ຂປລ
ງານວາງສະແດງ ເພື່ອສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນ ຄັ້ງທີ 4 ໄດ້ຈັດຂຶ້ນ ຢູ່ສູນວາງສະແດງສາກົນຈີນ ທີ່ນະຄອນ ຫລວງປັກກິ່ງ.ຈຳນວນປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມງານວາງສະແດງຄັ້ງນີ້ ໄດ້ເພີ່ມຂຶ້ນຫລາຍ ເມື່ອທຽບໃສ່ຄັ້ງຜ່ານມາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ລະຫວ່າງ ວັນທີ 22-26 ມິຖຸນານີ້, ງານວາງສະແດງ ເພື່ອສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນ ຄັ້ງທີ 4 ໄດ້ຈັດຂຶ້ນ ຢູ່ສູນວາງສະແດງສາກົນຈີນ ທີ່ນະຄອນ ຫລວງປັກກິ່ງ.ຈຳນວນປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມງານວາງສະແດງຄັ້ງນີ້ ໄດ້ເພີ່ມຂຶ້ນຫລາຍ ເມື່ອທຽບໃສ່ຄັ້ງຜ່ານມາ, ລວມມີ ວິສາຫະກິດ ຊັ້ນນຳໃນຕ່ອງໂສ້ ການສະໜອງ, ວິສາຫະກິດ ທີ່ມີວິຊາສະເພາະ ມີຄວາມລະອຽດ, ເອກະລັກພິເສດ ແລະ ໃໝ່ອ່ຽມ, ລວມທັງ ອົງການຂະແໜງການຈີນ ແລະ ຕ່າງປະເທດທັງໝົດ 676 ແຫ່ງຈາກ 85 ປະເທດ ແລະ ເຂດແຄວ້ນ, ພ້ອມດ້ວຍ ອົງການຈັດຕັ້ງສາກົນ ຢືນຢັນເຂົ້າຮ່ວມງານແລ້ວ, ໃນນັ້ນ ອັດຕາສ່ວນ ຂອງຫົວໜ່ວຍ ທຸລະກິດທຶນຕ່າງປະເທດກວມເອົາ 36,5%, ອັດຕາສ່ວນ ຂອງວິສາຫະກິດ ທີ່ນອນຢູ່ໃນ 500 ວິສາຫະກິດ ສຸດຍອດຂອງໂລກ ແລະ ວິສາຫະກິດທີ່ນຳໜ້າ ດ້ານຂະແໜງການຕ່າງໆ ກວມເອົາຫລາຍກວ່າ 65%. ລວມທັງ ວິສາຫະກິດຄູ່ຮ່ວມມືຕົ້ນນ້ຳ ແລະ ປາຍນ້ຳຂອງຕ່ອງໂສ້ ການຜະລິດແລະຕ່ອງໂສ້ການ ສະໜອງ ທີ່ນຳມາໂດຍ ວິສາຫະກິດ ທີ່ເຂົ້າຮ່ວມການວາງສະແດງ ວິສາຫະກິດ ທີ່ໄດ້ເຂົ້າຮ່ວມການວາງສະແດງຕົວຈິງ ອາດຈະຫລາຍກວ່າ 1.200 ແຫ່ງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL