ສ.ອາເມລິກາ-ອີຣານ ເຫັນດີເປັນເອກະພາບຕໍ່ວິວັດການເຈລະຈາ 60 ວັນເພື່ອມຸ່ງໄປເຖິງຂໍ້ຕົກລົງ

22/06/2026 18:36
ຂປລ ສ.ອາ​ເມ​ລິ​ກາ ແລະ ອີ​ຣານ ​ໄດ້​ເຫັນ​ດີ ​ເປັນ​ເອ​ກະ​ພາບ ​ຕໍ່​ວິ​ວັດ​ການ​ເຈ​ລະ​ຈາ​ ທີ່​ແກ່​ຍາວ​ເປັນ​ເວ​ລາ 60 ວັນ ​ເພື່ອ​ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ສຸດ​ທ້າຍ ​ກ່ຽວ​ກັບ ​ການ​ຢຸດ​ຕິ​ສົງ​ຄາມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ບັນ​ດາ​ຜູ້​ເປັນ​ກາງ ​ໄກ່​ເກ່ຍ ປາ​ກິດ​ສະ​ຖານ ແລະ ກາ​ຕາ ຫາ​ກໍ່​ ອອກ​ຖະ​ແຫລງ​ການ​ໂດຍ​ໃຫ້​ຮູ້​ວ່າ: ສ.ອາ​ເມ​ລິ​ກາ ແລະ ອີ​ຣານ ​ໄດ້​ເຫັນ​ດີ ​ເປັນ​ເອ​ກະ​ພາບ ​ຕໍ່​ວິ​ວັດ​ການ​ເຈ​ລະ​ຈາ​ ທີ່​ແກ່​ຍາວ​ເປັນ​ເວ​ລາ 60 ວັນ ​ເພື່ອ​ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ສຸດ​ທ້າຍ ​ກ່ຽວ​ກັບ ​ການ​ຢຸດ​ຕິ​ສົງ​ຄາມ. ຕາມ​ຖະ​ແຫລງ​ການ​ຮ່ວມ​ໂດຍ ປາ​ກິດ​ສະ​ຖານ ແລະ ກາ​ຕາ​ປະ​ກາດ​ ໃນ​ຕອນ​ເຊົ້າ​ວັນ​ທີ 22 ມິ​ຖຸ​ນາ​ແລ້ວ, ບັນ​ດາ​ຝ່າຍ​ໄດ້​ສ້າງ​​ຕັ້ງຄະ​ນະ​ກຳ​ມະ​ການ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຕິດ​ຕາມກວ​ດ​ກາ​ການ​ເຈ​ລະ​ຈາ​ລະ​ຫວ່າງ ອາ​ເມ​ລິ​ກາ ອີ​ຣານ ແລະ ອົງ​ການ​ນີ້​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ວິ​ວັດ​ການ​ເຈ​ລະ​ຈາ 60 ວັນ​ ມຸ່ງ​ໄປ​ເຖິງ​ຂໍ້​ຕົ​ກ​ລົງ​ ຢ່າງ​ເປັນ​ທາງ​ການ ​ສະ​ບັບ ​ສຸດ​ທ້າຍ.ຖະ​ແຫລງ​ການ​ຢັ້ງ​ຢືນ ​ບາດ​ກ້າວ​ສ້າງ​ພື້ນ​ຖາ​ນ​ໃຫ້​ແກ່ ​ການ​ເລີ່ມ​ຕົ້ນ​ບັນ​ດາ​ການ​ພົບ​ປະ​ດ້ານ​ເຕັກ​ນິກ​ທີ່ກວ້າງ​ໃຫຍ່ກວ່າ​ ລະ​ຫວ່າງ ສອງ​ຝ່າຍ​ໃນ​ທັນ​ທີ. ກໍ່​ຕາມ​ຖະ​ແຫລງ​ການ, ການ​ເຈ​ລະ​ຈາ​ ລະ​ຫວ່າງ ສ.ອາ​ເມ​ລິ​ກາ ແລະ ອີ​ຣານ ຈະ​ດຳ​ເນີນຕະຫລອດ​ ໃນຫລາຍອາ​ທິດ​ນີ້. ໄປ​ຄຽງ​ຄູ່​ກັນ​ນັ້ນ, ສອງ​ຝ່າຍ ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ສ້າງ​ສາຍ​ໂທ​ລະ​ສັບ ​ຕິດ​ຕໍ​ພົວ​ພັນ ​ເພື່ອ​ແນ​ໃສ່ ຫລີກ​ລ້ຽງ​ເກີດ​ຂຶ້ນ​ ຄວາມ​ເຂົາ​ໃຈ​ຜິດ ຫລື ​ເຫດ​ການ​ບໍ່​ຄາດ​ຄິດ ​ຢູ່​ເຂດ​ຊ່ອງ​ແຄບ​ທະ​ເລ ຮໍມຸສ( Hormuz)./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top