ຂປລ
ເຂດຮົງກົງ ຂອງຈີນ ໄດ່ນຳເຂົ້າຄຳ ຈາກ ຣັດເຊຍ ເພີ່ມຂຶ້ນ ຢ່າງກ້າວກະໂດດ ໃນປີນີ້, ຫລັງຈາກ ມາດຕະການ ຂວໍ້າບາດ ຈາກ ປະເທດ ຕາເວັນຕົກ ໄດ້ບັງຄັບໃຫ້ ຣັດເຊຍ ຕ້ອງປ່ຽນ ເສັ້ນທາງການສົ່ງອອກຄຳ ຈາກເດີມ ທີ່ເຄີຍ ມຸ່ງໜ້າສູ່ ລອນດອນ
ຂປລ.ສຳນັກຂ້່ວ ອິນໂຟເຄວສ: ເຂດຮົງກົງ ຂອງຈີນ ໄດ່ນຳເຂົ້າຄຳ ຈາກ ຣັດເຊຍ ເພີ່ມຂຶ້ນ ຢ່າງກ້າວກະໂດດ ໃນປີນີ້, ຫລັງຈາກ ມາດຕະການ ຂວໍ້າບາດ ຈາກ ປະເທດ ຕາເວັນຕົກ ໄດ້ບັງຄັບໃຫ້ ຣັດເຊຍ ຕ້ອງປ່ຽນ ເສັ້ນທາງການສົ່ງອອກຄຳ ຈາກເດີມ ທີ່ເຄີຍ ມຸ່ງໜ້າສູ່ ລອນດອນ ໃຫ້ຫັນມາສູ່ຈີນ ແລະ ຕະຫລາດອື່ນໆ ໃນອາຊີຫລາຍຂຶ້ນ.
ຂໍ້ມູນຈາກ ບູລລຽນວໍລ໌ທ (BullionVault) ເຊິ່ງເປັນ ບໍລິສັດ ດ້ານການລົງທຶນ ໂລຫະມີຄ່າ ລະບຸວ່າ: ເຂດຮົງກົງ ຂອງ ຈີນ ໄດ້ນຳເຂົ້າຄຳ ຈາກ ຣັດເຊຍ ສູງເຖິງ 112.7 ໂຕນ ໃນໄລຍະ 7 ເດືອນທຳອິດ ຂອງ ປີ 2026, ສູງກວ່າຕົວເລກສະຖິຕິ ໝົດປີ 2025 ທີ່ຢູ່ໃນລະດັບ 92,1 ໂຕນ ແລະ ເພີ່ມຂຶ້ນ ຢ່າງມະຫາສານ ຈາກເບື້ອງຕົ້ນ ທີ່ມີພຽງແຕ່ 3,3 ໂຕນໃນປີ 2021 ກ່ອນທີ່ຈະເກີດ ສົງຄາມ ອູແກຣນ.
ປັດຈຸບັນ, ຄຳ ຈາກ ຣັດເຊຍ ກວມເອົາເກືອບ 15% ຂອງ ການນຳເຂົ້າຄຳ ທີ່ບໍ່ແມ່ນທຶນ ສຳຮອງ ທັງໝົດຂອງເຂດຮົງກົງໃນໄລຍະ 7 ເດືອນທຳອິດ ຂອງ ປີນີ້, ເພີ່ມຂຶ້ນ ຈາກ 0,6% ໃນປີ 2021 ກ່ອນທີ່ຈະເກີດສົງຄາມອູແກຣນ.
KPL