ມຽນມາ ເລີ່ມແຈກຢາຍໄຟຟ້າ ແບບສະຫລັບ ສ້າງຄວາມສົມດຸນ

07/10/2026 19:29
ຂປລ ກະຊວງ ໄຟຟ້າ ແລະ ພະລັງງານ ຂອງ ມຽນມາ ໄດ້ລາຍງານ ກ່ຽວກັບ ການເລີ່ມຕົ້ນ ແຈກຢາຍ ກະແສໄຟຟ້າ ແບບສະຫລັບ ເພື່ອສ້າງ ຄວາມສົມດຸນ ລະຫວ່າງປະລິມານ ການບໍລິໂພກກັບ ກຳລັງ ການຜະລິດ ທີ່ມີຢູ່ ນັບແຕ່ ວັນທີ 5 ຕຸລານີ້ ເປັນຕົ້ນໄປ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ກະຊວງ ໄຟຟ້າ ແລະ ພະລັງງານ ຂອງ ມຽນມາ ໄດ້ລາຍງານ ກ່ຽວກັບ ການເລີ່ມຕົ້ນ ແຈກຢາຍ ກະແສໄຟຟ້າ ແບບສະຫລັບ ເພື່ອສ້າງ ຄວາມສົມດຸນ ລະຫວ່າງປະລິມານ ການບໍລິໂພກກັບ ກຳລັງ ການຜະລິດ ທີ່ມີຢູ່ ນັບແຕ່ ວັນທີ 5 ຕຸລານີ້ ເປັນຕົ້ນໄປ, ທ່າມກາງ ຄວາມຕ້ອງການ ໃຊ້ໄຟຟ້າ ທີ່ເພີ່ມສູງຂຶ້ນ ກ່ອນທີ່ຈະກ້າວເຂົ້າ ໄປສູ່ລະດູແລ້ງ.

ໂດຍອຸນຫະພູມອາກາດ ທົ່ວປະເທດ ມຽນມາ ໄດ້ເພີ່ມສູງຂຶ້ນ ຢ່າງມີໄນ ສຳຄັນ ເຊິ່ງເປັນ ຜົນມາຈາກ ປະກົດການເອລນີໂຢ (El Niño) ທີ່ຮຸນແຮງ ສົ່ງຜົນໃຫ້ ປະລິມານ ການໃຊ້ ແລະ ຄວາມຕ້ອງການ ໄຟຟ້າ ເພີ່ມສູງຂຶ້ນ ຈົນອາດ ຈະກໍ່ໃຫ້ເກີດ ຄວາມບໍ່ສົມດຸນ ລະຫວ່າງ ການຜະລິດ ແລະ ການບໍລິໂພກ ຊຶ່ງອາດຈະເຮັດໃຫ້ ໂຮງງານ ໄຟຟ້າ ຕ້ອງຢຸດການນຳໃຊ້ ງານກະທັນຫັນ ຫລື ເກີດເຫດ ຂັດຂ້ອງ ໃນໂຄງຂ່າຍສາຍສົ່ງຫລັກ ແລະ ອາດຈະນຳໄປສູ່ ວິກິດການລະບົບ ໄຟຟ້າລົ້ມເຫລວ ທົ່ວປະເທດໄດ້./

 

KPL

ຂ່າວອື່ນໆ

ads
ads

Top