ແບບແຜນການນຳພາ ໃນພາລະກິດປະຕິວັດ ຂອງ ປະທານ ຄຳໄຕ ສີພັນດອນ

15/08/2023 11:45
Email Print 1338
ຂປລ *ໃນບົດກ່ອນໄດ້ນຳສະເໜີໄປແລ້ວ ກ່ຽວກັບຄຸນສົມບັດ ແລະ ສິນທຳປະຕິວັດ ຂອງປະທານ ຄຳໄຕ ສີພັນ ດອນ ໃນບົດນີ້ຂໍຍົກໃຫ້ເຫັນໂດຍສັງເຂບ ກ່ຽວກັບຜົນງານການ ປະກອບສ່ວນຂອງປະທານ ໃນຂະບວນ ການປະຕິວັດຊາດ ປະຊາທິປະໄຕ ຈົນສາມາດຍາດໄດ້ໄຊຊະນະ, ພາບແພ້ການຮຸກຮານ ແຊກແຊງຂອງ ພວກຈັກກະພັດລ່າເມືອງ ຂຶ້ນແບບເກົ່າ ແລະ ໃໝ່ ຢ່າງຮາບຄາບ.

(ເນື່ອງໃນໂອກາດວັນເກີດຄົບຮອບ 100 ປີ, 8 ກຸມພາ 1924-8 ກຸມພາ 2024)

*ໃນບົດກ່ອນໄດ້ນຳສະເໜີໄປແລ້ວ ກ່ຽວກັບຄຸນສົມບັດ ແລະ ສິນທຳປະຕິວັດ ຂອງປະທານ ຄຳໄຕ ສີພັນດອນ ໃນບົດນີ້ຂໍຍົກໃຫ້ເຫັນໂດຍສັງເຂບ ກ່ຽວກັບຜົນງານການ ປະກອບສ່ວນຂອງປະທານ ໃນຂະບວນການປະຕິວັດຊາດ ປະຊາທິປະໄຕ ຈົນສາມາດຍາດໄດ້ໄຊຊະນະ, ພາບແພ້ການຮຸກຮານ ແຊກແຊງຂອງພວກຈັກກະພັດລ່າເມືອງ ຂຶ້ນແບບເກົ່າ ແລະ ໃໝ່ ຢ່າງຮາບຄາບ.

ຕາມການບອກເລົ່າຂອງ ພົນຕີ ສະໄຫວ ໄຊຍະເສນາ ອະດີດຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ທີ່ປະມວນໄວ້ໃນປຶ້ມ ປະທານ ຄຳໄຕ ສີພັນດອນ ໃນຄວາມຊົງຈຳຂອງຜູ້ໃກ້ຊິດ ທີ່ພິມໃນປີ 2018 ໂດຍສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ໄດ້ຍົກໃຫ້ເຫັນວ່າ: ປະທານ ຄຳໄຕ ສີພັນດອນ ເປັນຜູ້ທີ່ມີຫລັກໝັ້ນທີ່ໜັກແໜ້ນທຸ່ນທ່ຽງ, ນັບຖືລະບຽບກົດໝາຍຢ່າງເຂັ້ມງວດ, ມີສະຕິນັບ ຖືການຈັດຕັ້ງຢູ່ສະເໜີ, ປະຕິບັດໂມງເວລາຢ່າງເຄັ່ງຄັດ, ປະຕິບັດກົດລະບຽບ ນຸ່ງຖືຢ່າງຖືກຕ້ອງ, ທຸກວຽກງານນ້ອຍ ແລະ ໃຫຍ່ ແມ່ນຕ້ອງເຂົ້າແຜນ ໃຫ້ມີການສຳຫລວດກວດກາ ຢ່າງເຂັ້ມງວດ. ໃນໄລຍະຕໍ່ສູ້ກູ້ຊາດ ປະທານ ຄຳໄຕ ສີພັນດອນ ກໍມີແນວຄິດທຸ່ນທ່ຽງຊີ້ນຳ-ນຳພາໄປຕາມແນວຄິດ ທິດສະດີທີ່ວາງໄວ້, ປຸກລະດົມການເມືອງແນວຄິດໃຫ້ນາຍ ແລະ ພົນທະຫານ ແຕ່ລະກົມກອງໃຫ້ ທຸນທ່ຽງເຊື່ອໝັ້ນ ຕໍ່ການນຳພາຂອງພັກ ເດັດຂາດມີໄຊ, ເອົາໃຈໃສ່ປຸກລະດົມ ການເມືອງແນວຄິດ, ມີສະຕິລະວັງຕົວຕອບຕ້ານ ກົນອຸບາຍມ້າງເພທຳລາຍ ຂອງສັດຕູໃນທຸກຮູບແບບ. ໃນສະພາບ ທີ່ກຳລັງປະກອບອາວຸດ ມີຄວາມອ່ອນນ້ອຍ, ການປະກອບອາວຸດຍັງບໍ່ທັນສະໄໝ ພາຍໃຕ້ການນຳພາຂອງ ປະທານ ຄຳໄຕ ສີພັນດອນ ເພິ່ນໄດ້ຕັດສິນໃຈກໍ່ສ້າງເລົ່າຮົບອາກາດ ໃນປີ 1972 ໂດຍ ເຕົ້າໂຮມຄັດເລືອກ ກຳລັງທະຫານແຕ່ລະກົມກອງ, ແຕ່ລະເຂດແຂວງໄດ້ 240 ສະຫາຍ ໄປຮຽນຢູ່ອະດີດສະຫະພາບໂຊວຽດ ເພື່ອຮຽນຂັບຍົນລຳລຽງຂົນສົ່ງທັງໃຫຍ່ ແລະ ນ້ອຍ ທັງຍົນຂຶ້ນຊື່ ແລະ ມີ ປີກ, ຕະຫລອດຮອດຍົນສູ້ຮົບທັນສະໄໝ ເພື່ອຮອງຮັບການຢຶດອຳນາດ ແລະ ປົກປັກຮັກສາປະເທດຊາດ ມີໂອກາດດີ. ບັນຫານີ້ ສະແດງໃຫ້ເຫັນເຖິງຄວາມສະຫລາດສ່ອງໄສ ຂອງປະທານທີ່ເພິ່ນ ເຫັນໄດ້ເຫດການສະເພາະໜ້າ ແລະ ຍາວນານ.

ປະທານ ຄຳໄຕ ສີພັນດອນ ແມ່ນນັກຮົບປະຕິວັດທີ່ປີຊາສາມາດ ດ້ວຍນໍ້າໃຈພິລະອາດຫານທົນທານ ກ້າແກ່ນໜ່ຽວແໜ້ນ ທີ່ຍອມເສຍສະລະທຸກສິ່ງຢ່າງ ເພື່ອເອົາຊະນະກັບຈັກກະພັດຫົວເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່, ເຮັດໜ້າທີ່ການປະຕິວັດຊາດ ປະຊາທິປະໄຕ, ນຳພາປະເທດຊາດກ້າວຂຶ້ນລະບອບໃໝ່ ສັງຄົມນິຍົມຕາມທິດຊີ້ນຳຂອງພັກ.

ໂດຍ: ໄໝຄຳຍ້ອມສິນ

KPL

ຂ່າວອື່ນໆ

ads
ads

Top