ອາຊີ-ໂປຕາສ ສາກົນ ເປີດໂຄງການພັດທະນາ ກະສິກຳທັນສະໄໝ ​ແຫ່ງ​ທຳ​ອິດ ຢູ່ຈຳປາສັກ

15/08/2023 13:49
Email Print 14558
ຂປລ ຂປລ. ໃນຕອນເຊົ້າວັນທີ 10 ສິງຫາ 2023 ຜ່ານ​ມາ, ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ຈັດພິທີເປີດປ້າຍໂຄງການກະສິກຳທັນສະໄໝ ທີ່ເມືອງໂຂງ ແຂວງຈໍາປາສັກ ສປປ ລາວ, ເປັນໂຄງການຮ່ວມມືພັດທະນາກະສິກຳ ເພື່ອປູກເຂົ້າຫລາຍລະດູ ແຫ່ງທຳອິດ ທີ່ຈັດຂຶ້ນຢູ່ ສປປ ລາວ ໂດຍ ບໍລິສັດອາຊີ-ໂປຕາສ ສາກົນ ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ທ່ານ ນາງ ຄຳພູ ລິດທິສັກເຈົ້າເມືອງໂຂງ, ມີ ທ່ານ Tong Yongheng ຮອງອຳນວຍການໃຫຍ່ ບໍລິສັດອາຊີ-ໂປຕາສ ສາກົນ,ອຳນວຍການໃຫຍ່ ບໍລິສັດຊີໂນ-ອາກຣີໂປຕາສ, ພ້ອມດ້ວຍຮອງອຳນວຍການໃຫຍ່ ທ່ານ Zong Guofu, ທ່ານ Ai Yongjun, ມີ ທ່ານ Han Xiaohui ຫົວໜ້າຝ່າຍການເງິນ, ທ່ານ Liu Feilong ຫົວໜ້າຝ່າຍບໍລິຫານ, ມີຜູ້ຕາງໜ້າບໍລິສັດຄູ່ຮ່ວມໂຄງການ, ຕາງໜ້າຄະນະປົກຄອງບ້ານ ແລະ ປະຊາຊົນໃນທ້ອງຖິ່ນ, ສື່ມວນຊົນລາວ ​​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້ຮ່ວມທັງໝົດ 200 ກວ່າຄົນ.


ຂປລ. ໃນຕອນເຊົ້າວັນທີ 10 ສິງຫາ 2023 ຜ່ານ​ມາ, ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ຈັດພິທີເປີດປ້າຍໂຄງການກະສິກຳທັນສະໄໝ ທີ່ເມືອງໂຂງ ແຂວງຈໍາປາສັກ ສປປ ລາວ, ເປັນໂຄງການຮ່ວມມືພັດທະນາກະສິກຳ ເພື່ອປູກເຂົ້າຫລາຍລະດູ ແຫ່ງທຳອິດ ທີ່ຈັດຂຶ້ນຢູ່ ສປປ ລາວ ໂດຍ ບໍລິສັດອາຊີ-ໂປຕາສ ສາກົນ ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ທ່ານ ນາງ ຄຳພູ ລິດທິສັກເຈົ້າເມືອງໂຂງ, ມີ ທ່ານ Tong Yongheng ຮອງອຳນວຍການໃຫຍ່ ບໍລິສັດອາຊີ-ໂປຕາສ ສາກົນ,ອຳນວຍການໃຫຍ່ ບໍລິສັດຊີໂນ-ອາກຣີໂປຕາສ, ພ້ອມດ້ວຍຮອງອຳນວຍການໃຫຍ່ ທ່ານ Zong Guofu, ທ່ານ Ai Yongjun, ມີ ທ່ານ Han Xiaohui ຫົວໜ້າຝ່າຍການເງິນ, ທ່ານ Liu Feilong ຫົວໜ້າຝ່າຍບໍລິຫານ, ມີຜູ້ຕາງໜ້າບໍລິສັດຄູ່ຮ່ວມໂຄງການ, ຕາງໜ້າຄະນະປົກຄອງບ້ານ ແລະ ປະຊາຊົນໃນທ້ອງຖິ່ນ,  ສື່ມວນຊົນລາວ ​​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້ຮ່ວມທັງໝົດ 200 ກວ່າຄົນ.

ສວນສາທິດປູກເຂົ້ານາຫລາຍລະດູ ແຫ່ງທຳອິດ ທີ່ແຂວງຈຳປາສັກ ຂອງບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ເລີ່ມຕົ້ນຢ່າງເປັນທາງການ, ເປັນການລົງມືປະຕິບັດ ແລະ ມີຄວາມຄືບໜ້າຢ່າງວ່ອງໄວຕໍ່ຜົນຂອງກອງປະຊຸມສົ່ງເສີມການລົງທຶນຢູ່ຕ່າງປະເທດຄັ້ງທຳອິດ ຂອງລັດຖະບານລາວ ທີ່ຈັດຂຶ້ນຢູ່ນະ ຄອນກວາງໂຈວ ສປ ຈີນ ໃນເດືອນກໍລະກົດ ຜ່ານມາ.  ແຂວງຈໍາປາສັກ ບໍ່ພຽງແຕ່ມີຊັບພະຍາກອນທີ່ອຸດົມສົມບູນ, ຍັງມີສະພາບແວດລ້ອມທີ່ດີຕໍ່ການດຳເນີນທຸລະກິດ, ໄດ້ໃຫ້ການສະໜັບສະໜູນດ້ານຄ່າເຊົ່າທີ່ດິນ, ການກໍ່ສ້າງສູນເກັບມ້ຽນເຂົ້າ ແລະ ສະຖານທີ່ຕາກແຫ້ງ, ກໍ່ສ້າງບ່ອນປຸງແຕ່ງຜະລິດຕະພັນກະເສດ ແລະ ເວທີການຄ້າ, ຕະຫລອດເຖິງການປັບແປງຊົນລະປະທານ ໂດຍເລີ່ມຕົ້ນຈາກໂຄງການປູກເຂົ້າຫລາຍລະດູ ຢູ່ດອນໂຂງ, ອາຊີ-ໂປຕາສ ສາກົນ ຈະປະກອບສ່ວນເຂົ້າໃນການພັດທະນາກະສິ ກຳຂອງທ້ອງຖິ່ນໃຫ້ເປັນທັນສະໄໝ, ເປັນອັດສະລິຍະ, ເປັນຂະແໜງການ ແລະ ພັດທະນາດ້ານເສດ ຖະກິດ-ສັງຄົມຢ່າງຕັ້ງໜ້າກວ່າເກົ່າ.  ປັດຈຸບັນ, ມີແຜນການປູກເຂົ້າໃນເນື້ອທີ່ 110 ເຮັກຕາ ໂດຍຄຽງຄູ່ກັບການກໍ່ສ້າງສິ່ງອຳນວຍຄວາມສະດວກທາງຊົນລະປະທານໃຫ້ສຳເລັດ, ຈະສືບຕໍ່ຂະຫຍາຍເນື້ອທີ່ປູກໃຫ້ໄດ້ 1.200 ເຮັກຕາ, ໃນອະນາຄົດຈະຂະຫຍາຍເນື້ອທີ່ປູກເຂົ້າຫລາຍລະດູ ຢູ່ເມືອງໂຂງກາຍເປັນ3.500 ເຮັກຕາ ແລະ ໃນທີ່ສຸດຈະໃຫ້ບັນລຸການປູກເຂົ້າຫລາຍລະດູ ຢູ່ແຂວງຈຳປາສັກ ລວມເນື້ອທີ່10.000 ເຮັກຕາ.

ພາຍຫລັງໂຄງການດັ່ງກ່າວ ໄດ້ຮັບການປະຕິບັດແລ້ວ, ຈະລະດົມການພັດທະນາດ້ານເສດຖະ ກິດສັງຄົມຂອງທ້ອງຖິ່ນຢ່າງແຂງແຮງ, ບໍ່ພຽງແຕ່ຈະຂັບເຄື່ອນຊາວນາຫັນເປັນອຸດສາຫະກອນ ຍັງສາ ມາດເພີ່ມລາຍຮັບໃຫ້ກະສິກອນ. ບົນພື້ນຖານນີ້, ບໍລິສັດ ຍັງໄດ້ເອົາການຕະຫລາດເປັນເຂັມທິດ, ຂະ ຫຍາຍຕ່ອງໂສ້ອຸດສາຫະກຳປຸງແຕ່ງເຂົ້າ, ສ້າງຮູບແບບການພັດທະນາກະສິກຳແບບທັນສະໄໝ ທີ່ສາ ມາດຈຳລອງ ແລະ ສົ່ງເສີມໃນລາວໄດ້ເຊິ່ງໄດ້ເຊື່ອມໂຍງ ການປູກ+ການປຸງແຕ່ງ+ການຄ້າເປັນລະ ບົບດຽວ ໂດຍຜ່ານການພັດທະນາຂະແໜງການປູກເຂົ້າ ໃຫ້ເປັນໂຄງການທີ່ໃຫຍ່ ແລະ ເຂັ້ມແຂງ, ບັນລຸການປຸງແຕ່ງເຂົ້າຢ່າງເລິກເຊິ່ງ ແລ້ວສາມາດສົ່ງອອກຜະລິດຕະພັນກະສິກຳ, ສ້າງລາຍຮັບເງິນຕາຕ່າງປະເທດຫລາຍຂຶ້ນ ແລະ ຮັບປະກັນຄວາມປອດໄພດ້ານສະບຽງອາຫານຂອງໂລກ.

ທ່ານ Tong Yongheng ຮອງອຳນວຍການໃຫຍ່ຂອງບໍລິສັດ ອາຊີ-ໂປຕາສ ສາກົນ, ອຳນວຍການໃຫຍ່ຂອງບໍລິສັດຊີໂນ-ອາກຣີໂປຕາສ ໄດ້ກ່າວວ່າ: ບໍລິສັດ ອາຊີ-ໂປຕາສ ສາກົນ ສຸມແຮງໃສ່ການເປັນຜູ້ຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມ ຂອງລາວ ແລະ ເຮັດໃຫ້ດີສະເໝີ ເພື່ອເປັນຕົວແບບໃນການຫັນເປັນອຸດສາຫະກໍາ, ການຫັນເປັນຕົວເມືອງ ແລະ ດຶງດູດການລົງທຶນ; ຮັບບົດບາດເປັນເວທີທ່າແຮງ ແລະ ເຊື່ອມໂຍງເອົາທີມງານການປູກຝັງຊັ້ນນຳຂອງຈີນ ມາລົງທຶນຢູ່ລາວ ເພື່ອຮ່ວມມືໃນການດຳເນີນໂຄງການກະສິກຳທີ່ທັນສະໄໝ, ເພື່ອເຮັດໃຫ້ເຂົ້ານາຂອງລາວສາມາດປ່ຽນຈາກລະດູ ດຽວເປັນ 3 ລະດູ.  ປະເທດລາວ ມີທ່າແຮງບົ່ມຊ້ອນໃນການພັດທະນາກະສິກຳຢ່າງໃຫຍ່ຫລວງ ໂດຍຜ່ານເຕັກໂນໂລຊີ ແລະ ຮູບແບບທີ່ທັນສະໄໝ ດ້ານການປູກພືດກະສິກຳ ກະຕຸ້ນມູນຄ່າຊັບພະຍາກອນກະສິກຳຂອງລາວ, ຊຸກຍູ້ກະສິກຳຂອງລາວ ກ້າວໄປສູ່ຄວາມທັນສະໄໝ, ຫລາກ​ຫລາຍ, ເປັນການຕະ ຫລາດ ແລະ ເປັນສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລາວ ຢ່າງຕັ້ງໜ້າ.

ທ່ານ ນາງ ຄຳພູ ລິດທິສັກ ເຈົ້າເມືອງໂຂງ ໄດ້ສະ​ເໜີທ່າແຮງໃນການຮ່ວມມືພັດທະນາກະສິກຳຢູ່ດອນໂຂງວ່າ: ເມືອງໂຂງ ຕັ້ງຢູ່ພາກໃຕ້ສຸດຂອງແຂວງຈຳປາສັກປະເທດລາວ, ມີເງື່ອນໄຂສະດວກໃນດ້ານການປູກຝັງ, ມີຊັບພະຍາກອນທຳມະຊາດ, ມີເນື້ອທີ່ດິນອຸດົມສົມບູນ ແລະ ມີປະລິມານນ້ຳຝົນທີ່ພຽງພໍ. ການຮ່ວມມືລະຫວ່າງອຳນາດການປົກຄອງເມືອງໂຂງກັບ ບໍລິສັດອາຊີ-ໂປຕາສ ສາກົນ ເພື່ອສ້າງ "ໂຄງການພັດທະນາກະສິກຳທັນສະໄໝຢູ່ດອນໂຂງ", ໄດ້ນຳເຂົ້າແນວພັນເຂົ້າທີ່ມີຄຸນນະພາບສູງຈາກຈີນ, ປີໜຶ່ງສາມາດປູກໄດ້ 3 ລະດູ, ແຕ່ລະລະດູຈະຜະລິດໄດ້ 7 ໂຕນ/​ເຮັກຕາ ແລະ ປີໜຶ່ງຈະເກີນ 20 ໂຕນ/ເຮັກຕາ, ເຊິ່ງຈະສ້າງສະຖິຕິໃໝ່ໃຫ້ແກ່ການຜະລິດເຂົ້າຂອງລາວ, ຊຸກຍູ້ການພັດທະນາຂະ   ແໜງການປູກເຂົ້ານາໃຫ້ມີຄຸນນະພາບແບບກ້າວກະໂດດ, ສ້າງຖານສະບຽງອາຫານ ແຂວງຈໍາປາສັກ,ຈະປະກອບສ່ວນ​ສຳຄັນຕໍ່ການພັດທະນາກະສິກຳຂອງເມືອງໂຂງ, ແຂວງຈໍາປາສັກ ກໍຄື ສປປ ລາວ.

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ໄດ້ຕີລາຄາສູງຕໍ່ ບໍລິສັດອາຊີ-ໂປຕາສ ສາກົນ ໃນການຊ່ວຍພັດທະນາກະສິກຳທັນສະໄໝຂອງລາວ ​ໂດຍທ່ານ​ໄດ້ກ່າວວ່າ: ແຂວງຈໍາປາສັກ ໄດ້ສົ່ງເສີມທ່າແຮງການປູກຝັງ, ກະສິກໍາໃນທ້ອງຖິ່ນຢ່າງ​ເຕັມ​ສ່ວນ, ຂະຫຍາຍເນື້ອທີ່ປູກເຂົ້າ, ເພີ່ມຫົວໜ່ວຍການຜະລິດ ແລະ ຊຸກຍູ້ການຫັນປ່ຽນພັດທະນາກະສິກຳເປັນທັນສະໄໝ ເພື່ອພັດທະນາເປັນ ຖານຜະລິດສະບຽງອາຫານຂອງ ສປປ ລາວ. ພ້ອມນີ້, ທ່ານ​ຍັງ​ສະ​ເໜີ​ໃຫ້ໂຄງການຮ່ວມມືພັດທະນາ ກໍ່ສ້າງຊົນລະປະທານຕື່ມອີກ ເພື່ອສະໜອງແຫລ່ງນ້ຳສຳລັບເພີ່ມຜົນຜະລິດ, ສະໜອງແນວພັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຂະຫຍາຍເນື້ອທີ່ການຜະລິດ ​ແລະ ສະ​ເໜີ​ໃຫ້ສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນາແນວພັນ ເພື່ອຝຶກອົບຮົມວິຊາຊີບການເພາະພັນເຂົ້າທີ່ກ່ຽວຂ້ອງ;  ຜ່ານການພັດທະນາໂຄງການກະສິກຳ ໂດຍການຮ່ວມມືກັນລະຫວ່າງລັດຖະບານ ແລະ ວິສາຫະກິດ ຈະຮ່ວມກັນຊຸກຍູ້ການພັດທະນາເສດຖະກິດຂອງ ແຂວງຈໍາປາສັກ ແລະ ເຮັດໃຫ້ປະຊາຊົນແຂວງຈໍາປາສັກ ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

ອາຊີ-ໂປຕາສ ສາກົນ ຕັ້ງໜ້າຕອບສະໜອງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ພ້ອມທັງຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ຫັນເປັນຕົວເມືອງຂອງລາວ, ຍັງເປັນການນຳພາການຫັນປ່ຽນ ແລະ ຍົກລະດັບກະສິກຳຂອງລາວ ແລະ ບັນລຸຮູບແບບການຮ່ວມມືການພັດທະນາໃໝ່ ໂດຍລັດຖະບານແລະ ວິສາຫະກິດ;  ການຮ່ວມມືກັນສ້າງ "ໂຄງການພັດທະນາກະສິກຳທັນສະໄໝຂອງ ອາຊີ-ໂປຕາສ" ແນ່ນອນຈະກາຍເປັນ​ແຖວໜ້າ ຂອງການພັດທະນາກະສິກຳທັນສະໄໝ ຢ່າງເລິກເຊິ່ງຂອງລາວ, ​ເພີ່ມ​ກໍາລັງແຮງກະຕຸ້ນໃໝ່ໃນການພັດທະນາເສດຖະກິດຂອງລາວ ຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການຟື້ນຟູເສດຖະກິດຂອງລາວຢ່າງວ່ອງໄວ, ພັດທະນາແບບຍືນຍົງຢ່າງເລິກເຊິ່ງ ເພື່ອປະກອບສ່ວນ​ເຂົ້າໃນການສ້າງເປັນຄູ່ຮ່ວມຊາຕາກຳ ລະຫວ່າງ ລາວ-ຈີນ ໃຫ້ຫລາຍຍິ່ງຂຶ້ນ.

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top