ທະນາຄານກາງ ອິຕາລີ-ເຢຍລະມັນ ເປີດເຜີຍ ຄຳຍັງຄົງເປັນທຶນສຳຮອງຫລັກ

07/10/2026 19:29
ຂປລ ເຈົ້າໜ້າທີ່ ລະດັບສູງ ຈາກທະນາຄານກາງ ອິຕາລີ ແລະ ເຢຍລະມັນ ໃຫ້ລະບຸວ່າ: ຄໍາ ຍັງຄົງເປັນຊັບສິນ ສຳຮອງ ທາງຍຸດທະສາດ ເນື່ອງຈາກ ຄວາມກັງວົນ ກ່ຽວກັບ ໜີ້ສາທາລະນະຂອງລັດຖະບານ ທີ່ເພີ່ມສູງຂຶ້ນ

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເຈົ້າໜ້າທີ່ ລະດັບສູງ ຈາກທະນາຄານກາງ ອິຕາລີ ແລະ ເຢຍລະມັນ ໃຫ້ລະບຸວ່າ: ຄໍາ ຍັງຄົງເປັນຊັບສິນ ສຳຮອງ ທາງຍຸດທະສາດ ເນື່ອງຈາກ ຄວາມກັງວົນ ກ່ຽວກັບ ໜີ້ສາທາລະນະຂອງລັດຖະບານ ທີ່ເພີ່ມສູງຂຶ້ນ ແລະ ຄວາມບໍ່ແນ່ນອນ ທາງດ້ານພູມສາດ ການເມືອງ, ເຊິ່ງເປັນ ປັດໄຈ ຊຸກຍູ້ຄວາມຕ້ອງການ ຖືຄອງຄຳ ໃນຖານະ ຊັບສິນປອດໄພ ເພື່ອຫລີກລ່ຽງ ຄວາມສ່ຽງ, ເຖິງແມ່ນວ່າ ອັດຕາ ຜົນຕອບແທນພັນທະບັດ ຈະເພີ່ມສູງຂຶ້ນ ໃນປີນີ້.

ໃນຂະນະທີ່ ການເພີ່ມຂຶ້ນ ຂອງ ອັດຕາຜົນຕອບແທນ ພັນທະບັດ ຈະເພີ່ມຕົ້ນທຶນ ຄ່າເສຍໂອກາດ ໃນການຖືຄອງຄຳ ເນື່ອງຈາກ ຄຳເປັນຊັບສິນ ທີ່ບໍ່ມີຜົນ ຕອບແທນ ໃນຮູບແບບດອກເບ້ຍ.

ເຊີຈິໂອ ນິໂຄເລຕິ ອັລຕິມາຣິ (Sergio Nicoletti Altimari) ຮອງຜູ້ວ່າການ ທະນາຄານກາງ ອິຕາລີ ໄດ້ກ່າວໃນກອງປະຊຸມ ປະຈຳປີ ຂອງ ສະມາຄົມ ຕະຫລາດຄຳ ແຫ່ງລອນດອນ (LBMA) ທີ່ເມືອງຊໍເຣນໂຕ ປະເທດ ອິຕາລີ ໃນວັນທີ 5 ຕຸລາວ່າ: ຄຳ ແມ່ນຊັບສິນທີ່ປອດໄພ ເຊິ່ງໄດ້ຮັບ ການພິສູດແລ້ວ ຈາກ ຜົນງານ ໃນໄລຍະທີ່ຜ່ານມາ ແລະ ໃນວິກິດການ ຮູບແບບຕ່າງໆ ຊຶ່ງ ບົດບາດນີ້ ມີຄວາມສຳຄັນ ຢ່າງຍິ່ງ ໃນປັດຈຸບັນ ທ່າມກາງ ສະພາບແວດລ້ອມ ທີ່ມີ ຄວາມສ່ຽງ ທາງດ້ານພູມສາດ ການເມືອງສູງ ແລະ ຄວາມກັງວົນ ກ່ຽວກັບ ການແຕກແຍກ ກຸ່ມທາງເສດຖະກິດ./

KPL

ຂ່າວອື່ນໆ

ads
ads

Top