ຂປລ
ກອງປະຊຸມ ການບິນອະວະກາດ ສາກົນ ຄັ້ງທີ 77 ໄດ້ໄຂຂຶ້ນ ຢູ່ນະຄອນອັນຕັນຢາ ປະເທດຕູຣາເຄຍ ລະຫວ່າງ ວັນທີ 5ຫາ10 ຕຸລານີ້ ໂດຍມີ ຜູ້ເຂົ້າຮ່ວມ 10.000 ກວ່າຄົນ ທີ່ມາຈາກ 100 ກວ່າປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມ ການບິນອະວະກາດ ສາກົນ ຄັ້ງທີ 77 ໄດ້ໄຂຂຶ້ນ ຢູ່ນະຄອນອັນຕັນຢາ ປະເທດຕູຣາເຄຍ ລະຫວ່າງ ວັນທີ 5ຫາ10 ຕຸລານີ້ ໂດຍມີ ຜູ້ເຂົ້າຮ່ວມ 10.000 ກວ່າຄົນ ທີ່ມາຈາກ 100 ກວ່າປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ. ບັນດາຝ່າຍທີ່ເຂົ້າ ຮ່ວມກອງປະຊຸມຄັ້ງນີ້ ຈະແລກປ່ຽນ ຄວາມເຫັນ ໂດຍສຸມໃສ່ຫົວຂໍ້ຫລັກ “ໂລກ ຕ້ອງການການຄົ້ນຄວ້າ ອະວະກາດ ຫລາຍກວ່າເກົ່າ” ແລະ ປິ່ນອ້ອມ ຫົວຂໍ້ຍ່ອຍຕ່າງໆ ເຊັ່ນ: ເຕັກໂນໂລຊີໃໝ່ ດ້ານການບິນອະວະກາດ, ໜ້າທີ່ດ້ານອະວະກາດ ໃນອະນາຄົດ, ການຮ່ວມມືດ້ານອຸດສາຫະກຳການບິນອະວະກາດທົ່ວໂລກ ແລະ ອື່ນໆ.ໃນໄລຍະ ຈັດກອງປະຊຸມ, ທ່ານ ຢາງລີ້ເຫວີຍ ນັກບິນອະວະກາດ ຜູ້ທຳອິດຂອງ ສປ ຈີນ ທີ່ເຂົ້າສູ່ອະວະກາດ, ຮອງຜູ້ອອກແບບໃຫຍ່ ໂຄງການການບິນອະວະກາດ ບັນທຸກຄົນຂອງ ສປ ຈີນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ວິທະຍຸໂທລະພາບ ສູນກາງຈີນ ຫລື CMG ວ່າ: ສະຖານີ ອະວະກາດຈີນ ຈະກາຍເປັນ ເວທີທົດລອງ ທີ່ເປີດປະຕູສູ່ນັກວິທະຍາສາດ ທົ່ວໂລກ. ຈີນຫວັງວ່າຈະຕັ້ງໜ້າ ດຳເນີນການແລກປ່ຽນກັບ ບັນດາປະເທດ ແລະ ສະແຫວງຫາ ການຮ່ວມມື./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL