ນາຍົກລັດຖະມົນຕີ ຕ້ອນຮັບທູດຫວຽດນາມ ປະຈຳລາວ

07/10/2026 08:46
ຂປລ ໃນວັນທີ 5 ຕຸລາ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ທີ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ເຂົ້າອວຍພອນໃນໂອກາດ ທີ່ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່.

     ຂປລ. ທ່ານ ຫງວຽນ ມິງ ເຕິມ  ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບຄວາມເຊື່ອໝ້ັນ ແລະ ໄວ້ວາງໃຈຈາກສູນກາງພັກ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X ຊຶ່ງເຊື່ອໝັ້ນວ່າດ້ວຍຄວາມສາມາດ ແລະ ປະສົບການຂອງທ່ານ ສະເຫລີມໄຊ ກົມມະສິດ ຈະສາມາດນຳພາລັດຖະບານ ແລະ ປະຊາຊົນລາວປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ, ຍົກລະດັບຊື່ສຽງ ແລະ ບົດບາດຂອງ ສປປ ລາວ ໃຫ້ສູງເດ່ັນຂ້ຶນໃເວທີພາກພື້ນ ແລະ ສາກົນ. ພິເສດແມ່ນການສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍ່ິງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ຫວຽດນາມ-ລາວ ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ.

    ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນໄປຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍໄດ້ຄຽງບ່າຄຽງໄຫລ່, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ ສປປ ລາວ ດ້ວຍດີຕະຫລອດມາ, ພ້ອມທັງສະແດງຄວາມໝາຍໝັ້ນສືບຕໍ່ເຮັດວຽກ ຢ່າງໃກ້ຊິດກັບທຸກພາກສ່ວນທ່ີ ກ່ຽວຂ້ອງເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ- ລາວ ໃຫ້ນັບມື້ນັບຈະເລີນງອກງາມ ແລະ ແຕກດອກອອກຜົນຍ່ິງຂ້ຶນ ເພ່ືອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະ

ຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ.

         ພາບ: ທະນູທອງ

                                          
KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວ

      10/7/2026 9:06:54 AM

      ໃນຕອນບ່າຍວັນທີ 6 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ີໄດ້ຕາງໜ້າໃຫ້ທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ລາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

    • ຄອສພ ເຜີຍແຜ່ເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງການເມືອງ

      ຄອສພ ເຜີຍແຜ່ເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

      10/7/2026 8:57:34 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊ່ືອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມ ຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງໃຫ້ພະນັກງານຫລັກແຫລ່ງທີ່ຂຶ້ນກັບ ຄອສພ ໃນວັນທີ 6 ຕຸລາ 2026.

    • ຫ້ອງວ່າການສູນກາງພັກ ເຜີຍແຜ່ເຊື່ອມຊຶມ 2 ເອກະສານການເມືອງ

      ຫ້ອງວ່າການສູນກາງພັກ ເຜີຍແຜ່ເຊື່ອມຊຶມ 2 ເອກະສານ

      10/6/2026 10:00:36 AM

      ຫ້ອງວ່າການສູນກາງພັກ ຈັດເຜີຍແຜ່ເຊື່ອມຊຶມເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 67/ຄບສພ, ລົງວັນທີ 20 ສິງຫາ 2026 ວ່າດ້ວຍການເພ່ີມທະວີການສະກັດກ້ັນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ; ເອກະສານການແກ້ໄຂຄໍາຮ້ອງຟ້ອງ ແລະ ຄໍາສະເໜີໃຫ້ພະນັກງານ-ລັດຖະກອນ ໃນຕອນເຊົ້າວັນທີ 5 ຕຸລາ 2026.

    • ກະຊວງ ປກສ ສະເໜີເຫດຜົນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວມຄຸມການນຳໃຊ້ການເມືອງ

      ກະຊວງ ປກສ ສະເໜີເຫດຜົນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວມຄຸມການນຳໃຊ້

      10/6/2026 9:55:33 AM

      ໄລຍະຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕ້ັງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງຕ້ັງໜ້າ ຊ່ຶງເຈົ້າໜ້າທ່ີສາມາດແກ້ໄຂຄະດີຢາເສບຕິດໄດ້ຢ່າງຫລວງຫລາຍ ແລະ ຢຶດວັດຖຸ-ຂອງກາງຄະດີເປັນຢາເສບຕິດປະເພດຕ່າງໆ, ວັດຖຸອຸປະ ກອນ ແລະ ພາຫະນະໄດ້ ເປັນຈໍານວນຫລາຍ.

    • ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວຂະຫຍາຍຕົວໃນລະດັບ 4,8%ການເມືອງ

      ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວຂະຫຍາຍຕົວໃນລະດັບ 4,8%

      10/6/2026 9:48:03 AM

      ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທ່ີຍັງສືບຕ່ໍເຄ່ັງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນ ກາງພັກ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນນະຄອນຫລວງ ວຽງຈັນ, ແຂວງ ແລະ ການບໍລິຫານດ້ວຍຄວາມຕັ້ງໜ້າຂອງ ລັດຖະບານເຮັດໃຫ້ເສດຖະກິດ- ສັງຄົມຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບ 4,8% ທຽບໃສ່ໄລຍະດຽວຂອງປີຜ່ານມາຂະຫຍາຍຕົວໃນລະດັບ 4,6%.

ads
ads

Top