ອີໄອເອ ເປີດເຜີຍ ສາງສຳຮອງນ້ຳມັນດິບ ສ.ອາເມລິກາ ເພີ່ມຂຶ້ນ 2,9 ລ້ານຖັງ

10/07/2026 16:50
ຂປລ ສຳນັກງານສື່ສານ ດ້ານພະລັງງານ ຂອງ ລັດຖະບານ ສ.ອາເມລິກາ (EIA) ເປີດເຜີຍວ່າ: ສາງສຳຮອງ ນ້ຳມັນດິບ ຂອງ ສ.ອາເມລິກາ ເພີ່ມຂຶ້ນ 2,9 ລ້ານຖັງ ເມື່ອອາທິດທີ່ຜ່ານມາ. ໃນຂະນະທີ່ ບັນດາ ນັກວິເຄາະ ຄາດການວ່າ ຈະຫລຸດລົງ 1,9 ລ້ານຖັງ.

ຂປລ.ສຳນັກຂ່າວ ອິນໂຟເຄວສ: ສຳນັກງານສື່ສານ ດ້ານພະລັງງານ ຂອງ ລັດຖະບານ ສ.ອາເມລິກາ (EIA) ເປີດເຜີຍວ່າ: ສາງສຳຮອງ ນ້ຳມັນດິບ ຂອງ ສ.ອາເມລິກາ ເພີ່ມຂຶ້ນ 2,9 ລ້ານຖັງ ເມື່ອອາທິດທີ່ຜ່ານມາ.  ໃນຂະນະທີ່ ບັນດາ ນັກວິເຄາະ ຄາດການວ່າ ຈະຫລຸດລົງ 1,9 ລ້ານຖັງ.

ໂດຍສະເພາະ ສາງສຳຮອງ ນ້ຳມັນດິບ ໃນເມືອງຄູຊິງ (Cushing), ລັດໂອກລາໂຮມາ ເຊິ່ງເປັນຈຸດ ສົ່ງມອບ ສັນຍານ້ຳມັນດິບ ລ່ວງໜ້າ ຂອງ ສ.ອາເມລິກາ ຫລຸດລົງ 52.000 ຖັງ. ສ່ວນ ສາງສຳຮອງ ນ້ຳມັນແອັດຊັງ ຫລຸດລົງ 1,9 ລ້ານຖັງ ໃນອາທິດທີ່ຜ່ານມາ.  ໃນຂະນະທີ່ ນັກວິເຄາະ ຄາດວ່າ ຈະຫລຸດລົງ 1,6 ລ້ານຖັງ. ນອກຈາກນັ້ນ ສາງສຳຮອງ ນ້ຳມັນກັ່ນ (ລວມທັງ ຮີດຕິງອອຍ ແລະ ນ້ຳມັນ ກາຊວນ ຫລຸດລົງ 4,9 ລ້ານຖັງ ໃນອາທິດທີ່ຜ່ານມາ,  ນັກວິເຄາະ ຄາດວ່າ ຈະເພີ່ມຂຶ້ນ 600.000 ຖັງ./

KPL

ຂ່າວອື່ນໆ

ads
ads

Top