ກະຊວງ ປກສ ສະເໜີເຫດຜົນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວມຄຸມການນຳໃຊ້

06/10/2026 09:55
ຂປລ ໄລຍະຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕ້ັງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງຕ້ັງໜ້າ ຊ່ຶງເຈົ້າໜ້າທ່ີສາມາດແກ້ໄຂຄະດີຢາເສບຕິດໄດ້ຢ່າງຫລວງຫລາຍ ແລະ ຢຶດວັດຖຸ-ຂອງກາງຄະດີເປັນຢາເສບຕິດປະເພດຕ່າງໆ, ວັດຖຸອຸປະ ກອນ ແລະ ພາຫະນະໄດ້ ເປັນຈໍານວນຫລາຍ.

     ຂປລ. ແຕ່ເຖິງຢ່າງໃດກໍຕາມສະພາບປະກົດການຫຍໍ້ທ້ໍ ທີ່ເກີດຂຶ້ນໃນສັງຄົມຍັງມີປະເພດຢາເສບຕິດທີ່ມີລັກສະນະຫລາຍຊະນິດ, ຫລາຍຮູບແບບ, ຫລາຍສີສັນຍັງສືບຕໍ່ເກີດຂຶ້ນ ແລະ ຍັງບໍ່ທັນໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ. ສະນັ້ນ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຜັນຂະຫຍາຍ ຂໍ້ 1 ແລະ ຂໍ້ 2 ມາດຕາ 2 ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ ສະບັບ ປີ 2021 ມາເປັນມະຕິຂອງສະພາແຫ່ງຊາດ ກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວບຄຸມການນໍາໃຊ້ໃຫ້ເປັນອັນລະອຽດ ເພື່ອເປັນບ່ອນອີງໃຫ້ເຈົ້າໜ້າທີ່ໃນການນຳເອົາຜູ້ກະທຳຜິດມາລົງໂທດຕາມກົດໝາຍ, ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພຈາກສິ່ງເສບຕິດ.

     ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານກ່ຽວກັບເຫດຜົນ ແລະ ຄວາມຈຳເປັນໃນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວບຄຸມການນຳໃຊ້ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ 2026 ວ່າ: ການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວບຄຸມການນໍາໃຊ້ແມ່ນການປະຕິບັດຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ສືບຕໍ່ຈັດຕັ້ງປະຕິບັດແຜນງານແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອຄວບຄຸມ, ປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃນສັງຄົມໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວແນໃສ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ ແລະ ສັງຄົມຂອງຊາດ. 

     ໃນໄລຍະຜ່ານມາ, ລັດຖະບານໄດ້ອອກຂໍ້ຕົກລົງວ່າດ້ວຍບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນຳໃຊ້ ສະບັບເລກທີ 87/ນຍ, ລົງວັນທີ 29 ກໍລະກົດ 2026 ສະພາບການຈັດຕ້ັງປະຕິບັດແມ່ນພົບຄວາມຫຍຸ້ງຍາກ ແລະ ບໍ່ທັນມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ, ຕິດພັນບັນຫາທາງອາຍາ, ຕິດພັນກັບຫລາຍຂະແໜງການທຸກພາກສ່ວນໃນສັງຄົມ. ສະນັ້ນ, ຈຶ່ງໄດ້ປຶກສາຫາລືຮ່ວມກັນກັບຫລາຍພາກສ່ວນຮ່ວມກັນປະຕິບັດ ແລະ ແກ້ໄຂ, ໃນນັ້ນ ໄດ້ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການໄອຍະການປະຊາຊົນສູງສຸດ ນຳເອົາບັນຊີຢາເສບຕິດ ທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວບຄຸມການນໍາໃຊ້ຕາມຂໍ້ຕົກລົງສະບັບເລກທີ 87/ ນຍ, ລົງວັນທີ 29 ກໍລະກົດ 2026 ສະເໜີຄະນະສະພາແຫ່ງຊາດພິຈາລະນາອອກມະຕິຮັບຮອງ. ສະນັ້ນ, ໃນການຍົກລະດັບນິຕິກຳຂັ້ນລັດຖະບານມາເປັນມະຕິກອງປະຊຸມສະພາແຫ່ງຊາດ ຈຶ່ງມີຄວາມສຳຄັນແນໃສ່ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດໃຫ້ມີຄວາມສັກສິດສູງຂຶ້ນ, ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ.

   ຂ່າວ: ກິດຕາ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top