແລະ ຄາດຄະເນໝົດປີ 2026 ກໍໄດ້ ຊຸກຍູ້ ແລະ ສົ່ງເສີມການຜະລິດ ເພື່ອ ທົດແທນການນໍາເຂົ້າ ແລະ ຜະລິດ ເປັນສິນຄ້າສົ່ງອອກ ຕາມມະຕິ 04/ ກມສພ ຊຶ່ງເຮັດໃຫ້ການຜະລິດກະ ສິກຳ ແລະ ອຸດສາຫະກຳປຸງແຕ່ງ ຂະຫຍາຍຕົວ, ອັນພົ້ນເດັ່ນແມ່ນ ການຜະລິດພືດສະບຽງອາຫານປະ ຕິບັດໄດ້ 2,33 ລ້ານໂຕນ, ເທົ່າກັບ 90% ຂອງແຜນການ, ການສົ່ງ ອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ປະຕິບັດໄດ້ 1.389 ລ້ານ ໂດລາສະຫະລັດ ເທົ່າກັບ 73,17% ຂປລ. ຄູແມ່ນຜູ້ສ້າງຄົນ ແລະ ປັ້ນຄົນໃຫ້ມີຄວາມຮູ້, ຄວາມສາ ມາດ, ຄຸນນະທຳ ແລະ ຄຸນນະພາບ ປຽບເໝືອນແມ່ພິມທີ່ເຮັດໜ້າທີ່ພິມ ຕົວອັກສອນ. ຄູເປັນຜູ້ຖ່າຍທອດ ວິຊາຄວາມຮູ້, ອົບຮົມສັ່ງສອນ ແລະ ບົ່ມເພາະລູກສິດໃຫ້ເປັນຄົນດີ, ຄົນເກັ່ງ ແລະ ມີຄຸນນະພາບກ້າວ ອອກໄປປະກອບອາຊີບ, ຮັບໃຊ້ສັງ ຄົມ ແລະ ຮ່ວມພັດທະນາປະເທດ ຊາດ. ດັ່ງນັ້ນ, ຄູຈຶ່ງເປັນຮາກຖານ ສຳຄັນໃນການສ້າງຄົນ ແລະ ສ້າງ ອະນາຄົດຂອງຊາດ ອັນເປັນທີ່ມາ ຂອງຄຳເວົ້າທີ່ວ່າ “ຄູຄືແມ່ພິມ ຂອງຊາດ”. ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ໄດ້ຍຶດໝັ້ນແນວ ຄິດຂອງ ທ່ານ ໄກສອນ ພົມວິຫານ ທີ່ວ່າ “ເອົາການສຶກສາໄປກ່ອນ ກ້າວໜຶ່ງ”. ແນວຄິດດັ່ງກ່າວ ສະ ທ້ອນໃຫ້ເຫັນວ່າ ການພັດທະນາ ການສຶກສາບໍ່ຄວນລໍຖ້າໃຫ້ເສດ ຖະກິດຂະຫຍາຍຕົວກ່ອນ ແຕ່ຕ້ອງ ຊຸກຍູ້ ແລະ ຍົກລະດັບການສຶກສາ ໃຫ້ເດີນໜ້າ ເພື່ອສ້າງຄົນໃຫ້ມີ ຄວາມຮູ້, ຄວາມສາມາດ ແລະ ທັກ ສະສາມາດນຳໃຊ້ຄວາມຮູ້ມາຮັບ ໃຊ້ການສ້າງສາ ແລະ ພັດທະນາ ປະເທດ. ດ້ວຍເຫດນັ້ນ, ວຽກງານການ ສຶກສາຈຶ່ງເປັນວຽກຈຸດສຸມ ແລະ ເປັນບຸລິມະສິດສຳຄັນຂອງພັກ ແລະ ຊາດ ໂດຍແນໃສ່ພັດທະນາ ຊັບພະຍາກອນມະນຸດ. ການພັດທະ ນາຄົນໃຫ້ມີຄຸນນະພາບ ຈຳເປັນ ຕ້ອງເລີ່ມຈາກການພັດທະນາຄູ- ອາຈານ ໃຫ້ມີຄວາມຮູ້, ຄວາມສາ ມາດ, ຄຸນນະທຳ ແລະ ຈິດວິນຍານ ຂອງຄວາມເປັນຄູ ເພື່ອສາມາດ ບົ່ມເພາະຄົນຮຸ່ນໃໝ່ໃຫ້ມີຄວາມຮູ້ ຄວາມສາມາດ ເປັນກຳລັງສຳຄັນ ຮັບໃຊ້ປະເທດຊາດ. ພ້ອມກັນນັ້ນ, ຄູ-ອາຈານຍັງມີບົດບາດສຳຄັນໃນ ການສ້າງບັນຍາກາດການຮຽນຮູ້, ປູກຝັງຄຸນນະທຳ, ລະບຽບວິໄນ, ຈິດສຳນຶກຮັກຊາດ ແລະ ຄວາມ ຮັບຜິດຊອບໃຫ້ແກ່ລູກສິດ. ຄູທີ່ດີບໍ່ ພຽງແຕ່ສອນໜັງສື ແຕ່ຍັງເປັນຜູ້ ແນະນຳ, ຜູ້ປູກຝັງຄວາມຝັນ ແລະ ຊີ້ທິດທາງໃຫ້ແກ່ລູກສິດ ໃຫ້ຮູ້ຈັກ ຄິດ, ຮູ້ຈັກຮຽນຮູ້, ຮູ້ຈັກສ້າງສັນ ແລະ ສາມາດຢືນຢູ່ໄດ້ດ້ວຍຄວາມ ສາມາດຂອງຕົນ. ໃນສະພາບສັງຄົມຍຸກໃໝ່ ທີ່ ເຕັກໂນໂລຊີ ແລະ ສື່ດີຈິຕອນເຂົ້າ ມາມີບົດບາດຫລາຍຂຶ້ນ, ບົດບາດ ຂອງຄູຍິ່ງຕ້ອງປັບຕົວໃຫ້ທັນກັບ ຍຸກສະໄໝ. ຄູຕ້ອງເພີ່ມພູນຄວາມ ຮູ້, ພັດທະນາທັກສະການສອນ, ຮູ້ ຈັກນຳໃຊ້ເຕັກໂນໂລຊີຢ່າງເໝາະ ສົມ ພ້ອມທັງສອນໃຫ້ລູກສິດຮູ້ເທົ່າ ທັນຂ່າວສານ, ຮູ້ຈັກຄັດເລືອກຂໍ້ມູນ ແລະ ໃຊ້ສື່ດີຈິຕອນຢ່າງສ້າງສັນ. ວັນຄູແຫ່ງຊາດ ຈຶ່ງບໍ່ພຽງແຕ່ ເປັນວັນເພື່ອລະນຶກເຖິງຄຸນງາມ ຄວາມດີຂອງຄູ-ອາຈານ ແຕ່ຍັງ ເປັນໂອກາດໃຫ້ສັງຄົມໄດ້ຄຳນຶ່ງ ເຖິງຄຸນຄ່າ ແລະ ບົດບາດອັນສຳ ຄັນຂອງອາຊີບຄູ ຕະຫລອດຮອດ ຮ່ວມກັນສ້າງເງື່ອນໄຂ, ຍົກສູງ ຖານະ ແລະ ຄຸນນະພາບຊີວິດຄູ- ອາຈານ ໃຫ້ສົມກັບພາລະໜ້າທີ່ອັນ ສູງສົ່ງ. ເພາະການສ້າງຄົນໃນມື້ນີ້ ແມ່ນການສ້າງອະນາຄົດຂອງຊາດ ໃນມື້ຂ້າງໜ້າ ແລະ ຄູຄືຜູ້ທີ່ຢືນຢູ່ ແນວໜ້າຂອງພາລະກິດນີ້. ດັ່ງນັ້ນ, “ຄູຄືແມ່ພິມຂອງຊາດ” ຈຶ່ງບໍ່ແມ່ນ ພຽງຄຳກ່າວຍົກຍ້ອງ ແຕ່ເປັນຄຳ ສະທ້ອນເຖິງພາລະໜ້າທີ່ ແລະ ຄຸນ ຄ່າຂອງຄູ-ອາຈານ ໃນການສ້າງ ຄົນ ແລະ ສ້າງຊາດໃຫ້ກ້າວໜ້າ ຢ່າງຍືນຍົງ. ຊົມເຊີຍວັນຄູແຫ່ງຊາດ 7 ຕຸລາ ຢ່າງສຸດໃຈ! ບ່າຄຽງໄຫລ່ກັນໃນໄລຍະຍາວ ຂອງສອງຊາດ. ສາຍພົວພັນ ລາວ-ຫວຽດນາມ, ຫວຽດນາມ-ລາວ, ມີຮາກຖານມາ ຈາກຄວາມໃກ້ຊິດທາງພູມສາດ, ຄວາມຄ້າຍຄືກັນທາງດ້ານປະ ຫວັດສາດ ແລະ ວັດທະນະທຳ, ຕະ ຫລອດຮອດຂະບວນວິວັດທີ່ປະຊາ ຊົນສອງຊາດຮ່ວມກັນຕໍ່ສູ້ເພື່ອ ເອກະລາດ ແລະ ອິດສະລະພາບ. ພາຍໃຕ້ການຊີ້ນຳ-ນຳພາຂອງ ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງແລະ ບັນດາຜູ້ນຳການປະຕິວັດຂອງ ສອງປະເທດໃນແຕ່ລະຍຸກສະໄໝ, ຄວາມສາມັກຄີ ລາວ-ຫວຽດນາມ, ຫວຽດນາມ-ລາວ, ໄດ້ຮັບການຫລໍ່ ຫລອມທ່າມກາງໄລຍະເວລາອັນ ເຕັມໄປດ້ວຍຄວາມຫຍຸ້ງຍາກລຳ ບາກ ເມື່ອປະຊາຊົນສອງປະເທດ ຮ່ວມກັນຕໍ່ສູ້, ເສຍສະລະ ແລະ ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ເພື່ອພາລະ ກິດການປະຕິວັດຮ່ວມກັນ. ໃນວັນທີ 18 ກໍລະກົດ 1977, ລາວ ແລະ ຫວຽດນາມ ໄດ້ລົງນາມ ໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ ຊຶ່ງ ໄດ້ສ້າງພື້ນຖານອັນສຳຄັນທັງທາງ ດ້ານການເມືອງແລະນິຕິກຳສຳລັບ ການພັດທະນາສາຍພົວພັນສອງ ຝ່າຍຢ່າງຮອບດ້ານໃນໄລຍະຕໍ່ມາ. ບົນພື້ນຖານດັ່ງກ່າວ, ສາຍພົວພັນ ທາງດ້ານການເມືອງ ແລະ ຄວາມ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ, ສອງລັດຍັງຄົງ ມີບົດບາດເປັນແກນຫລັກໃນການ ກຳນົດທິດທາງລວມຂອງການ ຮ່ວມມືລະຫວ່າງສອງປະເທດ. ການຢ້ຽມຢາມ ແລະ ການພົບປະ ຂັ້ນສູງ, ການແລກປ່ຽນບົດຮຽນ ຕະຫລອດຮອດກົນໄກການຮ່ວມມື ສອງຝ່າຍ ໄດ້ຮັບການຈັດຕັ້ງປະຕິ ບັດຢ່າງເປັນປົກກະຕິ, ໃນຂະນະ ທີ່ການພົວພັນລະຫວ່າງບັນດາກະ ຊວງ, ຂະແໜງການ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ໄດ້ຮັບ ການເປີດກວ້າງ ແລະ ຮັດແໜ້ນ ຫລາຍຂຶ້ນເລື້ອຍໆ. ການຮ່ວມມືດ້ານການປ້ອງກັນ ຊາດປ້ອງກັນຄວາມສະຫງົບຍັງຄົງ ເປັນໜຶ່ງໃນເສົາຄ້ຳອັນສຳຄັນ. ທັງ ສອງຝ່າຍໄດ້ປະສານສົມທົບກັນໃນ ການຄຸ້ມຄອງ ແລະ ປົກປັກຮັກສາ ຊາຍແດນ, ການສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ຢາ ເສບຕິດ, ການຄ້າມະນຸດ, ການຄ້າ ເຖື່ອນ, ການເຂົ້າ-ອອກເມືອງແບບ ຜິດກົດໝາຍ ຕະຫລອດຮອດໄພ ຂົ່ມຂູ່ດ້ານຄວາມໝັ້ນຄົງແບບໃໝ່ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນ ການປົກປັກຮັກສາເສັ້ນຊາຍແດນ ລາວ-ຫວຽດນາມ, ຫວຽດນາມລາວ, ໃຫ້ກາຍເປັນເສັ້ນຊາຍແດນ ແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມືແລະການ ພັດທະນາ. ຂີດໝາຍສຳຄັນອັນໜຶ່ງໃນການ ພັດທະນາສາຍພົວພັນລະຫວ່າງ ສອງປະເທດ ແມ່ນການທີ່ການນຳ ຂັ້ນສູງຂອງລາວ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະພາບຮ່ວມກັນ ໃນການຍົກລະດັບສາຍພົວພັນຂຶ້ນ ເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມ ມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ” ໃນທ້າຍປີ 2025. “ຫຸ້ນ ສ່ວນຍຸດທະສາດ” ບໍ່ພຽງແຕ່ເປັນ ການເພີ່ມເຕີມຖ້ອຍຄຳເຂົ້າໃນຊື່ ເອີ້ນຂອງສາຍພົວພັນສອງຝ່າຍ ເທົ່ານັ້ນ, ແຕ່ຍັງສ່ອງແສງເຖິງ ຄວາມຮຽກຮ້ອງຕ້ອງການອັນຮີບ ດ່ວນໃນການຍົກລະດັບຄວາມຜູກ ພັນ ລະຫວ່າງສອງປະເທດ ໃຫ້ກາຍ ເປັນການເຊື່ອມຈອດທີ່ສະໜິດແໜ້ນ ຍິ່ງຂຶ້ນ ໃນດ້ານວິໄສທັດການພັດທະ ນາໄລຍະຍາວ, ຜົນປະໂຫຍດຍຸດທະ ສາດ, ຄວາມໝັ້ນຄົງ, ເສດຖະກິດ ແລະ ພື້ນທີ່ການພັດທະນາ. ດ້ວຍ ເຫດນີ້, ສະຖຽນລະພາບ, ຄວາມ ໝັ້ນຄົງ ແລະ ການພັດທະນາຂອງ ແຕ່ລະປະເທດ ຈຶ່ງມີຄວາມຕິດພັນ ກັນຢ່າງສະໜິດແໜ້ນກັບສະຖຽນ ລະພາບ ແລະ ການພັດທະນາຂອງ ອີກປະເທດໜຶ່ງຫລາຍຂຶ້ນ. ທັງສອງ ຝ່າຍບໍ່ພຽງແຕ່ປະສານສົມທົບກັນ ເພື່ອແກ້ໄຂບັນຫາສະເພາະໜ້າເທົ່າ ນັ້ນ, ແຕ່ຍັງເພີ່ມທະວີການແລກ ປ່ຽນແລະການປະສານງານໃນການ ກຳນົດແລະດຳເນີນແນວທາງການ ພັດທະນາໄລຍະຍາວ, ໂດຍສະເພາະ ແມ່ນໃນຂົງເຂດທີ່ມີຜົນກະທົບເຊິ່ງ ກັນ ແລະ ກັນທາງຍຸດທະສາດ. ໃນປີ 2026, ການນຳຂອງ ສອງປະເທດຍັງໃຫ້ຄວາມສຳຄັນ ເປັນພິເສດຕໍ່ການຫັນເອົາເນື້ອໃນ ຈິດໃຈຂອງຫຸ້ນສ່ວນຍຸດທະສາດ ມາເປັນຮູບປະທຳຕົວຈິງ ຜ່ານການ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນ ສູງ ແລະ ແຜນການຮ່ວມມື ໄລຍະປີ 2026-2030, ການເພີ່ມທະວີການ ປະສານງານຍຸດທະສາດລະຫວ່າງ ສອງພັກ, ສອງລັດ ຕະຫລອດຮອດ ການຊຸກຍູ້ການເຊື່ອມຈອດລະຫວ່າງ ສອງພື້ນຖານເສດຖະກິດ ແລະ ພື້ນ ທີ່ການພັດທະນາຂອງສອງປະເທດ. ໃນສະພາບແວດລ້ອມດັ່ງກ່າວ, ການເຊື່ອມຈອດ ພື້ນຖານໂຄງລ່າງ ດ້ານຄົມມະນາຄົມຂົນສົ່ງ ແລະ ໂລ ຈິສຕິກ ແມ່ນມີຄວາມໝາຍສຳຄັນ ເປັນພິເສດ. ການຍົກລະດັບ ແລະ ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງ ລາວ ກັບ ຫວຽດນາມ ແລະ ບັນດາ ທ່າເຮືອຂອງຫວຽດນາມ ບໍ່ພຽງ ແຕ່ຊ່ວຍອຳນວຍຄວາມສະດວກ ໃຫ້ແກ່ການຄ້າສອງຝ່າຍເທົ່ານັ້ນ, ແຕ່ຍັງຊ່ວຍເປີດເສັ້ນທາງອອກສູ່ ທະເລໃຫ້ແກ່ລາວໄດ້ຫລາຍຂຶ້ນ, ສະໜັບສະໜູນເປົ້າໝາຍການຫັນ ປ່ຽນຈາກປະເທດທີ່ບໍ່ມີຊາຍແດນ ຕິດກັບທະເລ ໄປສູ່ປະເທດເຊື່ອມ ໂຍງ-ເຊື່ອມຈອດໃນພາກພື້ນ. ສຳ ລັບຫວຽດນາມ, ການເຊື່ອມຈອດ ດັ່ງກ່າວຍັງຊ່ວຍເປີດກວ້າງພື້ນທີ່ ເສດຖະກິດໄປສູ່ທິດຕາເວັນຕົກ ແລະ ເພີ່ມທະວີຄວາມສາມາດໃນ ການເຊື່ອມຕໍ່ກັບລາວ, ໄທແລະ ບັນ ດາແລວເສດຖະກິດເທິງແຫລມອິນ ດູຈີນ. ດັ່ງນັ້ນ, ຫຸ້ນສ່ວນຍຸດທະສາດ ຈຶ່ງຕ້ອງໄດ້ຮັບການສະແດງອອກ ຢ່າງເປັນຮູບປະທຳຜ່ານບັນດາ ໂຄງການແລະ ຜົນປະໂຫຍດຕົວຈິງ ນັບແຕ່ການຄົມມະນາຄົມ, ໂລຈິສ ຕິກ,ພະລັງງານ,ການຄ້າແລະການ ລົງທຶນ ໄປຈົນຮອດການຫັນເປັນ ດີຈິຕອນ, ການພັດທະນາຊັບພະຍາ ກອນມະນຸດ ແລະ ການປະສານສົມ ທົບເພື່ອຮັບມືກັບບັນຫາຄວາມໝັ້ນ ຄົງຂ້າມຊາຍແດນ. ປະສິດທິຜົນ ຂອງສາຍພົວພັນໃນໄລຍະໃໝ່ນີ້ ຈະ ຂຶ້ນຢູ່ກັບຄວາມສາມາດໃນການຫັນ ເອົາຂໍ້ຕົກລົງທາງດ້ານການເມືອງ ຂັ້ນສູງ ໃຫ້ກາຍເປັນໝາກຜົນຕົວ ຈິງຕໍ່ພື້ນຖານເສດຖະກິດແລະ ຊີວິດ ການເປັນຢູ່ຂອງປະຊາຊົນສອງ ຊາດ.
RkJQdWJsaXNoZXIy MTc3MTYxMQ==