ຂປລ
ທ່ານ ເຄທີ ໂຮຄູລ (Kathy Hochul) ຜູ້ວ່າການ ລັດນິວຢອກ ຂອງ ສ. ອາເມລິກາ ໄດ້ປະກາດ ພາວະສຸກເສີນ ດ້ານໄພພິບັດ ທົ່ວທັງລັດ (State Disaster Emergency) ເມື່ອວັນທີ 5 ຕຸລາ, ເນື່ອງຈາກ ການແຜ່ລະບາດ ຂອງ ພະຍາດໝາກແດງ (ພະຍາດຫັດ)
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ເຄທີ ໂຮຄູລ (Kathy Hochul) ຜູ້ວ່າການ ລັດນິວຢອກ ຂອງ ສ. ອາເມລິກາ ໄດ້ປະກາດ ພາວະສຸກເສີນ ດ້ານໄພພິບັດ ທົ່ວທັງລັດ (State Disaster Emergency) ເມື່ອວັນທີ 5 ຕຸລາ, ເນື່ອງຈາກ ການແຜ່ລະບາດ ຂອງ ພະຍາດໝາກແດງ (ພະຍາດຫັດ) ເຊິ່ງຖືເປັນ ການປະກາດ ພາວະສຸກເສີນ ດັ່ງກ່າວ ໃນລະດັບລັດ ເປັນຄັ້ງທຳອິດ ຂອງ ສ.ອາເມລິກາ ຫລັງຈາກ ຈຳນວນ ຜູ້ຕິດເຊື້ອ ເລີ່ມເພີ່ມຂຶ້ນ ຢ່າງວ່ອງໄວ ໃນປີ 2025.
ຄຳສັ່ງ ຝ່າຍບໍລິຫານ ລະບຸວ່າ, ມີການ ລາຍງານ ກວດພົບ ຄົນເຈັບ ພະຍາດຫັດ ໃນກຸ່ມ ຜູ້ທີ່ອາໄສ ຢູ່ລັດນິວຢອກ ຈຳນວນ 108 ຄົນ ນັບຕັ້ງແຕ່ ຕົ້ນປີ 2026 ຈົນເຖິງ ວັນທີ 3 ຕຸລາ ທີ່ຜ່ານມາ. ໃນນັ້ນ ມີຜູ້ຕິດເຊື້ອ ທີ່ໄດ້ຮັບການລາຍງານ ຕັ້ງແຕ່ ວັນທີ 15 ກໍລະກົດ ເຖິງ 92 ຄົນ, ເຊິ່ງສ່ວນໃຫຍ່ ແຈກຢາຍ ຢູ່ໃນເຂດຊົນນະບົດ ທີ່ມີ ອັດຕາການ ໄດ້ຮັບວັກຊີນຕໍ່າ ໃນ 18 ເຂດ.
ການລະບາດ ໃນຄັ້ງນີ້ ເກີດຂຶ້ນ ໃນຂະນະທີ່ ຈຳນວນ ຜູ້ຕິດເຊື້ອ ພະຍາດຫັດ ເພີ່ມສູງຂຶ້ນ ໃນເຂດຊົນນະບົດ ຂອງ ນິວຢອກ ແລະ ລັດໃກ້ຄຽງ. ໂດຍກະຊວງ ສາທາລະນະສຸກ ແຫ່ງລັດເພນຊິວເວເນຍ ໄດ້ຢືນຢັນວ່າ ກວດພົບຜູ້ຕິດເຊື້ອພະຍາດຫັດແລ້ວ 1.004 ຄົນ ໃນ 39 ເຂດທົ່ວລັດ ໃນປີ 2026 ໂດຍມີ ຜູ້ເສຍຊີວິດ ທີ່ກ່ຽວຂ້ອງກັບ ພະຍາດຫັດແລ້ວ 5 ຄົນ./
KPL