ກອງປະຊຸມເວທີປຶກສາຫາລືຈີນຂອງຜູ້ນຳອຸດສາຫະກຳການຄ້າ ເອເປັກປີ 2026

22/06/2026 18:36
ຂປລ ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລືຈີນ ຂອງ​​ຜູ້​ນຳ​ອຸດ​ສາ​ຫະ​ກຳ​ ການ​ຄ້າ​ອົງ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ ​ອາ​ຊີ-ປາ​ຊິ​ຟິກ​ ຫລື APEC ປີ 2026 ໄດ້ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ.

      ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 21 ມິ​ຖຸ​ນາ​ນີ້, ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລືຈີນ ຂອງ​​ຜູ້​ນຳ​ອຸດ​ສາ​ຫະ​ກຳ​ ການ​ຄ້າ​ອົງ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ ​ອາ​ຊີ-ປາ​ຊິ​ຟິກ​ ຫລື APEC ປີ 2026 ໄດ້ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ. ປີ​ນີ້​ແມ່ນ​ “ປີ​ຈີນ” ຂອງ APEC, ແຂກ​ທີ່​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ໄດ້​ສະ​ແດງ​ຄວາມ​ມຸ່ງ​ໝັ້ນ ​ທີ່ຈະ​ເດັດ​ດ່ຽວ​ຮັກ​ສາ​​ລະ​ບົບການ​ຄ້າ​ຫລາຍ​ຝ່າຍ ​ທີ່​ຖື​ອົງ​ການ​ການ​ຄ້າ​ໂລກ ຫລື WTO ເປັນ​ໃຈ​ກາງ, ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ​ ແລະ ​ລັດ​ທິ​ປົກ​ປ້ອງ, ຊຸກ​ຍູ້​ການ​ຫັນ​ເປັນ ​ແບບ​ເສ​ລີ​ ແລະ​​ ການ​ອຳ​ນວຍ​ ຄວາມສະ​ດວກ​ ດ້ານ​ການ​ຄ້າ ​ແລະ​ ການ​ລົງ​ທຶນ​ ຢ່າງ​​ຕໍ່​ເນື່ອງ. ​ສະ​ພາ​ທີ່​ປຶກ​ສາ​ ອຸດ​ສາ​ຫະ​ກຳ​ການ​ຄ້າ APEC ໄດ້​ຟື້ນ​ຟູ​ການສ້າງ​ຕັ້ງ​ໜ່ວຍ​ງານ​ເຊື່ອມ​ໂຍງ​ເຊື່ອມ​​ຈອດ​ຄືນ​ໃໝ່ ​ຫລັງ​ຈາກ​ຢຸດ​ສະ​ງັກ​ເປັນ​ເວ​ລາ 8 ປີ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ສອງ​ສະ​ບັບ​ກ່ຽວ​ກັບ ​ການ​ສະ​ໜັບ​ສະ​ໜູນ ເຂດ​ການ​ຄ້າ​ ເສ​ລີ​ ອາ​ຊີ-​ປາ​ຊີ​ຟິກ ​ແລະ ​ການ​ເຊື່ອງ​ໂຍງ​ ເຊື່ອມ​ຈອດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top